ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນມີຄວາມເຫັນ ແຕກຕ່າງຈາກ ຣັດເຊຍ ກ່ຽວກັບເລື່ອງ ໄຄຣເມຍ (ສະໄລດ໌/ວີດີໂອ ພາສາລາວ/ອັງກິດ)


China Splits with Russia Over Ukraine
please wait

No media source currently available

0:00 0:02:43 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ໃນຂະນະທີ່ບັນດາປະເທດທີ່ຕຳໜິຕິຕຽນຢ່າງແຮງຕໍ່ຣັດເຊຍ ພວມ
ທຳການລົງໂທດທາງດ້ານເສດຖະກິດຍ້ອນເລື່ອງໄຄຣເມຍນັ້ນພັນ
ທະມິດບາງປະເທດຂອງມົສກູກໍໄດ້ຕັ້ງຄຳຖາມກ່ຽວກັບການເຄື່ອນ
ໄຫວຂອງຣັດເຊຍຢູ່ໃນ ຢູເຄຣນ ເຊັ່ນປະເທດຈີນເປັນຕົ້ນ. Scott
Stearns ຜູ້ສື່ຂ່າວວີໂອເອ ປະຈຳກະຊວງການຕ່າງປະເທດສະຫະ
ລັດມີລາຍງານກ່ຽວກັບວ່າ ການປະເຊີນໜ້າດັ່ງກ່າວນີ້ມີຜົນກະທົບ
ແນວໃດຕໍ່ຄວາມສຳພັນຂອງຣັດເຊຍກັບຈີນແລະກັບບັນດາສາທາ
ລະນະລັດເກົ່າຂອງອະດີດສະຫະພາບໂຊຫວຽດ. ໄພສານ ຈະນຳ
ເອົາລະອຽດກ່ຽວກັບເລື່ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ໃນສົງຄາມກາງເມືອງຢູ່ຊີເຣຍນັ້ນ ຈີນແລະຣັດເຊຍຕ່າງກໍພາກັນຂັດຂວາງບໍ່ໃຫ້ມີການ
ລົງໂທດຢ່າງໜັກ ຕໍ່ປະທານາທິບໍດີ Bashar al-Assad ໂດຍໄດ້ກ່າວປະນາມການ
ໃຫ້ຄວາມສະໜັບສະໜຸນຂອງຕ່າງປະເທດ ຕໍ່ກຸ່ມຕໍ່ຕ້ານລັດຖະບານນັ້ນວ່າ ເປັນການ
ລະເມີດຕໍ່ອະທິປະໄຕຂອງຊີເຣຍ.

ແຕ່ຈີນ ໄດ້ແຍກໂຕແບບງຽບໆອອກຈາກຣັດເຊຍ ກ່ຽວກັບໄຄຣເມຍຊຶ່ງເປັນບັນຫາ
ເລື່ອງອະທິປະໄຕເຊັ່ນກັນນັ້ນ.

ທ່ານ Hong Lei ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ “ຈີນ ຍາມໃດກໍແມ່ນເຄົາ ລົບນັບຖືອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງທຸກໆປະເທດ. ວິກິດການ ໄຄຣເມຍຄວນຈະໄດ້ຮັບການແກ້ໄຂທາງດ້ານການເມືອງ ພາຍໃຕ້ຂອບເຂດຂອງ ກົດໝາຍແລະຄວາມເປັນລະບຽບຮຽບຮ້ອຍ. ພວກເຮົາຂໍຮຽກຮ້ອງໃຫ້ທຸກພັກຝ່າຍ ຈົ່ງຕັ້ງຢູ່ໃນຄວາມສະຫງົບແລະໃຊ້ຄວາມຢັບຢັ້ງ ເພື່ອຫລີກລ່ຽງບໍ່ໃຫ້ຄວາມເຄັ່ງຕຶງ ເພີ້ມທະວີຂຶ້ນ.”

