ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຕະຫຼາດຫຼັກຊັບ ຈີນ ຍຸຕິການຄ້າຂາຍທັນທີ ຫຼັງຈາກ ລາຄາ ຢ່າງໃຫຽ່ ໃນປີໃໝ່


ຊາຍຄົນໜຶ່ງເບິ່ງກະດານໄຟຟ້າ ສະແດງໃຫ້ເຫັນຂໍ້ມູນ
ຂອງຫຸ້ນຕ່າງໆ ທີ່ບໍລິສັດນາຍໜ້າໃນນະຄອນຫຼວງ
ປັກກິ່ງ, ຈີນ. 4 ມັງກອນ, 2016.
ຊາຍຄົນໜຶ່ງເບິ່ງກະດານໄຟຟ້າ ສະແດງໃຫ້ເຫັນຂໍ້ມູນ ຂອງຫຸ້ນຕ່າງໆ ທີ່ບໍລິສັດນາຍໜ້າໃນນະຄອນຫຼວງ ປັກກິ່ງ, ຈີນ. 4 ມັງກອນ, 2016.

ຕະຫຼາດຫຼັກຊັບ ຈີນ ໄດ້ຕົກລົງເກືອບ 7 ເປີເຊັນໃນວັນຈັນມື້ນີ້, ເຊິ່ງ ເປັນມື້ທຳອິດຂອງການຄ້າຂາຍສຳລັບປີໃໝ່, ຈົນກໍ່ໃຫ້ເກີດການ ຢຸດເຊົາຊື້ຂາຍທັນທີໃນມື້ນີ້ທີ່ຕະຫຼາດຂາຍຫຸ້ນ ຊຽງໄຮ ແລະ ເສິນ ເຈິ່ນ.

ຂໍ້ມູນການຜະລິດທີ່ບໍ່ດີ ໃນປະເທດທີ່ມີເສດຖະກິດສູງອັນດັບສອງ ຂອງໂລກ ແມ່ນໄດ້ຖືກກ່າວຫາໂດຍສ່ວນໃຫຍ່ສຳລັບ ການຂາຍເລ ຫຸ້ນຈຳນວນຫຼວງຫຼາຍ, ພ້ອມກັບຄວາມເຄັ່ງຕຶງທີ່ເພີ່ມຂຶ້ນໃນຕາ ເວັນອອກກາງ.

ແມ່ຍິງຄົນໜຶ່ງຍ່າງຜ່ານກະດານໄຟຟ້າ ສະແດງໃຫ້ເຫັນລາຄາຂອງຫຸ້ນຕ່າງໆ ໃນຂະນະທີ່ລາວຍ່າງອອກຈາກບໍລິສັດນາຍໜ້າໃນນະຄອນຫຼວງ ປັກກິ່ງ. 4 ມັງກອນ, 2016
ແມ່ຍິງຄົນໜຶ່ງຍ່າງຜ່ານກະດານໄຟຟ້າ ສະແດງໃຫ້ເຫັນລາຄາຂອງຫຸ້ນຕ່າງໆ ໃນຂະນະທີ່ລາວຍ່າງອອກຈາກບໍລິສັດນາຍໜ້າໃນນະຄອນຫຼວງ ປັກກິ່ງ. 4 ມັງກອນ, 2016

ດັດຊະນີຫຸ້ນຂອງຕະຫຼາດຫຸ້ນ Nikkei ຂອງ ຍີ່ປຸ່ນ ໄດ້ປິດລົງທີ່ 3 ເປີເຊັນ ແລະ ຕະຫຼາດຫຸ້ນ Hang Seng ຂອງ ຮົງກົງ ຕົກລົງຫຼາຍ ກວ່າ 2.5 ເປີເຊັນ.

ຕະຫຼາດຫຸ້ນ ຢູໂຣບ ກໍໄດ້ເປີດຂຶ້ນດ້ວຍການຫຼຸດຕໍ່າລົງເຊັ່ນກັນ.

ລາຄານ້ຳມັນໄດ້ເພີ່ມສູງຂຶ້ນໃນວັນຈັນມື້ນີ້, ສ່ວນໃຫຍ່ແມ່ນກ່ຽວພັນກັບ ເລື່ອງຄວາມຂັດແຍ້ງ ທາງການເມືອງໃນຕາເວັນອອກກາງທີ່ເຄັ່ງຕຶງຂຶ້ນ ລະຫວ່າງ ຊາອູດີອາເຣເບຍ ກັບ ອີຣ່ານ.

Asia Stocks
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG