ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນເຕືອນ ກ່ຽວກັບ ສະຖຽນລະພາບ ທີ່ທິເບດ


ກອງທັບຈີນ ທີ່ທີເບດ.
ວັນທີ 7 ກຸມພາ 2012.
ກອງທັບຈີນ ທີ່ທີເບດ. ວັນທີ 7 ກຸມພາ 2012.

ຈີນ​ໄດ້​ເຕືອນ​ພວກ​ເຈົ້າ​ໜ້າ​ທີ່​ໃນ​ທິ​ເບ​ດວ່າ ພວກ​ເຂົາ​ເຈົ້າ​ຈະ​ຕ້ອງ​ຮັກສາ ສະຖຽນ​ລະ​ພາບ​ໄວ້ ກ່ອນ​ວັນ​ຄົບຮອບ 4 ປີ​ແຫ່ງ​ການ​ກໍ່​ຄວາມ​ຮຸນ​ແຮງຂຶ້ນ​ໃນ​ນະຄອນຫລວງ Lhasa ຂອງ​ທິ​ເບ​ດທີ່​ມີ​ຜູ້​ຄົນ​ເສຍ​ຊີວິດ​ໄປ​ນັ້ນ.

ຈີນ​ໄດ້​ເພີ່ມ​ການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຕົນ​ຂຶ້ນ​ໃນ​ທິ​ເບ​ດ​ແລະ​ໃນບັນດາ​ແຂວງ​ອ້ອມ​ແອ້ມ ຫລັງ​ຈາກ​ມີ​ການ​ເອົາ​ໄຟ​ເຜົາຕົນ​ເອງ​ແລະ​ການປະ​ທ້ວງ​ຕິດ​ຕໍ່​ກັນ​ມາ​ຫຼາຍ​ຄັ້ງ​ຕໍ່ຕ້ານ​ການ​ປົກຄອງ​ຂອງ​ຈີນ​ທີ່​ທິ​ເບດນັ້ນ.

ໃນ​ວັນ​ຈັນ​ວານ​ນີ້ ລັດຖະບານພັດ​ຖິ່ນຂອງ​ທິ​ເບ​ດ​ໃນ​ປະ​ເທດ​ອິນ​ເດຍ ໄດ້​ເວົ້າ​ເຖິງ​ລາຍ​ງານ​ຂ່າວ​ຕ່າງໆ​ທີ່​ບໍ່​ໄດ້​ຮັບ​ການ​ຢືນຢັນ​ວ່າ ຊາວທິ​ເບ​ດ 3 ຄົນ​ໄດ້​ເອົາ​ໄຟ​ເອົາ​ໄຟ​ເຜົາ​ຕົນ​ເອງ​ໃນ​ວັນ​ສຸກ​ຜ່ານ​ມາ​ທີ່​ເມືອງ Sertha ທີ່​ເປັນ​ເຂດ​ນຶ່ງ​ຂອງ​ທິ​ເບ​ດ​ໃນ​ແຂວງ​ຊີ​ສວນ​ຂອງ​ຈີນ. ຖ້າ​ຫາກມີ​ການ​ຢືນຢັນ​ລາຍ​ງານ​ຂ່າວ​ເຫລົ່າ​ນີ້ ກໍ​ຈະ​ເຮັດ​ໃຫ້​ຈໍານວນ​ພະສົງ​ ພ້ອມ​ທັງ​ພວກ​ແມ່​ຊີ​ແລະ​ຄະລາວາ​ດສາ​ສະໜາ​ພຸດ​ເພີ່ມ​ຂຶ້ນ​ເປັນ​ຢ່າງ​ໜ້ອຍ 19 ຄົນ​ທີ່​ເຊື່ອ​ກັນ​ວ່າ ​ໄດ້​ເອົາ​ໄຟ​ເຜົາ​ຕົນ​ເອງ​ໃນ​ຊ່ວງ​ປີຜ່ານມາ​ນີ້.

ແຕ່​ສື່​ມວນ​ຊົນ​ຈີນ​ປະຕິ​ເສດ​ຕໍ່​ລາຍ​ງານ​ຂ່າວ​ເຫລົ່າ​ນີ້.

ການ​ກໍ່​ຄວາມ​ວຸ້ນ​ວາຍ​ຂຶ້ນ​ນີ້ ນັບ​ວ່າ​ເປັນ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ນັບ​ແຕ່​ປີ 2008 ​ເປັນ​ຕົ້ນ​ມາ ​ເວລາ​ປະຊາຊົນ 22 ຄົນ​ເສຍ​ຊີວິດ​ໃນ​ການ​ກໍ່​ຈະລາຈົນໃນ​ນະຄອນ Lhasa ​ແລະ​ໃນ​ຂົງ​ເຂດ​ຕ່າງໆຂອງ​ຊາວ​ທິ​ເບ​ດ​ໃນ​ບັນດາ​ແຂວງ​ທີ່ຢູ່​ຂ້າງຄຽງ​ກັນ​ນັ້ນ.

ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ມາ​ຈາກ​ເມືອງ​ທໍາ​ມະ​ສາ​ລາ​ທີ່​ພວກ​ຊາວ​ທິ​ເບ​ດອາ​ໄສ​ຢູ​ໃນ​ພາກ​ເໜືອ​ຂອງ​ອິນ​ເດຍ ລັດຖະບານ​ພັດ​ຖິ່ນທິ​ເບ​ດ ກ່າວ​ວ່າ ການ​ເອົາ​ໄຟ​ເຜົາຕົນ​ເອງ​ຫລາຍ​ຄັ້ງ​ນີ້ ສະ​ແດງ​ໃຫ້​ພວກ​ເຮົາ​ເຫັນ​ວ່າ ນະ​ໂຍບາຍ​ຕ່າງໆ​ຂອງ​ຈີນ​ໃນ​ທີ​ເບ​ດ ​ໄດ້​ເພີ່ມ​ຂຶ້ນ​ເຖິງ​ລະດັບໃໝ່​ໃນ​ການ​ກົດ​ຂີ່​ປາບ​ປາມ.

ແຕ່​ຈີນ​ໄດ້​ຖິ້ມ​ໂທດເຫດການ​ທີ່​ເກີດ​ຂຶ້ນ​ເຫລົ່າ​ນີ້​ໃສ່​ພວກ​ຊາວ​ທິ​ເບ​ດທີ່​ລີ້​ໄພ​ຢູ່​ຕ່າງປະ​ເທດ​ເປັນຜູ້​ຍຸຍົງ​ໃຫ້​ທຳ​ການປະ​ທ້ວງ​ຕ່າງໆຂຶ້ນ ​ໂດຍ​ສະ​ເພາະ ອົງ​ດາ​ໄລ ລາ​ມະ ຜູ້​ນໍາ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ທິ​ເບ​ດ ທີ່​ໄດ້​ຫລົບໜີ​ໄປ​ລີ້​ໄພ​ໃນ​ອິນ​ເດຍ​ໃນ​ປີ 1959 ​ ຫລັງ​ຈາກ​ບໍ່​ປະສົບ​ຜົນ​ສໍາ​ເລັດ​ໃນ​ການ​ລຸກຣືຂຶ້ນ​ຕໍ່ຕ້ານ​ຈີນ​ນັ້ນ.

XS
SM
MD
LG