ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ກຳລັງຊ້ອມລົບ ໃນທະເລຈີນໃຕ້ ຮວມທັງ ການຊ້ອມລົບ ໃຊ້ລູກປືນແທ້


ບັນດາກຳປັ່ນລົບຈີນ ກຳລັງເຂົ້າຮ່ວມ ຂະບວນກຳປັ່ນ ຂອງນາໆຊາດ ສະຫລອງວັນຄົບຮອບ 60 ປີຂອງການຈັດ ຕັ້ງກອງ ທັບເຮືອປະຊາຊົນ.
ບັນດາກຳປັ່ນລົບຈີນ ກຳລັງເຂົ້າຮ່ວມ ຂະບວນກຳປັ່ນ ຂອງນາໆຊາດ ສະຫລອງວັນຄົບຮອບ 60 ປີຂອງການຈັດ ຕັ້ງກອງ ທັບເຮືອປະຊາຊົນ.

ຈີນ ກຳລັງ​ທຳການຊ້ອມ​ລົບເປັນລຳດັບມາ ຢູ່ໃນທະ​ເລ​ຈີນ​ໃຕ້
ທີ່ຍັງເປັນ ບັນຫາໂຕ້​ຖຽງກັນ​ໃນອາທິດແລ້ວ​ນີ້ ​ແລະ​ນຶ່ງໃນ​ນັ້ນ
ແມ່ນການຊ້ອມ​ລົບທີ່ໃຊ້ລູກ​ ປືນ​ແທ້ທີ່​ມີ​ກຳ​ປັ່ນ​ລົບ​ຫລາຍ​ກວ່າ
100 ລຳເຂົ້າຮ່ວມ ຮວມທັງຈຳນວນ​ນຶ່ງ​ແມ່ນ ມີຄວາມສາມາດ
ທາງດ້ານນິວ​ເຄລຍນຳດ້ວຍ. Simone Orendain ມີ​ປະຕິກິ
ລິຍາ​ກ່ຽວ​ກັບ​ເລື້ອງ​ນີ້ ຈາກນະຄອນຫຼວງມະນີລາ ຊຶ່ງ
ກິ່ງ​ສະຫວັນ ຈະ​ນຳ​ມາ ສະ​ເໜີ​ທ່ານ.

ໂຄສົກ ກອງທັບ​ຟິລິບ​ປີນ ທ່ານ Restituto Padilla ກ່າວ​ວ່າ ບໍ່​
ວ່າ​ປະ​ເທດ​ໃດກໍຕາມ​ມີ​ສິດທີ່​ຈະ​ທຳ​ການ​ຊ້ອມ​ລົບ​ທາງ​ທະຫານ
ໂດຍ​ສະ​ເພາະແລ້ວ ຖ້າ ຫາກການຊ້ອມລົບ ມີຂື້ນ​ຢູ່ໃນເຂດນ່ານ​
ນຳ້ສາກົນ. ທ່ານກ່າວ​ວ່າ ກອງທັບຟິລິບ​ປີນ “​ບໍ່​ມີ​ບັນຫາ” ກັບ​ຈີນ ​ທີ່​ທຳການ​ຊ້ອມ​ລົບ.

ທ່ານ Padilla ກ່າວ​ວ່າ “​ແຕ່​ວ່າ ຈຸດໝາຍ​ຢູ່​ທີ່​ນີ້ກໍ​ຄື ​ເຂົາ​ເຈົ້າ​ຄວນ​ຖືກ​ສິດສອນໃຫ້​ຮູ້​ເຖິງ​
ຄວາມໂປ່ງໃສ ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້ ​ເພາະວ່າ ພວກ​ເຮົາ​ພະຍາຍາມ​ທີ່​ຈະ​ຫລີກ​ລ່ຽງ. ​ແລະ
​ສິ່ງ​ທີ່​ພວກ​ເຮົາ​ພະຍາຍາມ ເຮັດ​ນັ້ນ​ກໍ​ຄື ​ເພີ້​ມການສົນ​ທະ​ນາ​ ໂອ້ລົມລະຫວ່າງບັນດາ​
ກອງທັບ​ທີ່ຢູ່​ໃນ​ຂົງ​ເຂດ ​ເພື່ອ​ຄຳ້ປະກັນ​ວ່າ ພວກ​ເຮົາສາ ມາດ​ຫລີກ​ລ່ຽງຄວາມເຂົ້າ​ໃຈ
ຜິດກັນ.”