ສາສະດາຈານ Keith Darden ຈາກມະຫາວິທະຍາໄລອາເມຣິກັນກ່າວວ່າ ຈີນບໍ່ຕ້ອງການ ທີ່ຢາກຈະຊຸກຍູ້ໃຫ້ເກີດຄວາມເຄັ່ງຕຶງຍ້ອນການແບ່ງແຍກດິນແດນ ຊຶ່ງເຮັດໃຫ້ການເຄື່ອນ ໄຫວຂອງຣັດເຊຍ ກ່ຽວກັບໄຄຣເມຍ ເປັນການເຄື່ອນໄຫວທີ່ສ້າງຄວາມເສຍຫາຍຢ່າງຮ້າຍ ແຮງ.

ທ່ານ Darden ເວົ້າວ່າ “ຈີນແມ່ນເຄັ່ງຄັດຫຼາຍ ໃນການປະຕິບັດນະໂຍບາຍຈີນດຽວ ທີ່ຕໍ່ຕ້ານການແບ່ງແຍກດິນແດນນັ້ນແລະຈີນກໍຕ້ອງການການສະໜັບສະໜຸນຂອງ
ນາໆຊາດ ເພື່ອໃຫ້ປະຕິບັດນະໂຍບາຍນີ້ໃຫ້ສຳເລັດ ກ່ຽວກັບໄຕ້ຫວັນ. ຄວາມຄິດ ທີ່ວ່າ ໂດຍການລົງປະຊາມະຕິ ຂອງປະຊາຊົນບາງເຂດ ຂອງປະເທດ ຈະສາມາດ ຕັດສິນໃຈໄດ້ວ່າ ຕົນບໍ່ຕ້ອງການເປັນພາກສ່ວນຂອງປະເທດ ຕໍ່ໄປອີກແລ້ວ ໂດຍ ບໍ່ໄດ້ຮັບການອະນຸມັດຈາກລັດຖະບານກາງນັ້ນແມ່ນເປັນສິ່ງທີ່ພວກເຂົາເຈົ້າຈະບໍ່ ເຫັນດ້ວຍເດັດຂາດ. ດັ່ງນັ້ນຣັດເຊຍຈຶ່ງໄດ້ຖືກໂດດດ່ຽວຍ້ອນການເຄື່ອນໄຫວດັ່ງ ກ່າວນີ້.”

ເຂດໄຄຣເມຍ ຂອງຢູເຄຣນ
ເຂດໄຄຣເມຍ ຂອງຢູເຄຣນ
ເວລາຣັດເຊຍໃຊ້ສິດຢັບຢັ້ງຫຼືວີໂຕ້ຕໍ່ຮ່າງຍັດຕິຂອງສະພາຄວາມ
ໝັ້ນຄົງສະຫະປະຊາຊາດ ກ່ຽວກັບເລື່ອງໄຄຣເມຍນັ້ນຈີນບໍ່ຍອມ
ອອກສຽງແລະເວົ້າວ່າ ຄວນຈະມີການດຳເນີນການເພີ້ມຕື່ມ ເພື່ອ ຫລຸດຜ່ອນຄວາມເຄັ່ງຕຶງລົງ.

ພວກເຈົ້າໜ້າທີ່ສະຫະລັດກ່າວວ່າ ຕົນພວມສືບຕໍ່ປຶກສາຫາລືຢ່າງ
ໃກ້ຊິດກັບຈີນ ກ່ຽວກັບເລື່ອງຢູເຄຣນ ໃນຄວາມພະຍາຍາມທີ່ຈະ
ໂດດດ່ຽວຣັດເຊຍເພີ້ມຂຶ້ນດ້ວຍການສະແດງໃຫ້ເຫັນວ່າ ການກະ
ທຳຂອງຣັດເຊຍ ໃນເຂດໄຄຣເມຍນັ້ນ ແມ່ນຢູ່ນອກ ຫຼັກການປະ
ພຶດປະຕິບັດຂອງນາໆຊາດ. ທ່ານນາງ Jen Psaki ໂຄສົກຂອງ ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ:

