ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນໂຈະ ໂຄງການກໍ່ສ້າງ ໂຮງງານຜະລິດເຄມີນໍ້າມັນ ຍ້ອນການປະທ້ວງ


ບັນດາຊາວເມືອງ ພາກັນເດີນຂະບວນ ປະທ້ວງໂຄງການກໍ່ສ້າງ ໂຮງງານຜະລິດເຄມີນໍ້າມັນ ເພາະຢ້ານເກີດ ມີມົນລະພິດ ຕໍ່ສິ່ງແວດລ້ອມ.
ບັນດາຊາວເມືອງ ພາກັນເດີນຂະບວນ ປະທ້ວງໂຄງການກໍ່ສ້າງ ໂຮງງານຜະລິດເຄມີນໍ້າມັນ ເພາະຢ້ານເກີດ ມີມົນລະພິດ ຕໍ່ສິ່ງແວດລ້ອມ.
ບັນດາ​ເຈົ້າ​ໜ້າ​ທີ່ ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ ໄດ້ໂຈະໂຄງການ
ກໍ່ສ້າງ ໂຮງງານຜະລິດນໍ້າມັນໄວ້ ຫລັງຈາກໄດ້ມີການປະທ້ວງມາ
ເປັນເວລາຫລາຍມື້ ໂດຍພວກຊາວເມືອງ ທີ່​ຢ້ານ​ວ່າມັນ​ຈະ​ປ່ອຍ​
ມົນ​ລະພິດ ຢູ່​ໃນ​ຂົງ​ເຂດ.

​ເຈົ້າ​ໜ້າ​ທີ່​ເທດສະບານ​ເມື​ອງ Ningbo ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ​ແຜນການ​ຂະ​ຫຍາ​ຍ​ໂຮງງານດັ່ງກ່າວ ​ໄດ້ໂຈະ​ໄວ້​ກ່ອນ​ ເພື່ອ
ລໍຖ້າ​ເບິ່ງ “ການ​ທົບ​ທວນຄືນດ້ານ​ວິທະຍາສາດ” ຂອງ​ຜົນ​ກະທົບຕໍ່​ສິ່ງ​ແວດ​ລ້ອມ. ​ໂຮງງານ​ຜະລິດເຄມີ​ນໍ້າມັນ ທີ່​ຕັ້ງ​ຢູ່ເຂດ​ Zhenhai
ແຄ​ມທ​ະ​ເລ ຂອງ​ເມືອງ Ningbo ແມ່ນເປັນ​ສາຂາ​ນຶ່ງຂອງ Sinopec ຊຶ່ງ​ເປັນ​ບໍລິສັດ​ກັ່ນ​ນໍ້າມັນ​ທີ່​ສໍາຄັນ​ຂອງ​ຈີນ.

ບັນດາ​ຜູ້​ເຫັນ​ເຫດການ ​ເວົ້າ​ວ່າ ປະຊາຊົນ​ເ​ມື​ອງ Ningbo ຫລາຍ
​ພັນ​ຄົນໄດ້ພາກັນ​ເດີນຂະ​ບວນ​ຢູ່​ຕາມ​ຖະໜົນຫົນທາງ ​ປະທ້ວງໂຄງການດັ່ງກ່າວຢູ່ຫລາຍ​
ວັນ ກ່ອນ​ການ​ຕັ​ດສິນ​ໃຈ​ໂຈະ​ໄວ້​ຂອງ​ລັດຖະບານ​ທ້ອງ​ຖິ່ນ​ໃນ​ວັນ​ອາທິດວານ​ນີ້. ບັນດາ​ນັກ​ເຄື່ອ​ນ​ໄຫວ​ກ່າວ​ວ່າຕໍາຫລວດ​ປາບ​ການ​ຈະລາຈົນ ໄດ້​ຍິງ​ແກ໊ສນໍ້າຕາ​ ​ເພື່ອ​ຂັບ​ໄລ່​ຝູງ​ຊົນ. ​ໃນ​ຂະນະ​ດຽວ​ກັນ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ປະ​ທ້ວງ​ຈໍານວນ​ນຶ່ງ ພາກັນ​ຂວໍ້າ​ລົດຫລາຍ​ຄັນ ​ແລະ​ໂຈມ​ຕີຕໍາຫລວດ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຈົ້າ​ເມືອງ Ningbo ​ແລະ ຫົວໜ້າ​ພັກ​ຄອມ​ມິ​ວນິສຂອງເມືອງ ໄດ້​ພົບ​ປະ​ກັບຊາວ​ເມືອງ ​ໃນຕອນ​ແລງ​ວັນ​ເສົາ​ຜ່ານ​ມາ ເພື່ອ​ຮັບ​ຟັງ​ຄວາມ​ຈົ່ມ​ວ່າ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ​ໂຮງງານ​ຜະລິດ​ເຄມີ​ນໍ້າມັນນັ້ນ. ​ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ ວ່າລັດຖະບານ​ກໍາແພງ​ເມືອງ​ຈະ
ຍົກ​ເລີກ​ໂຄງການນີ້​ຢ່າງ​ສີ້​ນ​ເຊີງ ຫລື​ຮື້ຟື້ນມັນ​ຄືນມາ ​ເວລາ​ຄວາມ​ກົດ​ດັນ​ຂອງປະຊາຊົນ
ຜ່ອນ​ເບົາ​ລົງ​ແດ່​ແລ້ວ.

ບັນດາ​ນັກ​ເຄື່ອ​ນໄຫ​ວກ່າວ​ວ່າ ຊາວ​ເມື​ອງຫລາຍ​ຮ້ອຍ​ຄົນ​ພາກັນ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ນອກຕຶກ
ລັດຖະບານ​ເມືອງ Zhenhai ​ໃນ​ວັນ​ອາທິດ ​ແລ້ວ ພາກັນເດີນ​ຂະ​ບວນ​ໄປ​ຕາມ​ຖະໜົນຫົນ
ທາງ​ທີ່ຢູ່​ໃກ້ໆ​ນັ້ນ ​ເພື່ອ​ກົດ​ດັນ​ເຈົ້າ​ໜ້າທີ່ຕໍ່​ໄປ. ​ເຂົາ​ເຈົ້າ​ກ່າວ​ວ່າ ​ຕໍາຫລວດ​ໄດ້​ອະນຸຍາດ​
ໃຫ້ປະຊາຊົນ ເດີນ​ຂະ​ບວນຕໍ່​ໄປ.
XS
SM
MD
LG