ສື່​ມວນ​ຊົນ​ຂອງທາງການ​ຈີນ ລາຍ​ງານ​ວ່າ ນອກເໜືອໄປ​ຈາກຈຳນວນ​ກຳ​ປັ່ນ​ລົບ​ທີ່​ຫລວງຫລາຍ ຢູ່ໃນ​ການ​ຊ້ອມ​ລົບ​ໃຊ້​ລູກປືນ​ແທ້​ ທີ່​ກຳນົດ​ໃສ່​ວັນ​ອັງ​ຄານ ນັ້ນ ຍັງມີ​ເຮືອ
ບິນ​ຫລາຍ​ສິບ​ລຳ ​ແລະ “ກອງພັນຍິງລູກ​ສອນ​ໄຟ ​ຈຳນວນ​ນຶ່ງ” ພ້ອມ​ດ້ວຍ “ກຳລັງ
​ທະຫານສູ້​ລົບ ທີ່ບໍ່ຮູ້ຈຳນວນໜ້ອຍຫຼາຍປານໃດ” ໄດ້​ເຂົ້າ​ຮ່ວມນຳ. ​ແຕ່​ລາຍ​ງານ​ບໍ່​ໄດ້​
ກ່າວ​ວ່າ ການ​ຊ້ອມ​ລົບ​ນັ້ນ​ມີຂື້ນ​ຢູ່​ບ່ອນ​ໃດ​ກັນແທ້.

ທ່ານ Padilla ​ແລະ​ໂຄສົກ​ກະຊວງປ້ອງ​ກັນ​ປະ​ເທດ ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ຮູ້ຈັກ​ກ່ຽວກັບ
ສະຖານ​ທີ່ໃນການຊ້ອມລົບ​ດັ່ງກ່າວ.

ໃນ​ວັນ​ທີ 20 ກໍລະ​ກົດຜ່ານມານີ້ ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ​ໄດ້​ຕິດ​ປະກາດເຕືອນ ກ່ຽວ
ກັບການ​ຊ້ອມ​ລົບ​ທະຫານທາງ​ທະ​ເລຂອງຕົນ. ເຂດທີ່ກຳນົດໄວ້ ຢູ່​ໃນ​ຄຳ​ປະກາດ ສະ​ແດງ​ໃຫ້ເຫັນວ່າ ເປັນບໍລິເວນທີ່​ຢູ່ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ເກາະ Hainan ພາຍໃນ
ລັດສະໝີ​ຂອງ​ໝູ່່ເກາະ Paracel ທີ່​ຫວຽດ ນາມ​ໄດ້ອ້າງເອົາກຳມະສິດ ​ແລະ​ຢູ່​ທາງ​ພາກ
​ເໜືອ​ຂອງໝູ່​ເກາະ Spratly.

​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ ທ່ານ Peter Paul Gavez ກ່າວ​ຕໍ່ ວີ​ໂອ​ເອ ຢູ່​ໃນຂໍ້
ຄວາມທີ່ສົ່ງມາ​ນັ້ນ​ວ່າ ການ​ຊ້ອມ​ລົບ​ ເປັນ​ໄປດ້ວຍ “ດີ” ​ເພາະວ່າ ມີຂຶ້ນຢູ່​ໃນ​ເຂດນ່ານ​
ນາໍ້​ສາກົນ. ​ແຕ່​ທ່ານ​ຍັງ​ໄດ້ເວົ້າເຖິງຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບ​ວ່າ “ຂາດຄວາມໂປ່ງໃສ ແລະຄວາມຈິງໃຈ.”

ທ່ານ Galvez ຊີ້ໄປໃສ່ການກໍ່ສ້າງ ເຈັດເກາະທຽມຢ່າງວອງໄວຂອງຈີນ ຢູ່ ໃນເຂດໝູ່
ເກາະ Sprately ທີ່ຍັງເປັນບັນຫາໂຕ້ຖຽງກັນໃນທະເລ. ຟິລິບປີນ ໄດ້ອ້າງກຳມະສິດ
ເອົາຫົກເກາະດັ່ງກ່າວ ແລະບັນດານັກວິເຄາະ ດ້ານຄວາມ ປອດໄພກ່າວວ່າ ຢ່າງໜ້ອຍ
ນຶ່ງໃນຈຳນວນເກາະທຽມ ທີ່ມີການຖົມດິນໃສ່ນັ້ນ ຈະມີຄວາມສາມາດໃຫ້ເຮືອບິນ ແລະ
ກຳປັ່ນທະຫານໃຊ້ການໄດ້. ການສ້າງເກາະ ທຽມ ໄດ້ກໍ່ໃຫ້ເກີດມີຄວາມເປັນຫ່ວງຢູ່ ວໍຊິງ
ຕັນ ທີ່ໄດ້ຮຽກຮ້ອງໃຫ້ຢຸດເຊົາການ ກໍ່ສ້າງນັ້ນ.

