ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວທິເບດໃນຈີນ ຈູດເຜົາຕົນເອງ ຫລາຍຂຶ້ນ ເພື່ອປະທ້ວງ ການປົກຄອງຂອງຈີນ (ເບິ່ງວີດີໂອລາວ/ອັງກິດ)


ຊາວທິເບດໃນຈີນ ຈູດເຜົາຕົນເອງ ຫລາຍຂຶ້ນ ເພື່ອປະທ້ວງ ການປົກຄອງຂອງຈີນ (ເບິ່ງວີດີໂອລາວ/ອັງກິດ)
ຊາວທິເບດໃນຈີນ ຈູດເຜົາຕົນເອງ ຫລາຍຂຶ້ນ ເພື່ອປະທ້ວງ ການປົກຄອງຂອງຈີນ (ເບິ່ງວີດີໂອລາວ/ອັງກິດ)

ນັບ​ຕັ້ງ​ແຕ່​ເດືອນ​ມີນາ​ປີຜ່ານມາ​ນີ້ ຢ່າງ​ໜ້ອຍ​ມີ​ຊາວ​ທິ​ເບ​ດ 16 ຄົນ ຊຶ່ງ​ສ່ວນໃຫຍ່ເປັນພະ ສົງ ​ແລະ​ແມ່​ຊີ ​ໄດ້​ຈູດ​ເຜົາ​ຕົນ​ເອງ​ ເພື່ອ​ປະ​ທ້ວງ​ນະ​ໂຍບາຍ​ການ​ປົກຄອງ​ຂອງ​ຈີນ. ​ເຖິງ​ແມ່ນ​ວ່າ​ ໃນ​ເບື້ອງ​ຕົ້ນ ​​ການ​ສັງ​ເວີຍ​ຊີວິດ​ຕົນ​ເອງ​ເຫລົ່າ​ນັ້ນ ​ແມ່ນ​​ເປັນ​ເຫດການ​ທີ່​ເກີດ​ຂຶ້ນ​ແບບ​ໂດ​ດ ດ່ຽວ​ຢູ່​ໃນເຂດ ດຽວຂອງ​ທິ​ເບ​ດ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນນັ້ນ ​ແຕ່​ກໍ​​ໄດ້​ແຜ່​ລາມ​ໄປຍັງ​ເຂດ​ອື່ນໆ​ແລະ​ມີ​ຈໍານວນ​ເພີ່ມ​ຂຶ້ນ​ເລື້ອຍໆ. ​ໃນ​ລະຫວ່າງ​ເດືອນ​ມີນາ​ແລະ​ທ້າຍ​ເດືອນ ກັນຍາ​ປີກາຍ​ນີ້​ ຊາວ​ທິ​ເບ​ດສີ່​ຄົນ​​ໄດ້​ຈູດ​ເຜົາ​ຕົນ​ເອງ​​ເພື່ອ​ປະ​ທ້ວງ ​ແລະຈາກເດືອນ ​ຕຸລາ​ມາ​ຈົນ​ເຖິງ​ທ້າຍ​ເດືອນ​ຜ່ານ​ມານີ້ ກໍ​ມີ​ອີກ 12 ຄົນ​ໄດ້​ຈູດ​ເຜົາ​ຕົນ​ເອງ​ຕາມ ​ໂດຍສະ​ເພາະ​ ໃນ​ເດືອນ​ມັງກອນ​ເດືອນ​ດຽວນັ້ນ ມີຮອດ​ສີ່​ຄົນ. ທອງ​ປານ​ມີ​ເລຶ່ອງນີ້​ມາສະ​ເໜີ​ທ່ານ​.

ເບິ່ງວີດີໂອ ພາສາລາວ:

ພາບການ​ຈູດ​ເຜົາ​ຕົນ​ເອງ​ແບບນີ້ ມີ​ບໍ່​ເທົ່າ​ໃດ​ຄັ້ງ​ທີ່​ຖືກຖ່າຍທອດ​ອອກ​ໄປ​ໃຫ້​ໂລກ​ພາຍ​
ນອກ​ໄດ້​ເຫັນ. ພາບ​ໃນ​ວີ​ດີ​ໂອ​ນີ້ ​ແມ່ນພາບຂອງແມ່​ຊີ Palden Choetso ທີ່​ໄດ້​ເອົາ​ໄຟ
ເຜົາ​ຕົນ​ເອງ ​ເມື່ອ​ເດືອນ​ພະຈິກ​ປີ​ກາຍ​ນີ້ ຢູ່​ໃນ​ເຂດ​ນຶ່ງ​ຂອງ​ທິ​ເບ​ດ ​ໃນແຂວງ SiChuan
ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ. ​ໃນ​ຮູບ​ວິ​ດີ​ໂອ ​ແມ່​ຊີ Choetso ຢືນ​ຢູ່​ກັບ​ທີ່​ໃນ​ຂະນະ
ທີ່​ໄຟ​ລຸກ​ໄໝ້​ຮ່າງ​ກາຍ ​ແລະ​ຕໍ່​ມາ ​ເພິ່ນ​ກໍ​ລົ້ມ​ລົງ ທ່າມກາງ​ສຽງ​ຮ້ອງ​ຕື່ນ​ຕົກ​ໃຈ​ຂອງ​ຜູ້​ຄົນ
ທີ່​ພົບ​ເຫັນ

ແມ່ຊີ Palden Choetso ອາຍຸ 35 ປີ ທີ່ເຜົາໂຕເອງຕາຍ
ແມ່ຊີ Palden Choetso ອາຍຸ 35 ປີ ທີ່ເຜົາໂຕເອງຕາຍ

ພວກ​ແມ່​ຊີ​ທັງຫລາຍ​ໄດ້ພາກັນ
ເດີນ​ຂະ​ບວນປະ​ທ້ວງຫລັງ​ຈາ​ກ
ການ​ຕາຍ​ຂອງ​ແມ່​ຊີ Choetso
ແລະ​ຊາວ​ທິ​ເບ​ດພາກັນ​ໄຕ້​ທຽນ
ໄຂໄວ້ອາ​ໄລ ​ແລະຢືນ​ລຽນ​ແຖວ
ກັນ​ຢ່າງ​ຍືດຍາວ​ ເພື່ອ​ສະ​ແດງ​
ຄວາມ​ເຄົາລົບ.

ທ່ານ Robbie Barnett ​ຊ່ຽວ
ຊານ​ພິ​ເສດ​ກ່ຽວ​ກັບ​ທິ​ເບ​ດ ທີ່​
ມະຫາວິທະຍາ​ໄລ Columbia
ທີ່​ນີວຢ໊ອກ ກ່າວ​ວ່າ ​ໃນ​ຂະນະ
ທີ່ຈໍານວນຊາວ​ທິ​ເບ​ດ ທີ່ພາກັນ
ຈູດ​ເຜົາຕົນເອງ​ມີຫລາຍ​ຂຶ້ນແລະ
ໄດ້​ແຜ່ລາມ​ອອກ​ໄປ​ໃນ​ຫລາຍ
ຂົງ​ເຂດນັ້ນ ຄວາມ​ອົດ​ກັ້ນຂອງຊາວ​ທິ​ເບ​ດ​ໃນ​ຈີນ ​ແມ່ນ​ກໍາລັງຈະ​ສິ້ນ​ສຸດ​ລົງ​ແລ້ວ. ທ່ານ Robbie Barnett ກ່າວ​ວ່າ:

