ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກກະບົດ ປ່ອຍໂຕ ພວກແຮງງານຈີນ 29 ຄົນ ທີ່ຊູດານ


ບັນດາຜູ້ຕາງໜ້າສະຖານທູດຈີນ ເຊັນເອກະສານຮັບມອບສົບຂອງ
ແຮງງານຈີນຄົນນຶ່ງທີ່ເສຍຊີວິດ ໃນລະຫວ່າງ ຖືກຄຸມຂັງ
ເປັນໂຕປະກັນທີ່ລັດ Kordofan ໃຕ້.
ວັນທີ 8 ກຸມພາ 2012.
ບັນດາຜູ້ຕາງໜ້າສະຖານທູດຈີນ ເຊັນເອກະສານຮັບມອບສົບຂອງ ແຮງງານຈີນຄົນນຶ່ງທີ່ເສຍຊີວິດ ໃນລະຫວ່າງ ຖືກຄຸມຂັງ ເປັນໂຕປະກັນທີ່ລັດ Kordofan ໃຕ້. ວັນທີ 8 ກຸມພາ 2012.

ພວກ​ແຮງ​ງານ​ຈີນ 29 ຄົນ​ທີ່​ຖືກ​ລັກພາ​ໂຕ​ໄປ​ໃນ​ຊູ​ດານ ​ໄດ້​ຖືກ​ປ່ອຍໂຕເປັນ​ອິດ​ສະລະ​ແລ້ວ 11 ມື້​ຫລັງ​ຈາກ​ພວກ​ເຂົາ​ເຈົ້າ​ຖືກພວກ​ກະ​ບົດໃນ​ລັດ Kordofan ​ໃຕ້ລັກ​ຈັບເປັນໂຕ​ປະກັນ.

ສະພາກາ​ແດງ​ໄດ້​ສົ່ງ​ພວກ​ແຮງ​ງານ​ງານ​ເຫລົ່າ​ນີ້​ທາງ​ເຮືອບິນ​ຈາກເຂດ Kauda ​ໃນ​ລັດ Kordofan ​ໃຕ້​ໃນ​ວັນ​ອັງຄານ​ວານ​ນີ້​ໄປ​ຍັງກຸງ Nairobi ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ມອບ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່ສະຖານທູດ​ຈີນ​ຢູ່​ທີ່​ນັ້ນ.

ພວກ​ກະບົດ ທີ່​ສັງກັດ​ໃນ​ຂະ​ບວນການ​ປົດ​ປ່ອຍປະ​ຊາ​ຊົນ​ໃນ​ຊູ​ດານ​ເໜືອໄດ້​ຈັບພວກ​ແຮງ​ງານ​ເຫລົ່າ​ນີ້​ໃນ​ທ້າຍ​ເດືອນ​ມັງກອນ​ຜ່ານ​ມາໃນຄ້າຍ​ແຫ່ງ​ນຶ່ງ​ ທີ່​ບໍລິສັດ​ກໍ່ສ້າງ​ຖະໜົນຈີນເປັນ​ຜູ້​ດໍາ​ເນີນ​ການ.

ລັດຖະບານ​ຊູ​ດານ​ໄດ້​ທໍາ​ການ​ສູ້​ລົບ​ກັບ​ພວກ​ກະບົດ​ຫຼາຍໆ​ກຸ່ມໃນ​ພາກ​ພື້ນ​ທີ່​ອຸດົມສົມບູນ​ດ້ວຍ​ບໍ່​ນໍ້າມັນ ຊຶ່ງ​ຕັ້ງ​ຢູ​ເລາະ​ຕາມ​ຊາຍ​ແດນ​ກັບປະ​ເທດ​ຊູ​ດານ​ໃຕ້ ​ທີ່​ຫາ​ກໍ​ໄດ້​ຮັບ​ເອກະລາດ​ໃໝ່ໆ. ຕາມ​ປະ​ເພນີ​ຜ່ານ​ມານັ້ນ ພວກ​ກະບົດເຫຼົ່ານີ້​ແມ່ນ​ເປັນ​ພັນທະ​ມິດ​ກັບ​ຊູ​ດານ​ໃຕ້.

ຈີນ​ເປັນ​ປະ​ເທດ​ລົງທຶນ​ລາຍ​ໃຫຍ່​ໃນ​ຊູ​ດານ ​ແລະ​ໄດ້​ຮຽກຮ້ອງ​ໄປຍັງ​ກຸງ Khartoun ​ໃຫ້​ຊ່ອຍ​ເຫລືອ​ເພື່ອ​ຮັບປະກັນ​ການ​ປ່ອຍ​ໂຕ​ພວກແຮງ​ງານ​ເຫລົ່າ​ນີ້.

ຫລັງ​ຈາກ​ການ​ປ່ອຍ​ໂຕ​ພວກ​ແຮງ​ງານ​ເຫລົ່າ​ນີ້​ແລ້ວ ຊູ​ດານ​ໄດ້​ອອກ ຖະ​ແຫລ​ງການ​ສະບັບ​ນຶ່ງໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ຈີນວ່າ ກຸງ Khartoum ພະຍາຍາມາຊອກ​ຫາ​ຊ່ອງ​ທາງ​ປ້ອງ​ກັນ​ການ​ລົງທຶນ​ແລະ​ພວກ​ແຮງ​ງານ​ຈີນທີ່​ເຮັດ​ວຽກ​ຢູ່​ໃນ​ຊູ​ດານ.

XS
SM
MD
LG