ທ່ານ Galvez ກ່າວວ່າ ຈີນກຳລັງດຳເນີນການ ທີ່ປາດສະຈາກ “ການຄຳນຶງ ເຖິງຜົນກະ
ທົບຕໍ່ບັນດາປະເທດເພື່ອນບ້ານ.”

ທ່ານກ່າວວ່າ “​ການກະທຳແບບຮຸກຮານທີ່ຕໍ່ເນື່ອງກັນມານັ້ນ ບັດ​ນີ້​ໄດ້​ສະແດງ
ໃຫ້​ເຫັນເປັນຮູບພາບ ກ່ຽວກັບ​ກິດຈະການ​ເຂົາ​ເຈົ້າ​ທັງ​ໝົດດ້ວຍຄວາມ​ເປັນ​ຫ່ວງ
​ແລະ​
ສົງໄສ.”

ຈີນ ​ໄດ້​ອ້າງກຳມະສິດເອົາ​ທະ​ເລ​ຈີນ​ໃຕ້ເກືອບທັງ​ໝົດ. ​ຟິລິບ​ປີນ ບຣູນາຍ ມາ​ເລ​ເຊຍ ​
ໃຕ້​ຫວັນ ແລະ​ຫວຽດນາມ ຕ່າງກໍ​ອ້າງເອົາກຳມະສິດກວມ​ກັນຢູ່ໃນເຂດ ​ທະເລທີ່ອຸດົມສົມ
ບູນໄປດ້ວຍຊັບພະຍາກອນທຳມະຊາດ ທີ່ມີເຮືອ​ຂົນ​ສົ່ງສິນຄ້າ​ຜ່ານໄປມາໃນມູນຄ່າ
ຫຼາຍໆພັນ​ລ້ານໂດລາຕໍ່​ປີ.

​ເຈົ້າ​ເມືອງ​ຂອງ​ເກາະນ້ອຍເກາະນຶ່ງ ໃນເຂດໝູ່​ເກາະ Spratly ທີ່ຟິ​ລິບ​ປີນຄວບຄຸມ ຍັງ​
ຮູ້​ໜ້ອຍ​ໄປ​ກວ່າ​ນັ້ນ​ອີກ ກ່ຽວກັບ​ການ​ຊ້ອມ​ລົບ​ທີ່​ຈະ​ເກີດ​ຂື້ນ. ​ເຈົ້າ​ເມືອງ Kalayaan
ທ່ານ Eugenio Bito-onon ກ່າວ​ວ່າ ທະ​ເລ​ຈີນ​ໃຕ້ແມ່ນ​ມີ​ເນື້ອ​ທີ່ 3 ລ້ານ 5 ແສນກິ​ໂລ​ແມັດ
ມົນທົນນັ້ນ “​ເປັນ​ເຂດ​ທີ່​ໃຫຍ່​ອີ່ຫລີ.”

“ພວກ​ເຮົາບໍ່​ສົນ​ໃຈເລີຍ. ພວກ​ເຮົາ​ບໍ່ເປັນ​ຫ່ວງ ​ເພາະວ່າ​ພວກ​ເຮົາ​ບໍ່​ຮູ້ ​ຖ້າ​ຫາກ​ວ່າ​ມັນ​ບໍ່​ໄດ້​ຢູ່​ໃນ​ຂ່າວ. ຊີວິດ​ຂອງ​ພວກ​ເຮົາ​ແມ່ນສະຫງົບທີ່ສຸດ. ຊີວິດ​ດຳ​ເນີນໄປ​ຕາມ​ປົກກະຕິ.”

ທ່ານ Bito-onon ​ໃຫ້ຂໍ້​ສັງ​ເກດ​ວ່າ ​ໂຕ​ຢ່າງ ​ເກາະ​ Thitu ທີ່​ບໍ່​ມີ​ຄົນ​ຢູ່ ຫ່າງ​ຈາກ​ເກາະ Fiery Cross Reef ປະມານ 185 ກິໂລແມັດ ບ່ອນ​ທີ່​ຈີນກຳລັງ​ມີໂຄ​ງການກໍ່ສ້າງ ທີ່
ປະກົດ​ວ່າ​ຮວມທັງ​ທາງ​ແລ່ນຂອງເດີ່ນບິນນຳດ້ວຍ. ທ່ານ​ກ່າວ​ວ່າ ຖ້າ​ຫາກ​ວ່າມີ​ຫຍັງ​ເກີດ​
ຂື້ນ​ຢູ່​ທີ່​ນັ້ນ ບໍ່ມີໃຜ​ຢູ່​ເກາະ Thitu ຈະ​ຮູ້​ກ່ຽວ​ກັບ​ມັນ ນອກຈາກວ່າ​ມັນ​ຢູ່​ໃນ​ຂ່າວ. ​ແລະ​ນອກຈາກ​ນັ້ນ ທ່ານ​ຍັງກ່າວ​ວ່າ ພວກ​ຫາ​ປາ ບໍ່​ຄ່ອຍທີ່ຈະຫລົງເຂົ້າ​ໄປ ​ໃນລັດສະໝີຫ້າ
​ກິ​ໂລ​ແມັດ​ຫ່າງຈາກຝັ່ງຂອງເກາະ Thitu.