“​ເວລາ​ນີ້ແມ່ນມີ​ຄວາມ​ຮູ້ສຶກຫົວຊາ​ດນິຍົມ​ຢູ່ໃນເຂດ​ທິ​ເບ​ດ​ເຫລົ່າ​ນີ້ ຫລາຍ​ກວ່າ
ໄລຍະ​ໃດ​ນຶ່ງ​ໃນ​ປະວັດ​ສາດ​ກໍ​ວ່າ​ໄດ້ ​ແລະ​ບາງທີ​ມັນຄົງ​ໄດ້​ເກີດ​ຂຶ້ນ ຍ້ອນນະ​ໂຍ
ບາຍ​ການ​ປົກຄອງທີ່​ບໍ່​ດີ​ຂອງ​ຈີນ​ ທີ່​ປາກົດ​ວ່າ ເຂ້​ມງວດ​ຮຸນ​ແຮງແລະກົດ​ຂີ່
ຫລາຍ​ຂຶ້ນ ໂດຍ​ສະ​ເພາະ​ໃນ​ໄລຍະ 15 ປີຜ່ານມາ​ນີ້”

ໃນ​ເດືອນ​ມີນາປີ​ຜ່ານ​ມາ ພະ Phuntson ອາຍຸ 20 ປີ ​ໄດ້​ຈູດເຜົາ​ຕົນ​ເອງ ​ເພື່ອ​ເປັນ​ຂີດ
ໝາຍ​ຄົບຮອບ​ປີ​ທີ່​ສາມ​ ຂອງ​ການ​ກວາດ​ລ້າງຢ່າງ​ນອງ​ເລືອດ​ຂອງ​ຈີນ​ຕໍ່​ການ​ປະ​ທ້ວງ​ບັ້ນ
ຕ່າງ​ໆ ທີ່​ວັດ Kirti ​ເມືອງ Aba ນັ້ນ.

ການເຜົາຕົນ​ເອງສັງ​ເວີຍຊີວິດ 8 ຄັ້ງ​ທໍາອິດ​ນັ້ນ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ກະທໍາ​ໂດ​ຍພວກ​ພະ
ສົງ ທີ່​ວັດ Kirti ​ເມືອງ Aba ​ແຕ່​ກໍ​ໄດ້​ຄ່ອຍໆ​ແຜ່​ລາມ​ອອກ​ໄປ.

ຊາວທິເບດທີ່ທໍາມະສາລາ ໄວ້ອາໄລແກ່ພວກພະສົງທີ່ເຜົາໂຕເອງ:

ທ່ານ Steve Marshall ທີ່​ປຶກສາ​ອາວຸ​ໂສປະ​ຈໍາ​ຄະນະ​ກໍາມາທິການ ​ຂອງສະພາ​ຄອງ
ແກຣສ​ແລະ​ຝ່າຍ​ບໍລິຫານ​ກ່ຽວ​ກັບ​ຈີນ ​ໄດ້​ໃຊ້​ເວລາ​ຫລາຍກວ່າ​ສອງ​ທົດ​ສະ​ວັດຫລື​ຊາວ​ປີ
ສຶກສາ​ຄົ້ນຄວ້າ​ເລື່ອງ​ການ​ຝ່າຝືນ​ສິດທິ​ມະນຸດຢູ່​ໃນ​ທິ​ເບ​ດ ກ່າວ​ວ່າ:

“​ສິ່ງ​ທີ່​ພວກ​ເຮົາ​ເຫັນ ຈາກການ​ການ​ສັງ​ເວີ​ຍຕົນ​ເອງ​ເຫລົ່າ​ນີ້ ​ທີ່ໄດ້​ປາກົດອອກ
ມາ​ນັ້ນ ​ແມ່ນພວກ​ເຮົາ​ກໍາລັງມີ​ເຫັນ​ ການ​ເຮັດ​ເປັນ​ໂຕ​ຢ່າງ​ຂຶ້ນມາ​ໃນ​ເຂດຕ່າງໆ
ຫລາຍຂຶ້ນ​ເລື້ອຍໆ ການ​ເປັນ​ສ້າງ​ໂຕ​ຢ່າງ​ສໍາລັບ​ການສັງ​ເວີຍ ຊີວິດ​ຕົນ​ເອງ
ຊຶ່ງ​ນີ້​ກໍ​ຈະເປັນ​ສິ່ງ​ນຶ່ງ​ທີ່​ພວກຊາວທິ​ເບ​ດຈະ​ຈົດ​ຈໍາ​ໄປ​ນານ​ແສນ​ນານ.”

