ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄອບຄົວ ກຸ່ມນຶ່ງ ​ປະນາມ ປ.​ປະ​ເທດ​ຈີນ ທ່ານ Xi Jinping


ກຸ່ມ​​ແມ່​ຂອງ​ພວກນັກ​ເຄື່ອນໄຫວ​ ໄດ້​ຮຽກຮ້ອງ​ໃຫ້​ຜູ້​ນໍາ​ຈີນ ​ເປີດການ​ສົນທະນາ​ກ່ຽວ​ກັບການ​ທັງ​ມ້າງປາບ​ປາມ ​ຢູ່ທີ່ຈະຕຸ​ລັດ Tianamen ​ໃນປີ 1989.
ກຸ່ມ​​ແມ່​ຂອງ​ພວກນັກ​ເຄື່ອນໄຫວ​ ໄດ້​ຮຽກຮ້ອງ​ໃຫ້​ຜູ້​ນໍາ​ຈີນ ​ເປີດການ​ສົນທະນາ​ກ່ຽວ​ກັບການ​ທັງ​ມ້າງປາບ​ປາມ ​ຢູ່ທີ່ຈະຕຸ​ລັດ Tianamen ​ໃນປີ 1989.
ບັນດາຄອບຄົວກຸ່ມ​ນຶ່ງ ​ໄດ້​ປະນາມປະທານ​ປະ​ເທດ​ຈີນ ທ່ານ Xi
Jinping ທີ່​ບໍ່​ສາມາດ​ທຳ​ການປະຕິ​ຮູ​ບທາງ​ດ້ານການ​ເມືອງ ​
ໂດຍ​ກ່າວ​ວ່າ ທ່ານ​ກໍາລັງ​ນໍາພາ ຈີນ “ກັບ​ຄືນ​ໄປ​ສູ່ນະ​ໂຍບາຍ​
ດັ້ງ​ເດີມຂອງເມົາ​ເຈີ​ຕຸ​ງ.”

ຢູ່​ໃນ​ໜັງ​ສື​ເປີດ​ຊອງ ທີ່​ພິມເຜີຍ​ແຜ່​ທາງອິນ​ເຕີ​ແນັດ​ໃນ​ວັນ​ສຸກ​
ມື້ນີ້ ​ໂດຍ​ເວັບ​ໄຊ ຂອງ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ໃນ​ຈີນ ທີ່​ມີ​ສຳ
ນັກງານ​ ຕັ້ງຢູ່​ນະຄອນ​ນິວຢອກນັ້ນ ກຸ່ມແມ່​ຂອງ​ພວກນັກ​ເຄື່ອນ
​ໄຫວ​ທີ່ຈະຕຸລັດ Tianamen ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ນໍາ​ຈີນ ​ເປີດການ​
ສົນທະນາ ​ແລະຊັ່ງຊາ​ຕີ​ລາຄາ​ຄືນ​ໃໝ່​ກ່ຽວ​ກັບການ​ທັງ​ມ້າງປາບ​ປາມ ​ເມື່ອວັນ​ທີ 4 ​ເດືອນ​ມິຖຸນາ ປີ 1989 ຢູ່ທີ່ຈະຕຸ​ລັດ Tianamen ໃນ​ກຸງ ປັກ​ກິ່ງ ທີ່​ໄດ້​ສັງຫານ​ພວກ​ປະ​ທ້ວງເຖິງ 3000 ພັນ​ຄົນ.

ກຸ່ມ​ດັ່ງກ່າວ​ໄດ້​ຮຽກຮ້ອງ​ຊໍ້າ​ແລ້ວ​ຊໍ້າ​ອີກ ໃຫ້​ຈີນພິມ​ເຜີຍ​ແຜ່​ລາຍຊື່​ທັງໝົດ​ຂອງ​ຜູ້​ເສຍ​ຊີວິດ ​ແລະ​ຈ່າຍ​ເງິນ​ຊົດ​ເຊີຍ​ໃຫ້​ແກ່​ຍາດຕິ​ພີ່ນ້ອງຂອງ​ພວກ​ທີ່​ຕາຍ.

ໜັງສື​ສະບັບຫລ້າ​ສຸດ​ກ່າວ​ວ່າ ສັງຄົມ​ຈີນ ​ແມ່ນ “​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້ສຶກ​ແບບ ໝົດ​ຫວັງ​” ​ແລະກໍບໍ່​ມີຜູ້​ນໍາ​ຈີນຄົນ​ໃດ​ຂອງ​ຈີນ​ເມື່ອ​ມໍ່ໆ​ມາ​ນີ້ ​ເປັນ​ຜູ້​ປະຕິ​ຮູບ​ຢ່າງ​ແທ້​ຈິງ ຮວມ​ທັງ Xi Jinping ຜູ້​ທີ່​ໄດ້​ຂຶ້ນ​ເປັນປະທານ​ປະ​ເທດ ​ໃນ​ປີ​ນີ້.
XS
SM
MD
LG