ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວທິເບດອີກຄົນນຶ່ງ ເອົາໄຟເຜົາຕົນເອງ ທີ່ຈີນ.


ທີ່ຂ້າງນອກວັດ Kirti ທີ່ເເຂວງຊີສວນຂອງຈີນ.
ວັນທີ 14 ມັງກອນ 2012.
ທີ່ຂ້າງນອກວັດ Kirti ທີ່ເເຂວງຊີສວນຂອງຈີນ. ວັນທີ 14 ມັງກອນ 2012.

ລາຍ​ງານ​ຂ່າວ​ຈາກ​ຈີນ​ກ່າວ​ວ່າ ຊາວ​ທິ​ເບ​ດອີກ​ຄົນ​ນຶ່ງ​ໄດ້​ເອົາ​ໄຟ​ເຜົາ​ໂຕ​ຕາຍ​ໃນ​ວັນ​ເສົາ​ວານ​ນີ້ ​ແລະ​ຕໍາຫລວດ​ໄດ້​ປະ​ທະ​ກັນ​ກັບ​ພວກ​ປະ​ທ້ວງ​ທີ່​ພະຍາຍາ​ມ​ຍາດ​ເອົາ​ຮ່າງກາຍ​ທີ່​ຖືກ​ໄຟ​ໄໝ້​ນັ້ ​ຈາກ​ຕໍາຫລວດ.

ພວກ​ກຸ່ມ​ຊາວ​ທິ​ເບ​ດທີ່​ອາ​ໄສ​ຢູ່​ໃນ​ຕ່າງປະ​ເທດ​ກ່າວ​ວ່າ ​ເຫດການ​ດັ່ງ ກ່າວ​ເກີດ​ຂຶ້ນ​ຢູ່​ໃກ້ໆ​ກັບ​ວັດ Kirti ທີ່​ປະສົບ​ກັບ​ຄວາມ​ວຸ້ນ​ວາຍໃນແຂວງ​ຊີ​ສວນ.

ບໍ່​ເປັນ​ທີ່ຮູ້ຈັກ​ກັນວ່າ ຊາວ​ທິ​ເບ​ດທີ່ເອົາ​ໄຟ​ເຜົາ​ໂຕ​ເອງ ທີ່​ຄິດ​ກັນຄຶດ​ວ່າ​ເປັນ​ຜູ້​ຊາຍ​ນັ້ນ ​ໄດ້​ເສຍ​ຊີວິດ​ຫລື​ບໍ່?

ຕໍາຫລວດ​ໄດ້​ນໍາຮ່າງກາຍທີ່​ຖືກ​ໄຟ​ໄໝ້ຂອງ​ຊາຍ​ຄົນ​ນັ້ນ​ໄປ ຊຶ່ງ​ກະ​ຕຸ້ນ​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ​ຕື່ມ ​ຍ້ອນ​ຊາວ​ທິ​ເບ​ດຫລາຍ​ຮ້ອຍ​ຄົນ​ພາກັນ​ໄປ​ອ້ອມ​ສະຖານີຕໍາຫລວດໄວ້ ​ແລະ​ທວງ​ໃຫ້​ຕໍາຫລວດ​ສົ່ງໂຕ​ຊາຍ​ຄົນ​ນີ້​ຄືນ​ໃຫ້ເຂົາ​ເຈົ້າ.

ຢ່າງ​ໜ້ອຍ​ຊາວ​ທິ​ເບ​ດ 16 ຄົນ ສ່ວນ​ຫລາຍ​ເປັນ​ພະສົງ​ແລະ​ແມ່​ຊີ​ໄດ້​ເອົາ​ໄຟ​ເຜົາໂຕ​ຕາຍ​ໃນ​ປີຜ່ານມາ ​ເພື່ອ​ທໍາ​ການ​ປະ​ທ້ວງ​ຕໍ່ອັນ​ທີ່​ເຂົາ​ເຈົ້າກ່າວ​ວ່າ ການ​ປາບ​ປາມ​ທາງ​ສາ​ສະ​ໜ່າທີ່​ກໍາ​ລັງ​ເພີ່ມ​ຂຶ້ນ​ຂອງ​ກຸງ​ປັກ​ກິ່ງ.

ລັດຖະບານ​ຈີນ​ໄດ້​ປະນາມ​ການ​ເຜົາ​ໂຕ​ເອງ​ຕາຍ​ນີ້ ​ໂດຍ​ເອີ້ນ​ການກະທໍາເຊ່ນ​ນີ້ວ່າ​ເປັນ​ຮູບ​ແບບ​ອັນ​ນຶ່ງ​ຂອງ​ການ​ກໍ່​ການ​ຮ້າຍ. ກຸງ​ປັກ​ກິ່ງຍັງໄດ້ກ່າວ​ຫາ​ວ່າ ອົງ​ດາ​ໄລລາ​ມະ ຜູ້​ນໍາ​ດ້ານ​ຈິດ​ໃຈ​ຂອງ​ຊາວທິ​ເບ​ດທີ່​ອາ​ໄສ​ຢູ່ໃນ​ຕ່າງປະ​ເທດ​ ໃຫ້ການ​ສະໜັບສະໜຸນ​ຕໍ່​ການ​ກະທໍາ​ເຊ່ນ​ນັ້ນ.

ອົງ​ດາ​ໄລລາ​ມະໄດ້​ປະຕິ​ເສດ​ວ່າ​ ພະ​ອົງ​ບໍ່​ສົ່ງ​ເສີມ​ຊຸກຍູ້​ໃຫ້​ມີ​ການ​ເຜົາ​ໂຕຕາຍ​ ​ແຕ່ກໍ​ບໍ່​ໄດ້ກ່າວ​ປະນາມ​ການ​ກະທໍາ​ດັ່ງກ່າວ​ຢ່າງ​ເປີດເຜີຍ. ​ໃນ​ການ​ໃຫ້​ສໍາພາດ​ກັບ​ຕາໜ່າງ​ໂທລະພາບ BBC ຂອງ​ອັງກິດ​ໃນ​ປີ ຜ່ານມາ ພະ​ອົງ​ໄດ້​ກ່າວ​ວ່າ ພວກ​ທີ່​ເອົາ​ໄຟ​ເຜົາ​ໂຕ​ຕາຍ​ນັ້ນ​ເປັນ​ຄົນ​ທີ່​ກ້າຫານ ​ແຕ່​ການ​ເສຍສະລະຊີວິດ​ແບບ​ນັ້ນ​ ບໍ່​ໄດ້​ເປັນ​ສິ່ງ​ທີ່​ສະຫລາດ​ ເພາະວ່າມັນ​ຍັງ​ຜົນໃຫ້​ ທາງ​ການ​ຈີນ​ທໍາ​ການ​ປາບ​ປາມ​ຊ່າວ​ທິ​ເບ​ດຮ້າຍ​ແຮງ​ຂຶ້ນຕື່ມ.

XS
SM
MD
LG