ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພາຍຸໄຕ້ຝຸ່ນ Soudelor ທີ່ອ່ອນແຮງລົງ ໄດ້ເຮັດໃຫ້ 8 ຄົນ ເສຍຊີວິດໃນ ຈີນ


ເຈົ້າໜ້າທີ່ໜ່ວຍກູ້ໄພ ຍ່າງໃນຖະໜົນທີ່ຖືກນ້ຳຖ້ວມ ຢູ່ເມືອງ Ningde ແຂວງ Fujian ທີ່ຖືກຖະລົ່ມໂດຍພາຍຸໄຕ້ຝຸ່ນ Soudelor ປະເທດ ຈີນ. 9 ສິງຫາ 2015.
ເຈົ້າໜ້າທີ່ໜ່ວຍກູ້ໄພ ຍ່າງໃນຖະໜົນທີ່ຖືກນ້ຳຖ້ວມ ຢູ່ເມືອງ Ningde ແຂວງ Fujian ທີ່ຖືກຖະລົ່ມໂດຍພາຍຸໄຕ້ຝຸ່ນ Soudelor ປະເທດ ຈີນ. 9 ສິງຫາ 2015.

ຝົນ​ຍັງ​ສືບ​ຕໍ່ຕົກໜັກ​ຢູ່​ ໃນ​ວັນ​ອາທິດ​ມື້​ນີ້ ​ຢູ່​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ຂອງ​ຈີນ ບ່ອນ​ ​ໄຕ້​ຝຸ່ນ Soudelor ສ້າງຄວາມ​ເສຍ​ຫາຍ​ຂະນະ​ທີ່​ເຄື່ອນ​ຍ້າຍ​ຂຶ້ນຝັ່ງ ເຮັດ​ໃຫ້​ເກີດ​ນ້ຳຖ້ວມ​ ​ແລະ ຢ່າງ​ນ້ອຍ 14 ຄົນ​ເສຍ​ຊີວິດ.

ລະບົບ​ພາຍຸ​ໄຕ້​ຝຸ່ນ ​ຫລຸດລະດັບ​ລົງ​ ເປັນພະຍຸ​ເຂດ​ຮ້ອນທີ່ ຖະຫລົ່ມ ​ແຂວງ ຟູ​ຈຽນ ​ແລະ ສີ​ຈຽງ ຂອງ​ຈີນຢ່າງ​ໜັກທີ່​ສຸດ ​ເຮັດ​ໃຫ້​ 8 ຄົນ​ເສຍ​ຊີວິດ ​ໃນ​ຂະນະ​ດຽວ​ກັນ ​ໄດ້​ກໍ່​ໃຫ້​ເກີດ​ດິນ​ເຈື່ອນ​ນຳ​ດ້ວຍ. ພາຍຸ​ດັ່ງກ່າວ​ໄດ້ຕັດຂາດກະ​ແສ​ໄຟຟ້າໃຫ້​ແກ່ພົນລະ​ເມືອງ ຫຼາຍກວ່າ ໜຶ່ງ​ລ້ານ​ຄົນ ​ແລະ ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ 250,000 ​ຄົນ ​ໄດ້​ຖືກ​ຍົກຍ້າຍອອກ​ຈາກ​ເຮືອນ​ຊານ​ຂອງ​ພວກ​ເຂົາ​ເຈົ້າ.

​ໃນ​ວັນ​ເສົາ​ວານ​ນີ້ ພາຍຸໄຕ້​ຝຸ່ນ Soudelor ​ໄດ້​ພັດ​ຖະຫລົ່ມ​ທົ່ວ​ເກາະໄຕ້​ຫວັນ ດ້ວຍ​ລົມ​ແຮງ​ເຖິງ 160 ກິ​ໂລ​ແມັດ​ຕໍ່​ຊົ່ວໂມງ ​ເຮັດ​ໃຫ້ 3 ລ້ານ​ຫລັງຄາ​ເຮືອນ ບໍ່​ມີ​ໄຟຟ້າ ​ແລະ ​ຖອນ​ຮາກ​ ​ພວກຕົ້ນໄມ້ຂຶ້ນ​ຊະ​ຊາຍ​ໄປ​ຕາມ​ທ້ອງ​ຖະໜົນ.

ບັນດາ​ເຈົ້າໜ້າ​ທີ່ ​ໃນ​ໄຕ້​ຫວັນ ກ່າວ​ວ່າ ​ພາຍຸໄຕ້​ຝຸ່ນ Soudelor ​ໄດ້​ສັງຫານ ຢ່າງ​ນ້ອຍ 6 ຄົນ​ໃນ​ໄຕ້​ຫວັນ. ​ເດັກ​ຍິງ ອາຍຸ 8 ປີ ພ້ອມ​ດ້ວຍ​ແມ່​ຂອງ​ນາງ ​ແລະ ຄູ່​ແຝດ​ຍິງ ​ແມ່ນ​ລວມຢູ່​ໃນ​ຜູ້​ທີ່​ເສຍ​ຊີວິດ ຫຼື ຫາຍ​ສາບ​ສູນ ຫຼັງຈາກ​ທີ່​ໄດ້​ຖືກ​ຄື້ນຟອງ​ທະ​ເລ​ພັດ​ອອກໄປ ຢູ່​ຕາມ​ຊາຍ​ຝັ່ງ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ບັນດາ​ທະຫານ ​ແລະ ໜ່ວຍ​ກູ້​ໄພ ພ້ອມ​ດ້ວຍ​ໝາຄົ້ນ​ຫາ ​ໄດ້​ເລີ້ມ​ຕົນ​ພາລະກິດການເກັບ​ກູ້ ​ຕາມດິນ​ເຈື່ອນ ​ແລະ ຊາກ​ຫັກ​ພັງ​ຕ່າງໆ ​ໃນ​ວັນ​ອາທິດ​ມື້​ນີ້ ຫຼັງຈາກ​ພາຍຸ​ໄດ້​ເຄື່ອນ​ຍ້າຍ​ອອກ​ໄປ​ແລ້ວ.

​ເຖິງ​ແມ່ນ​ວ່າ ພາຍຸ​ໄຕ້​ຝຸ່ນ ​ໄດ້​ຫລຸດ​ກຳລັງ​ລົງ ກ່ອນ​ໜ້າ​ຈະພັດຂຶ້ນຝັ່ງນັ້ນ ພວກນັກ ພະຍາກອນ ອາກາດກ່າວວ່າ ໄຕ້ຝຸ່ນ Soudelor ຢູ່​ໃນ​ຊ່ວງ​ເວລາໜຶ່ງເປັນລົມພາຍຸທີ່ແຮງ ທີ່ສຸດສຳ​ຫລັບ​ປີ​ນີ້.

China Taiwan Typhoon update
please wait

No media source currently available

0:00 0:00:47 0:00

XS
SM
MD
LG