ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນເພີ່ມມາດຕະການ ຮັກສາຄວາມປອດໄພຂຶ້ນ ໃນວັດສາສະໜາພຸດ ໃນເຂດທິເບດ


ວັດສາສະໜາພຸດທີ່ທິເບດ.
ວັດສາສະໜາພຸດທີ່ທິເບດ.

ເຈົ້າ​ໜ້າ​ທີ່ສູ​ງສຸດ​ໃນ​ທິ​ເບ​ດ ທີ່​ຈີນປົກຄອງ ໄດ້​ສັ່ງ​ໃຫ້​ທໍາການ​ກໍາກັບ​ດູ​ແລ​ເພີ່ມ​ຂຶ້ນ​ໃນ​ວັດ​ສາສະໜາ​ພຸດ​ແຫ່ງ​ຕ່າງໆ ໃນອັນ​ທີ່​ປະກົດ​ວ່າ​ເປັນ​ຄວາມ​ພະຍາຍາມ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໂດຍ​ຊົນ​ກຸ່ມນ້ອຍ​ທິ​ເບ​ດ​ແຜ່​ລາມ​ອອກ​ໄປ​ໃນ​ແຂວງ​ຊີ​ສວນ​ທີ່ຢູ່ໃກ້​ຄຽງ​ກັນ​ນັ້ນ.

ໄດ້​ມີ​ການ​ອ້າງ​ຄໍາ​ເວົ້າ​ຂອງທ່ານ Qi Zhala ຜູ້​ນໍາ​ພັກ​ຄອມ​ມີ​ວນິດ​ໃນ​ນະຄອນຫລວງ​ Lhasa ຂອງ​ທິ​ເບ​ດໂດຍສື່​ແຫ່ງ​ລັດ​ໃນ​ວັນ​ອັງຄານ​ມື້​ນີ້ ວ່າ​ພວກ​ເຈົ້າ​ໜ້າ​ທີ່​ຄວນ​ຈະ​ດໍາ​ເນີນ​ການ​ເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ເອົາໄວ້​ໃນ​ວັດ​ວາ​ອາ​ຮາມແຫ່ງ​ຕ່າງໆ​ໃນ​ທິ​ເບ​ດ.

ທ່ານ Qi Zhala ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ຄວນ​ຈະ​ທໍາ​ການ​ໂຈມ​ຕີ​ຢ່າງ ໜັກ ​ຕໍ່​ອັນ​ທີ່​ທ່ານ​ເອີ້ນ​ວ່າ ພວກ​ຫົວ​ແບ່ງ​ແຍກ​ແລະ​ກິດຈະ​ກໍາ​ທາງ​ດ້ານ​ອາຍາ​ຕ່າງໆ ​ໂດຍ​ພວກ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ອົງ​ດາ​ໄລລາ​ມະ ​ຊຶ່ງ​ທ່ານກ່າວ​ຕໍ່ໄປ​ວ່າ ​ແມ່ນ​ແຕ່​ເຫດການ​ນ້ອຍໆ​ກໍ​ບໍ່​ຄວນ​ຈະ​ປະປ່ອຍ​ໃຫ້​ເກີດ​ຂຶ້ນ​ໄດ້.

ທ່ານ Qi ກ່າວ​ຖ້ອຍ​ຖະ​ແຫລ​ງ​ເຫລົ່າ​ນີ້​ ໃນ​ລະຫວ່າງ​ທໍາ​ການ​ກວດກາສະຖານ​ທີ່​ຮັກສາ​ຄວາມ​ປອດ​ໄພ​ເລາະ​ຕາມ​ຖະໜົນຫລວງ​ທີ່​ສໍາຄັນ​ສາຍ​ນຶ່ງ​ທີ່​ເຊື່ອມ​ໂຍງ​ນະຄອນຫລວງ​ທີ​ເບ​ດກັບ​ແຂວງ​ຊີ​ສວນ​ນັ້ນ.

ພວກ​ທີ່​ເຫັນ​ເຫດການ​ແລະ​ບັນດາ​ກຸ່ມ​ທີ່​ລີ້​ໄພ​ໃນ​ຕ່າງປະ​ເທດ​ກ່າວ​ວ່າ ພວກປະ​ທ້ວງ​ຊາວ​ທິ​ເບ​ດຈໍານວນ​ຫລາຍ​ເຖິງ 7 ຄົນ​ໄດ້​ເສຍ​ຊີວິດ​ໃນ​ແຂວງ​ຊີ​ສວນ​ໃນ​ສັບປະດາ​ແລ້ວ​ນີ້ ​ເວລາຕໍາຫລວດ​ຈີນ​ເປີດ​ສາກ​ຍິງປືນ​ໃສ່​ພວກ​ເຂົ້າ​ເຈົ້າ​ ໃນ​ບ່ອນ​ທີ່​ເກີດ​ການ​ປະ​ທ້ວງໃນ 3 ​ແຫ່ງ.

ລັດຖະບານ​ຫວັງ​ວ່າ ​ຂະ​ບວນການ​ປະ​ທ້ວງ ອັນ​ເປັນ​ການ​ທ້າ​ທາຍໃຫຍ່​ທີ່​ສຸດ​ຕໍ່​ການ​ປົກຄອງ​ຂອງ​ຈີນ​ທີ່​ທິ​ເບ​ດ​ໃນ​ຮອບ​ຫລາຍ​ປີຜ່ານມາ ຈະ​ບໍ່​ແຜ່​ລາມ​ໄປ​ຍັງ​ທິ​ເບ​ດ​. ລັດຖະບານ​ໄດ້​ສັ່ງ​ໃຫ້​ເພີ່ມການ​ຮັກສາ​ຄວາມ​ປອດ​ໄພ​ຂຶ້ນ​ອີກ​ ເລາະ​ຕາມ​ຖະໜົນຫລວງ​ທີ່ສໍາຄັນຕ່າງໆ​ເພື່ອ ປ້ອງ​ກັນ​ບໍ່​ໃຫ້​ພວກ​ສ້າງ​ຄວາມ​ວຸ້ນວາຍ​ເຂົ້າ​ໄປໃນເຂດ​ທິ​ເບ​ດ.

XS
SM
MD
LG