ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ເປັນຜູ້ຕ້ອງສົງໄສ ໃນການໂຈມຕີ ເຈາະຂໍ້ມູນ ບໍລິສັດ Anthem


ຜູ້ຊາຍຄົນນຶ່ງຢ່າງຜ່ານບໍລິສັດປະກັນໄພ Anthem ທີ່ນະຄອນ Indianapolis.
ຜູ້ຊາຍຄົນນຶ່ງຢ່າງຜ່ານບໍລິສັດປະກັນໄພ Anthem ທີ່ນະຄອນ Indianapolis.

ບັນດາ​ນັກ​ສືບສວນສະຫະລັດ ກຳລັງພະຍາມຍາມທີ່ຈະລົງ
ຄວາມເຫັນກ່ຽວກັບ ​ສາ​ເຫດໃນການ​ໂຈມ​ຕີ​ທາງອິນ​ເຕີ​ແນັດ
ຢ່າງ​ຮ້າຍ​ແຮງ​ ຕໍ່ບໍລິສັດ​ປະກັນ​ໄພ​ສຸຂະ ພາບ ທີ່​ໃຫຍ່​ເປັນອັນ
ດັບສອງ ​ຢູ່​ໃນສະຫະລັດ ດ້ວຍຄວາມ​ສົງ​ໄສແນໃສ່ຈີນວ່າ
ເປັນແຫ​ລ່ງທີ່ມາ​ຂອງ​ການ​ໂຈມຕີເຈາະຂໍ້ມູນດັ່ງກ່າວ.

ບໍລິສັດ Anthem ​ໄດ້​ເປີດ​ເຜີຍໃຫ້ຊາບ ​ໃນ​ອາທິດ​ນີ້​ວ່າ ພວກ
​ໂຈມຕີທາງອິນ ເຕີແນັດຫຼືແຮັກເກີ້ ໄດ້ເຈາະເຂົ້າໄປໃນຖານຂໍ້​
ມູນຂອງຕົນ ທີ່ມີປະຫວັດພະນັກ ງານ ພ້ອມທັງປະຫວັດຂອງ
ພວກລູກຄ້າທັງໃນປັດຈຸບັນແລະອະດີດປະມານ 80 ລ້ານຄົນ.

ສື່​ມວນ​ຊົນ​ຕາ​ເວັນ​ຕົກ ​ໂດຍ​ອ້າງເຖິງ​ແຫ​ລ່ງຂ່າວທີ່​ຮູ້ເລື້ອງດີ ກ່ຽວກັບການ​ສືບສວນ ລາຍ​
ງານ​ວ່າ ພວກ​ແຮັກເກີ້ຈີນ ອາດ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການໂຈມຕີດັ່ງ ກ່າວ. ​ແຫລ່ງຂ່າວ
ກ່າວ​ວ່າ ການ​ໂຈມ​ຕີ​ທາງອິນເຕີແນັດ ສະ​ແດງ​ໃຫ້​ເຫັນເຖິງ​ຮ່ອງ​ຮອຍ​ຕ່າງໆຂອງ​ການ​ໂຈມ​
ຕີ​ຄັ້ງ​ກ່ອນທີ່​ມີການຖິ້ມໂທດໃສ່​ພວກ​ແຮັກເກີ້​ຈີນ ນັ້ນ.

ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Hong Lei ກ່າວໃນວັນສຸກມື້ນີ້ວ່າ ການຄາດ
ຄະເນດັ່ງກ່າວແມ່ນບໍ່ມີພື້ນຖານເລີຍ ແລະຜູ້ຄົນບໍ່ຄວນມີທັດສະນະຄະ ຕິທີ່ບໍ່ເປັນທຳ
ແລະ ກ່າວຫາແບບບໍ່ມີມູນຄວາມຈິງຕໍ່ຈິງ.

ຫ້ອງການ​ສືບສວນຂອງ​ສັນຕິບານ​ກາງ​ສະຫະລັດຫລື FBI ກຳລັງ​ສືບສວນເບິ່ງ ​ສາເຫດ
ຂອງການໂຈມຕີທາງອິນເຕີແນັດ ຊຶ່ງ​ບໍລິສັດ Anthem ກ່າວ​ວ່າ ຕົນ​ໄດ້ຄົ້ນ​ພົບໃນ​ເດືອນ​
ແ​ລ້ວນີ້.

ບັນດາ​ບໍລິສັດ​ປະກັນ​ໄພ​ສຸຂະພາບ​ໃຫຍ່​ໆ ​ເຊື່ອ​ວ່າ​ ໄດ້ຕົກເປັນ​ເປົ້າ​ໝາຍສຳຄັນ​ຂອງ​ໂຈມຕີ ເພາະວ່າ ບໍລິສັດເຫຼົ່ານີ້ມີ​ຂໍ້​ມູນ​ຢ່າງ​ຫລວງຫລາຍ ຮວມ​ທັງປະຫວັດ ດ້ານສຸຂະ
ພາບ ​ບັດ​ສິນ​ເຊື່ອ ​ແລະ​ນໍ້າ​ເບີ​ບັດປະກັນສັງຄົມ ​ແລະ​ລາຍ​ລະອຽດໃນ​ການ​ຕິດ​ຕໍ່​ຕ່າງໆ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ໄດ້​ກ່າວ​ຫາ​ຈີນມາ​ເປັນ​ເວລາດົນນານແລ້ວວ່າ ​ໄດ້ເພີ້ມທະວີ​ການ​ໂຈ​ມຕີທາງອິນເຕີແນັດ ຕໍ່ບັນດາ​ບໍລິສັດອາ​ເມຣິກັນ ແລະ​ເປົ້າ​ໝາຍ​ຕ່າງໆ​ ຂອງລັດ
ຖະບານ. ຈີນໄດ້​ປະຕິ​ເສດ ຕໍ່ການກ່າວຫາເຫລົ່ານັ້ນ.

US HACKING CHINA VO
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG