ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດວ່າ ຈີນເຮັດໃຫ້ ສະຖານະການ ຮ້າຍແຮງຂຶ້ນ ໃນເຂດທິເບດ


ພະສົງຊາວທິເບດ ຈູດເຜົາຕົນເອງ ອີກ
ພະສົງຊາວທິເບດ ຈູດເຜົາຕົນເອງ ອີກ

ສະຫະລັດ​ກ່າວ​ວ່າ ຕົນ​ເປັນ​ຫ່ວງ​ຫລາຍ​ກ່ຽວ​ກັບ​ສະຖານະ​ການ​ຢູ່​ໃນ​ເຂດທິ​ເບ​ດ ບ່ອນ​ທີ່
ພະສົງ​ອີກ​ອົງ​ນຶ່ງ​ໄດ້​ຈູດ​ເຜົາ​ຕົນ​ເອງ​ຕາຍ.

ວີ​ໂອ​ເອພະ​ແນ​ກພາສາ​ທິ​ເບ​ດ​ໄດ້​ລາຍ​ງານ​ເມື່ອ​ວັນ​ພຸດ​ວານ​ນີ້​ວ່າ ພະ Lobsang Sherab
ອາຍຸ 20 ປີ ​ໄດ້​ຈູດ​ເຜົາ​ຕົນ​ເອງ​ຢູ່​ໃນ​ຖະນົນ​ໃຫຍ່ ຂອງ​ເມືອງ Cha ​ໃນ​ແຂວງ Sichuan
ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຂອງຈີນ. ພະ Sherab ​ເປັນ​ພະ​ປະ​ຈໍາ​ຢູ່​ວັດ Kirti ທີ່​ຄວາມ
ຮູ້ສຶກ​ຕໍ່ຕ້ານ​ລັດຖະບານ​ຈີນ​ມີ​ສູງ​ນັ້ນ.

ພະ Sherab ​ເປັນ​ພະ​ອົງ​ທີ່ 20 ຫລື​ແມ່​ຊີ​ທີ່​ໄດ້​ເສຍ​ຊີວິດ​ຍ້ອນ​ຈູດ​ເຜົາຕົນ​ເອງ​ໃນ​ປີ​ນີ້ ​ແລະ
ຢ່າງ​ໜ້ອຍ​ມີ​ຜູ້​ລອດ​ຊີວິດ​ອີກ​ສິບ​ຄົນ​ທີ່​ພະຍາຍາມຂ້າ​ຕົວ​ຕາຍ​ດ້ວຍ​ວິທີ​ນີ້.

ທ່ານ​ນາງ Victoria Nuland ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ບອກພວກ​ຜູ້​ສື່​ຂ່າວ​ວ່າ
ຈີນ​ໄດ້​ເຮັດ​ໃຫ້ສະຖານະ​ການໃນ​ເຂດ​ທິ​ເບ​ດຮ້າຍ​ແຮງ​ຂຶ້ນຕື່ມ ​ໂດຍ​ການກ່າວ​ໂຈມ​ຕີ​ອົງ​ດາ​ໄລ
ລາ​ມະ ຜູ້​ນໍາ​ດ້ານ​ຈິດ​ໃຈ ທີ່​ລີ້​ໄພ​ຢູ່​ໃນ​ຕ່າງປະ​ເທດ​ຂອງ​ຊາວທິ​ເບ​ດ.

ຄະນະ​ກໍາມະການ​ສໍາພັນ​ຕ່າງປະ​ເທດ​ສະພາ​ສູງ​ສະຫະລັດ​ ໄດ້​ອະນຸມັດ ມະຕິ​ສະບັບ​ນຶ່ງ ປະ
ນາມ​ຕໍ່​ອັນ​ທີ່​ເອີ້ນ​ວ່າ “ນະ​ໂຍບາຍ​ປາບ​ປາມ​ທີ່​ແນ​ໃນ ຊາວ​ທິ​ເທດ​ແລະ​ຮຽກຮ້ອງ​ໃຫ້​ລັດຖະ
ບານ​ປັກ​ກິ່ງ​ຈົ່ງ​ຟື້ນ​ການ​ເຈລະຈາ​ຄືນ​ໃໝ່​ກັບ​ບັນດາ​ຜູ້​ນໍາ​ສາສະໜາ​ພຸດ​ຊາວ​ທິ​ເບ​ດ ​ໂຮມ​ທັງ
ອົງອາ​ໄລ ລາ​ມະ ນັ້ນນໍາ. ມະຕິ​ດັ່ງກ່າວ​ບໍ່​ໄດ້​ມີ​ນໍ້າ​ໜັກ​ທາງ​ດ້ານ​ກົດໝາຍ ​ແຕ່​ມັນ​ໄດ້ຮຽກ
ຮ້ອງ​ໃຫ້​ທ່ານ​ນາງລັດຖະມົນຕີ​ຕ່າງປະ​ເທດຮິລ​ແລຣີ ຄລິນ​ຕັນ ຊອກ​ຫາ ຊ່ອງ​ທາງ​ເພື່ອທວງ​
ໃຫ້​ຈີນ​ຮັບຜິດຊອບ​ຢ່າງ​ເຕັມ​ສ່ວນ​ຕໍ່ການ​ກວດ​ລ້າງ​ປາບ​ປາມ​ທີ່​ກໍາລັງ​ດໍາ​ເນີນ​ໄປ​ຢູ່​ໃນ​ຂະນະ
ນີ້ ​ໂດຍ​ສະ​ເພາະ ຢູ່​ໃນ​ຈຸດ​ເຄັ່ງ​ຕຶງ ຄື ວັດ Kirti ນັ້ນ.

ທ່ານ ຮົງ ​ເລ ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ບັນດາ​ສະມາຊິກສະພາ​ສູງ​ສະຫະລັດ
ບາງ​ຄົນແມ່ນຍັງ​ສັບສົນ​ວ່າ​ອັນ​ໃດ​ຖືກແລະ​ຜິດ ​ໃນການອະນຸມັດ​ມະຕິ​ດັ່ງກ່າວ. ມື້​ນຶ່ງ​ກ່ອນ
ນີ້ໂຄສົກ​ ຮົງ ​ເລ ​ໄດ້​ຖິ້ມໂທດໃສ່ ອົງ​ດາ​ໄລ ລາມະ ກ່ຽວ​ກັບການຈູດ​ເຜົາ​ຕົນ​ເອງ​ນັ້ນ.

XS
SM
MD
LG