ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນເສັດສິ້ນ ການປະຕິບັດງານ ໃນອະວະກາດ ເປັນເວລາ ​15 ວັນ (ວີດິໂອ)


(ແຕ່ຊ້າຍຫາຂວາ) ນັກບິນອະວະກາດ Zhang Xiaoguang, Nie Haisheng ແລະ Wang Yaping ສະແດງຄວາມຄໍານັບ ລຸນຫລັງໄດ້ກັບສູ່ຜືນໂລກໃນຍານອະວະກາດ Shenzhou-10 ຂອງຈີນ ຢູ່ໃນສະໜາມຈອດ ໃນຕອນເຊົ້າໆຂອງວັນພຸດມື້ນີ້ ຢູ່ໃນເຂດມົງໂກເລຍໃນ ທີ່​
ຢູ່ໃນພາກເໜືອຂອງຈີນ ໃນວັນພຸດ 26 ມິຖຸນາ 2013.
(ແຕ່ຊ້າຍຫາຂວາ) ນັກບິນອະວະກາດ Zhang Xiaoguang, Nie Haisheng ແລະ Wang Yaping ສະແດງຄວາມຄໍານັບ ລຸນຫລັງໄດ້ກັບສູ່ຜືນໂລກໃນຍານອະວະກາດ Shenzhou-10 ຂອງຈີນ ຢູ່ໃນສະໜາມຈອດ ໃນຕອນເຊົ້າໆຂອງວັນພຸດມື້ນີ້ ຢູ່ໃນເຂດມົງໂກເລຍໃນ ທີ່​ ຢູ່ໃນພາກເໜືອຂອງຈີນ ໃນວັນພຸດ 26 ມິຖຸນາ 2013.
ຈີນ ໄດ້ສໍາເລັດການປະຕິບັດງານໃນອະວະກາດ ໂດຍ​ຍານ​ອະ
ວະກາດທີ່ມີຄົນຂັບ ດົນທີ່ສຸດໃນປະຫວັດສາດ ຊຶ່ງເປັນບາດກ້າວ
ອັນສໍາຄັນໃນການບັນລຸເປົ້າໝາຍ ເພື່ອສ້າງສະຖານີອະວະກາດ
ຂອງຕົນເອງ.

ຍານອະວະກາດ​ເຊິ​ນ​ໂຈ່ວ 10 ໄດ້ລົງສູ່ພື້ນດິນດ້ວຍຄວາມປອດ
ໄພ ໃນຕອນເຊົ້າໆຂອງວັນພຸດມື້ນີ້ ຢູ່ໃນເຂດມົງໂກເລຍໃນ ທີ່​
ສອກຫລີກ​ຫ່າງ​ໄກຂອງຈີນ. ນັກບິນອະວະກາດສາມຄົນ ທີ່ຢູ່ໃນ
ຍານດັ່ງກ່າວໄດ້ໂບກມື ແລະຍິ້ມຫົວໃນເວລາຖ່າຍຮູບ ຫລັງຈາກ ອອກມາຈາກຍານດັ່ງກ່າວ.

ໃນລະຫວ່າງທີ່ບິນຢູ່ໃນອະວະກາດເປັນເວລາ 15 ວັນນັ້ນ ພວກນັກບິນອະວະກາດໄດ້
ເຊື່ອມຕໍ່ຍານ​ອະວະກາດເຊິ​ນ​ໂຈ່ວ 10 ຢ່າງ​ສຳ​ເລັດ​ຜົນ​ເຂົ້າກັບ​ຫ້ອງທົດລອງອະວະກາດ
ທ່ຽນ​ກົ່ງ 1 ​ແລະ​ກໍ​ໄດ້​ທຳ​ການ​ທົດ​ລອງ​ຕ່າງໆ ຢູ່​ທີ່​ຫ້ອງ​ທົດລອງ​ນີ້. ຈີນຫວັງວ່າຫ້ອງທົດ ລອງທີ່ໂຄຈອນໃນອະວະກາດຈະສາມາດເປັນບາດກ້າວອັນສໍາຄັນ ໄປສູ່ການສ້າງສະ ຖານີອະວະກາດຖາວອນ ທີ່ຈີນຫວັງວ່າ ຈະແລ້ວສໍາເລັດ ໃນປີ 2020 ນັ້ນ.

ເຖິງແມ່ນວ່າ ຈະນໍາຫລັງສະຫະລັດ ແລະຣັດເຊຍກໍຕາມ ແຕ່ໂຄງການອະວະກາດຂອງຈີນ
ກໍໄດ້ທໍາຄວາມກ້າວໜ້າຢ່າງໃຫຍ່ ໃນໄລຍະຂ້ອນຂ້າງສັ້ນໆ. ໃນປີ 2003 ຈີນໄດ້ສົ່ງ
ນັກບິນອະວະກາດຄົນທໍາອິດ ຂຶ້ນໄປຍັງອະວະກາດ. ຫ້າປີຕໍ່ມາ ຈີນໄດ້ສໍາເລັດໃນການ
ອອກປະຕິບັດງານຢູ່ນອກຍານອະວະກາດເປັນຄັ້ງທໍາອິດ.

ເບິ່ງວີດິໂອກ່ຽວກັບເລື້ອງນີ້:
ຈີນ ສໍາເລັດການປະຕິບັດງານ ໃນອະວະກາດ
please wait

No media source currently available

0:00 0:00:45 0:00
XS
SM
MD
LG