ທ່ານ Sam Bateman ທີ່​ປຶກສາ​ດ້ານ​ໂຄງການ​ຄວາມປອດ​ໄພ​ທາງ​ທະ​ເລ ທີ່​ສະ​ຖາ​ບັນ
ສຶກສາ​ນາໆ​ຊາດ S. Rajaratnam ​ໃນ​ສິງກະໂປກ່າວ​ວ່າ ຄວາມ​ຈິງ​ແລ້ວ​ການ​ເຝິກຊ້ອມ
ທີ່ໄດ້​ສີ້​ນສຸດ​ລົງພຽງແຕ່​ມື້​ດຽວ ແມ່ນ​ໝາຍ​ຄວາມ​ວ່າ ​ເຂົາ​ເຈົ້າ​ບໍ່​ໄດ້​ອອກໄປໄກ​ສູ່​ທ້ອງ
ທະ​ເລ.

ທ່ານ Bateman ກ່າວ​ວ່າ ມີ​ບັນຫາ “ຄວາ​ມປອດ​ໄພທີ່​ບໍ່​ໄປ​ບໍ່​ມາ” ​ຢູ່​ໃນ​ທະ​ເລ ຈີນ​ໃຕ້ ໂດຍມີການປະຕິບັດງານ ແລະ​ປະຕິກິລິຍາ​ຕອບ​ໂຕ້ເກີດຂຶ້ນ.

“ພວກ​ເຮົາໄດ້​ມີ​ບັນ​ຫາ​ກັບ​ກອງທັບ​ເຮືອສະຫະລັດ ໃນການ​ຊ້ອມ​ລົບ​ກັບ​ຟິລິບ​ປີນ​ຫວ່າງ​ມໍ່ໆ​ມາ​ນີ້ ​ແລະ​ແນ່ນອນ​ເຂົາ​ເຈົ້າ ສາມາດ​ສ້າງຄວາມບໍ່ພໍໃຈແກ່​ຈີນ ແລະ ມີ
ທ່າທາງວ່າ ອາດເປັນການທ້າທາຍໃນທຳນອງນີ້ ຊຶ່ງຈະມີປະຕິກິລິຍາຕອບໂຕ້ ຈາກຈີນ ນັທີ່​ມີ​ການ​ຊ້ອມ​ລົບ​ຂອງ​ຕົນ​ເອງນັ້ນ."

Protesters make noise during a rally regarding the disputed islands in the South China Sea, in front of the Chinese Consulate in Makati city, metro Manila July 24, 2015.
Protesters make noise during a rally regarding the disputed islands in the South China Sea, in front of the Chinese Consulate in Makati city, metro Manila July 24, 2015.

ໂຄສົກກະຊວງປ້ອງກັນປະເທດຈີນ ກ່າວໃນຕົນອາທິດແລ້ວນີ້ວ່າ ການຊ້ອມລົບ ທີ່ກຳລັງດຳເນີນໄປຢູ່ນັ້ນບໍ່ຄວນຈະຕີຄວາມໝາຍໃຫ້ເກີນຂອບເຂດ.

​ ທ່ານ Liang Yang ກ່າວ ໂດຍບໍ່ໄດ້ບົ່ງຊື່ສະຫະລັດ​ວ່າ “ປະ​ເທດ​ມະຫາ​ອຳ ນາດບາງປະເທດ ທີ່ຢູ່​ນອກ​ຂົງ​ເຂດ ​ໄດ້ລໍ້​” ບັນດາ​ປະ​ເທດ​ຕ່າງ​ໆທີ່ຢູ່​ໃນ​ເຂດ​ເຂົ້າ​ມາ​ຮ່ວມການ​ຊ້ອມ​ລົບ​ທາງ​ທະຫານ​ ໂດຍຖື “ຈີນວ່າ​ເປັນ​ສັດຕູທີ່ຢູ່​ໃນ​ຄວາມ​ຝັນ.”

ຈີນ ​ໄດ້​ປະກາດ​ກ່ຽວກັບກຳນົດການຊ້ອມ​ລົບທາງ​ທະ​ຫານ​ອີກ​ເທື່ອ​ນຶ່ງ ທີ່ໄດ້​ເລີ້ມ​ໃນ​ວັນ​ເສົາທີ່​ຜ່ານ​ມາ ຢູ່​ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ຂອ​ງເກາະ Hainan.

XS
SM
MD
LG