ໃນ​ການ​ຕອບ​ໂຕ້​ຕໍ່​ການຈູດ​ເຜົາ​ຕົນເອງນັ້ນ ຈີນ​ໄດ້​ເຂ້ມງວດ​ດ້ານ​ຄວາມ​ປອດ​ໄພ​ຫລາຍ
ຂຶ້ນຢູ່​ໃນ​ເຂດຕ່າງໆຂອງ​ທິເບ​ດ ​ແລະກາ​ໜ້າ​ພວກເຜົາ​ຕົນ​ເອງ​ນັ້ນ​ ວ່າ​ເປັນ​ພວກ​ກໍ່​ການ
ຮ້າຍ.

ທ່ານ Lobsang Sangay (ຊ້າຍ) ກັບອົງດາໄລ ລາມະ
ທ່ານ Lobsang Sangay (ຊ້າຍ) ກັບອົງດາໄລ ລາມະ
ນອກ​ນີ້​ ​ລັດຖະບານ​ປັກ​ກິ່ງ​ຍັງ​ໄດ້​ກ່າວ​ຫາ
ອົງ​ດາ​ໄລ ລາ​ມະ ຜູ້​ນໍາ​ທາງ​ດ້ານຈິດໃຈ
ຂອງຊາວ​ທິ​ເບ​ດພັດ​ຖິ່ນ​ວ່າ ​ສະໜັບສະໜຸນ
ພຶດຕິການ​ເຫລົ່າ​ນັ້ນ ຊຶ່ງ​ເປັນການ​ກ່າວ​ຫາ
ທີ່​ທັງອົງດາ​ໄລ ລາ​ມະ ​ແລະ​ລັດຖະບານ
ທິ​ເບ​ດພັດ​ຖິ່ນ​ປະຕິ​ເສດ.

ທ່ານ Lobsang Sangay ຫົວໜ້າ​ລັດ
ຖະບານ​ພັດ​ຖິ່ນ​ທິ​ເບ​ດກ່າວ​ວ່າ ລັດຖະ
ບານ​ຂອງທ່າ​ນບໍ່​ໄດ້​ຊຸກຍູ້ໃຫ້ທໍາການ​ປະ
ທ້ວງ ບໍ່​ວ່າ​ໃນ​ທໍານອງໃດ​ກໍ​ຕາມ​ຢູ່​ໃນ
ຈີນ​ນັ້ນ ​ຍ້ອນຮູ້​ດີ​ວ່າ​ຜົນ​ສະທ້ອນ​ຈະ​ເປັນ
ແນວ​ໃດ ຊຶ່ງ​ທ່ານ Lobsang ກ່າວ​ຕໍ່​ໄປ​ວ່າ:

“ຖ້າ​ພວກ​ເຮົາທໍາ​ການ​ປະ​ທ້ວງ​ຢູ່​ໃນ​ທິ​ເບ​ດ​ ພວກ​ເຮົາ​ກໍ​ຈະຖືກ​ຈັບຫລື ຖືກ​ທຸບ​ຕີ
ບາງທີ​ກໍ​ຖືກ​ທໍລະມານ ຫລື​ບາງ​ທີ່​ກໍ​ຫາຍ​ສາບ​ສູນ ຫລື​ເສຍ​ຊີວິດ…”

ແຕ່ທ່ານ ລ໊ອບຊັງ ​ແລະ​ຄົນ​ອື່ນໆກ່າວ​ວ່າ ພຶດຕິການ​ຈູດ​ເຜົາ​ຕົນ​ເອງ​ນັ້ນ ສະ​ແດງ​ໃຫ້​ເຫັນ
ວ່າ​ ຊາວ​ທິ​ເບ​ດ​ໃນ​ປະ​ເທດ​ຈີນ ມີ​ຄວາມໝົດ​ຫວັງ​ທໍ້​ແທ້​ໃຈ​ສໍ່າ​ໃດ​.