“ພວກເຮົາຍັງສືບຕໍ່ ມີຄວາມຫວັງຢູ່ວ່າ ສະມາຊິກຫລາຍໆປະເທດ ຂອງປະຊາຄົມ ນາໆຊາດ ຮວມທັງຈີນ ພວມປະສານງານ ແລະຮ່ວມມືກັນ ກ່ຽວກັບການເອົາບາດ ກ້າວ ທີ່ຜິດກົດໝາຍ ຂອງຣັດເຊຍ ໃນກໍລະນີນີ້ ແລະຈຳເປັນ ຕ້ອງໄດ້ມີການ ທຳ ຄວາມກົດດັນ ບໍ່ແມ່ນແຕ່ຈາກ ສະຫະລັດ ເທົ່ານັ້ນ ແຕ່ຈາກທຸກໆປະເທດ ໃນທົ່ວ ໂລກນຳ."

ການເຂົ້າໄປຄວບຄຸມຂອງທະຫານຣັດເຊຍ ຢູ່ໃນອະດີດສາທາລະນະລັດນຶ່ງ ຂອງອະດີດ ສະຫະພາບໂຊຫວຽດ ກໍໄດ້ພາໃຫ້ເກີດມີຄຳຖາມ ກ່ຽວກັບວ່າ ມົສກູຈະສືບຕໍ່ຮັກສາສະຖາ
ນະພາບໃນຍຸກຫລັງສົງຄາມເຢັນໄວ້ຕໍ່ໄປ ຫຼືແນວໃດ?

ທ່ານ Darden ເວົ້າວ່າ “ຕົວຢ່າງ ກາຊັກສະຖານ ແນ່ນອນ ແມ່ນມີຄວາມຢ້ານກົວ
ກ່ຽວກັບແນວຄິດທີ່ວ່າ ປະຊາຊົນທີ່ປາກພາສາຣັດເຊຍໄດ້ ຄວນມີສິດໃນການຊີ້
ຊະຕາກຳຂອງຕົນເອງ ເພື່ອແຍກຕົວອອກ ແລະເປັນພາກສ່ວນນຶ່ງ ຂອງສະຫະ ພັນຣັດເຊຍ. ພາຍໃນເຄືອຈັກກະພົບ ຂອງບັນດາລັດເອກກະລາດ ຂອງອະດີດ ສະຫະພາບໂຊຫວຽດນັ້ນ ຣັດເຊຍ ແມ່ນໄດ້ກ່າວປົກປ້ອງເປັນການພິເສດຕໍ່ຫຼັກ ການອະທິປະໄຕ ແລະນັ້ນຄື ເຫດຜົນສ່ວນນຶ່ງ ທີ່ວ່າ ເປັນຫຍັງຣັດເຊຍຈຶ່ງໄດ້ມີ ຄວາມສຳພັນທີ່ດີ ກັບກາຊັກສະຖານ ແລະບາງປະເທດເພື່ອນບ້ານ. ການປ່ຽນ ແປງໃນສະພາບການດັ່ງກ່າວນີ້ ກໍແມ່ນຈະພາໃຫ້ເກີດຄວາມເສຍຫາຍ ຢ່າງຮຸນ
ແຮງ ຕໍ່ຄວາມສຳພັນເຫຼົ່ານັ້ນ.”


ປະທານາທິບໍດີ Vladimir Putin ກ່າວວ່າ ເລື່ອງວິກິດການໃນແຫຼມໄຄຣເມຍນັ້ນ ບໍ່ແມ່ນ ຄວາມຜິດຂອງຣັດເຊຍແລະທ່ານໄດ້ຮຽກຮ້ອງໃຫ້ເປີດກອງປະຊຸມໃນຕົ້ນເດືອນໜ້າຂອງ ບັນດາປະເທດໃນເຄືອຈັກກະພົບຂອງລັດເອກກະລາດຂອງອະດີດສະຫະພາບໂຊຫວຽດ ເພື່ອປຶກສາຫາລືກ່ຽວກັບເລື່ອງໄຄຣເມຍ.
XS
SM
MD
LG