ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນຂູ່ ຈະທໍລະມານ ຜູ້ແຈ້ງຂ່າວ ຊາວທິເບດ


ບ່ອນທີ່ຊາວທິເບດ ເຜົາໂຕເອງປະທ້ວງ ຕໍ່ຕ້ານການປົກຄອງຂອງຈີນ
ບ່ອນທີ່ຊາວທິເບດ ເຜົາໂຕເອງປະທ້ວງ ຕໍ່ຕ້ານການປົກຄອງຂອງຈີນ

ກຸ່ມ​ປົກ​ປ້ອງ​ສິດທິ​ສື່​ມວນ​ຊົນ ນັກ​ຂ່າວ​ບໍ່​ມີ​ພົມ​ແດນກ່າວ​ວ່າ ​ເຈົ້າໜ້າ​ທີ່​ຈີນ​ໄດ້ທຳ​ການ​ຂົ່ມຂູ່​
ຢ່າງ​ເປີດ​ເຜີຍ​ທີ່​ຈະ​ທໍລະມານພວກ​ທີ່ໃຫ້​ຂໍ້​ມູນ​ຫຼື​ແຈ້ງ​ຂ່າວ​ກ່ຽວ​ກັບ​ສະຖານະການ​ໃນ​ທິ​ເບ​ດ.

ໃນ​ຖະ​ແຫຼງການ​ສະບັບ​ນຶ່ງທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ພະຫັດ​ວານ​ນີ້ ອົງການ​ນັກຂ່າວ​ບໍ່​ມີ​ພົມ
ແດນ​ທີ່​ມີ​ສຳນັກງານ​ຢູ່​ກຸງ​ປາຣີໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ແຮງ ​ຕໍ່ນະ​ໂຍບາຍ​ສ້າງ​ຄວາມ
ຢ້ານກົວ ທີ່​ອົງການ​ດັ່ງກ່າວ​ເວົ້າວ່າ ​ໄດ້​ມີ​ການ​ດຳ​ເນີນ​ກັນຢ່າງ​ເປັນ​ການ​ເປີດແປນຢູ່​ໃນ​ເຂດ
ເມືອງ Gan Lho ຊຶ່ງ​ເປັນ​ເຂດ​ປົກຄອງ​ຕົນເອງຂອງ​ຊາວ​ທິ​ເບ​ດ​ໃນ​ແຂວງ Gansu ທາງ​
ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງຈີນ. ຖະ​ແຫຼງການ​ກ່າວ​ຕໍ່​ໄປ​ວ່າຕຳຫຼວດ​ໄດ້​ອອກ​ແຈ້ງ​ການ
ຢູ່​ຕາມ​ສະຖານ​ທີ່ສາທາລະນະ​ຕ່າງໆ ຊຶ່ງ​ບຸກຄົນ​ໃດ​ກໍ​ຕາມທີ່​ສະ​ແດງ​ອອກ​ຄວາມ​ຄິດ​ຄວາມ
ເຫັນແລະ​ຂໍ້​ມູນ​ໃດ​ນຶ່ງ​ແມ່ນ​ໄດ້​ຖືກ​ຂົ່ມຂູ່​ວ່າ​ຈະ​ຖືກ​ທຸບ​ຕີ​ແລະ​ທໍລະມານ.

ຖະ​ແຫຼງການ​ເວົ້າວ່າ ຂໍ້​ມູນ​ທີ່ຢູ່​ໃນໃບ​ແຈ້ງ​ການນັ້ນ​ ໄດ້ຖືກ​ນຳ​ອອກ​ເຜີຍ​ແຜ່ ​ໂດຍໜັງສືພິມ
Tibet Post International ​ແລະ​ເວັບ​ໄຊ​ທ໌ຂ່າວ​ທິ​ເບ​ດ ທີ່​ມີ​ສຳນັກງານ​ຢູ່ທີ່​ເມືອງ Dha-
ramsala ສູນ​ກາງ​ລັດຖະ​ບານ​ພັດ​ຖິ່ນ​ທິ​ເບ​ດ​ໃນ​ປະ​ເທດ​ອິນ​ເດຍ.

ອົງການ​ນັກ​ຂ່າວ​ບໍ່​ມີ​ພົມ​ແດນ​ກ່າວ​ວ່າ ຈຸດປະສົງ​ຂອງ​ການ​ຂົ່ມຂູ່​ຈະ​ທໍລະມານນີ້ແມ່ນເພື່ອ
ປູກ​ຝັງ​ຄວາມ​ຄິດ ​ເພື່ອ​ສ້າງ​ຄວາ​ມຢ້ານ​ກົວ​ ສຳ​ຫຼັບພວກ​ທີ່​ອາດ​ນຳ​ຂໍ້​ມູນອອກ​ເຜີຍ​ແຜ່ກ່ຽວ​
ກັບ​ນະ​ໂຍບາຍ​ການ​ກົດ​ຂີ່​ຂອງ​ລັດຖະບານ ​ຕໍ່​ປະຊາຊົນ​ຊາວ​ທິ​ເບ​ດ. ອົງການ​ນັກ​ຂ່າວ​ບໍ່​ມີ​
ພົມ​ແດນ​ເຕືອນ​ວ່າ ການ​ອອກ​ແຈ້ງ​ການ​ເຕືອນ ກ່ຽວ​ກັບການ​ທີ່​ຈະ​ໃຊ້​ກຳລັງ​ຕອບ​ໂຕ້​ດ້ວຍ
ການ​ທຳຮ້າຍ​ຮ່າງກາຍ​ ແມ່ນ​ເປັນ​ການລະ​ເມີດຕໍ່ມາດຕາ 2 ຂອງ​ສົນທິສັນຍາ​ນາໆ​ຊາດ​ຕໍ່
ຕ້ານ​ການ​ທໍລະມານ ​ແລະ​ການ​ທາລຸນ​ນະ​ກຳອື່ນໆການ​ປະຕິບັດ​ຫຼືການ​ລົງ​ໂທດ​ແບບ​ໂຫດ
ຮ້າຍ​ຫຼືຕໍ່າ​ຊ້າ ທີ່​ຈີນ​ໄດ້​ລົງນາມ​ໄປ​ນັ້ນ.

ອົງການ​ນັກ​ຂ່າວ​ບໍ່​ມີ​ພົມ​ແດນ ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ຂຽນ​ລາຍ​ງານ​ພິ​ເສດ​ຂອງ​ອົງການສະຫະ​
ປະຊາ​ຊາດ ​ກ່ຽວ​ກັບເລື່ອງ​ທໍລະມານ ທ່ານ Juan Mendez ທຳ​ການ​ສືບສວນກ່ຽວ​ກັບ​
ລາຍ​ງານ​ຂ່າວ​ການ​ອອກ​ໃບ​ແຈ້ງ​ການ​ຂົ່ມຂູ່​ແລະ​ປະນາມ​ເຈົ້າໜ້າ​ທີ່ໆ​ໃຊ້​ການ​ຂົ່ມຂູ່​ດັ່ງກ່າວ
ນີ້.

XS
SM
MD
LG