ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໜຸ່ມທິເບດອີກຄົນນຶ່ງ ຈູດໄຟເຜົາ ຕົນເອງຕາຍ (ວີດິໂອ)


ແຜນທີ່ຂອງຈຸດ ທີ່ມີຄົນຈຸດໄຟເຜົາຕົນເອງ ໃນເຂດທິເບດ ເພື່ອປະທ້ວງການປົກຄອງຂອງຈີນ ຮອດວັນທີ 8 ພະຈິກ 2012.
ແຜນທີ່ຂອງຈຸດ ທີ່ມີຄົນຈຸດໄຟເຜົາຕົນເອງ ໃນເຂດທິເບດ ເພື່ອປະທ້ວງການປົກຄອງຂອງຈີນ ຮອດວັນທີ 8 ພະຈິກ 2012.
ອົງການຂ່າວທາງການຂອງຈີນລາຍງານວ່າ ຊາຍໜຸ່ມທິເບດ
ຄົນນຶ່ງໄດ້ເອົາ ໄຟຈູດເຜົາຕົນເອງ ຊຶ່ງໄດ້ເຮັດໃຫ້ຈໍານວນຄົນ
ທີ່ເຜົາຕົນເອງເພີ້ມຂຶ້ນເປັນ 7 ຄົນແລ້ວ ໃນນຶ່ງອາທິດຜ່ານມາ.

ໜຸ່ມນ້ອຍໄວລຸ້ນຄົນນີ້ໄດ້ຈຸດໄຟເຜົາຕົນເອງ ໃນວັນເສົາວານນີ້
ຢູ່ຕໍ່ໜ້າວັດແຫ່ງນຶ່ງ ຢູ່ແຂວງ Gansu ທາງພາກຕາເວັນຕົກສຽງ
ເໜືອຂອງຈີນ. ຊາຍໜຸ່ມຄົນນີ້ ຊື່ວ່າທ້າວ Gonpo Tsering.

ການປະທ້ວງທີ່ຮ້າຍແຮງເຖິງຕາຍເຫລົ່ານີ້ ແມ່ນໄດ້ເກີດຂຶ້ນ
ໃນໄລຍະທີ່ ລັດຖະບານກຸງປັກກິ່ງ ກໍາລັງຈັດກອງປະຊຸມ
ໃຫຍ່ຄັ້ງທີ 18 ຂອງພັກຄອມມີວນີສ ເພື່ອໂອນອໍານາດໃນ
ການນໍາພາ ທີ່ມີຂຶ້ນນຶ່ງຄັ້ງໃນທຸກໆ 10 ປີ ນັ້ນ.

ຈີນໄດ້ກ່າວຫາພວກທິເບດພັດຖິ່ນມາເປັນເວລາດົນນານວ່າ ໃຊ້ການຈູດເຜົາຕົນເອງ ເປັນການຕໍ່ສູ້ເພື່ອແບ່ງແຍກດິນແດນ ແລະກໍໄດ້ປະນາມພວກນີ້ວ່າເປັນພວກກໍ່ການຮ້າຍ.

ເບິ່ງວີດິໂອ-ການປະທ້ວງຂອງຊາວທິເບດໃນວັນທີ 9 ພະຈິກ
ຫລັງຈາກມີການເຜົາຕົນເອງເກີດຂຶ້ນຢ່າງຕໍ່ເນື່ອງໃນມໍ່ໆມານີ້


XS
SM
MD
LG