ທ່ານ Robbie Barnett ປະ​ຈໍາ​ມະຫາ​ວິທະຍາ​ໄລ Columbia ກ່າວ​ວ່າ:

“ການ​ຈູດ​ເຜົາ​ຕົນ​ເອງ ​ແມ່ນ​ເປັນ​ຂີດ​ໝາຍການ​ປ່ຽນ​ແປງ​ທີ່​ສໍາຄັນ​ຫລາຍ​ ທີ່​
ສະ​ແດງ​ໃຫ້​ເຫັນ​ວ່າ ສິ່ງ​ທີ່​ກໍາ​ລັງ​ຈະ​ເກີດ​ຂຶ້ນສໍາ​ຫຼັບອະນາຄົດ​ຂອງ​ທິ​ເບ​ດນັ້ນ
ແມ່ນປະຊາ​ຊົນ​ໃນ​ທິ​ເບ​ດ​ເອງ ຈະ​ເປັນ​ຜູ້ກໍານົດ​ແລະ​ຕັດສິນໃຈ ​ແລະ​ພຶດຕິ
ການ​ຈູດ​ເຜົາ​ຕົນ​ເອງ​ນັ້ນ​ ກໍແມ່ນເປັນ​ການ​ຕັດສິນ​ໃຈ​ທີ່ແລ​ເຫັນ​ໄດ້​ແຈ້ງ​ທີ່​ສຸດ
ແລະເສົ້າສະຫຼົດ​ໃຈ​ທີ່​ສຸດ ແຕ່​ຂະນະ​ດຽວ​ກັນມັນ​ກໍ​ເປັນ​ຖະ​ແຫລ​ງການ​ທາງ
ການ​ເມືອງຢ່າງ​ນຶ່ງ.”

ພວກ​ນັກວິ​ເຄາະກ່ຽວ​ກັບ​ທິ​ເບ​ດ​ກ່າວ​ວ່າ ມັນ​ບໍ່​ຊົງ​ວ່າການ​ປະ​ທ້ວງ​ຕໍ່ຕ້ານ​ນະ​ໂຍບາຍ​ລັດຖະ
ບານ​ຈີນ​ ​ແລະ​ການ​ຈູດ​ເຜົາ​ຕົນ​ເອງຈະ​ຍຸດຕິ​ລົງ​ໃນ​ໄວໆນີ້​ ​ໂດ​ຍສະ​ເພາະຢ່າງ​ຍິ່ງ ຕໍ່ໜ້າການ
ຕອບ​ໂຕ້ຢ່າງ​ດຽວ​ທີ່ລັດຖະບານ​ປັກ​ກິ່ງ​ໄດ້​ກະທໍາ​ມາ​ຈົນ​ຮອດ​ປັດຈຸບັນ​ນີ້ ຊຶ່ງກໍ​ຄື​ເພີ່ມ​ການ​ຮັກ
ສາ​ຄວາມ​ປອດ​ໄພ​ເຄ່ງ​ຄັດ​ຂຶ້ນ ​ແລະ​ເພີ່ມ​ການປາບ​ປາມ​ ຢູ່​ໃນ​ເຂດ​ທິ​ເບ​ດຮຸນ​ແຮງ​ຂຶ້ນ​ອີກນັ້ນ.

ເບິ່ງວີດີໂອ ພາສາອັງກິດ:

XS
SM
MD
LG