ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນເອົາຍານອະວະກາດ ຈອດເຊື່ອມຕໍ່ເຂົ້າກັນ ໂດຍການບັງຄັບດ້ວຍມື ເປັນເທື່ອທໍາອິດ


ພວກນັກເຫາະອະວະກາດຈີນ 3 ຄົນ ນາງ Liu Yang, ນາຍ Jing Haipeng ແລະ ນາຍ Liu Wang ຫາກັນຄໍານັບ ກ່ອນຍານ Shenzhou 9 ຂອງເຂົາເຈົ້າພຸ່ງຂຶ້ນສູ່ຫ້ວງອະວະກາດ.
ວັນທີ 24 ມິຖຸນາ 2012
ພວກນັກເຫາະອະວະກາດຈີນ 3 ຄົນ ນາງ Liu Yang, ນາຍ Jing Haipeng ແລະ ນາຍ Liu Wang ຫາກັນຄໍານັບ ກ່ອນຍານ Shenzhou 9 ຂອງເຂົາເຈົ້າພຸ່ງຂຶ້ນສູ່ຫ້ວງອະວະກາດ. ວັນທີ 24 ມິຖຸນາ 2012

ຈີນ​ໄດ້​ເອົາ​ຍານ​ອະວະກາດຂອງ​ຕົນ ເຂົ້າ​ຈອດເຊື່ອມຕໍ່ໃສ່​ກັບ​ຫ້ອງ​ທົດລອງອະວະກາດ​ທີ່​ພວມ​ໂຄຈອນຢູ່ນັ້ນ ໂດຍການບັງຄັບດ້ວຍ​ມືເປັນເທື່ອທໍາ​ອິດ.

ພວກ​ນັກ​ເຫາະ​ອະວະ​ກາດ ​3 ຄົນ ໄດ້​ນໍາ​ຍານ​ອະວະກາດ Shenzhou-9 ​ເຊື່ອມ​ຕໍ່ໃສ່​ກັບ​ຍານ​ຄົ້ນຄວ້າ Tiangong-1 ​ຢ່າງສໍາ ​ເລັດ​ຜົນ​ ໃນ​ວັນ​ອາທິດ​ມື້​ນີ້ ໂດຍ​ບໍ່​ໄດ້​ໃຊ້​ລະ​ບົບອັດຕະ​ໂນ​ມັດ. ນຶ່ງ​ໃນ ​ບັນດາ​ນັກ​ເຫາະ​ອະວະກາດ​ 3 ຄົນຂອງ​ຈີນ​ນັ້ນ​ ແມ່ນ​ນາງ Liu Yang ຊຶ່ງ​ເປັນ​ນັກເຫາະ​ອະວະກາດ​ແມ່ຍິງ​ຈີນ​ຄົນທໍາ​ອິດ.

ຍານ​ອະວະກາດ Shenzhou-9 ​ໄດ້​ຖືກ​ສົ່ງ​ຂຶ້ນ​ສູ່​ຫ້ວງ​ອະວະກາດໃນ​ວັນ​ທີ 16 ​ເດືອນ​ນີ້ ​ແລະ​ໄດ້​ເຂົ້າ​ເຊື່ອມ​ຕໍ່​ກັບ​ຍານ​ຄົ້ນຄວ້າໃນ​ເວລາ 2 ມື້​ຕໍ່​ມາ​ ໂດຍ​ໃຊ້​ລະ​ບົບ​ເຊື່ອມ​ໂຍງ​ແບບ​ອັດຕະ​ໂນ​ມັດຢ່າງ​ສໍາ​ເລັດຜົນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ເອົາສອງຍານທີ່ກໍາລັງໂຄຈອນຢູ່ ເຊື່ອມ ຕໍ່ໃສ່ກັນ ໂດຍການ
ບັງຄັບດ້ວຍມື ທີ່ເປັນການທ້າ​ທາຍຫລາຍກ່ວາ​ການ​ໃຊ້​ລະ​ບົບອັດຕະ​ໂນ​ມັດນັ້ນ ແມ່ນຈະ
ນໍາໄປໃຊ້ໃນ​ການ​ກໍ່​ສ້າງ​ສະຖານີອະວະກາດຂະໜາດ​ໃຫຍ່​ກ່ວາ ຊຶ່ງ​ຈີນ​ມີ​ເປົ້າໝາຍ​ຈະ​ສ້າງ
​ໃຫ້​ສໍາ​ເລັດ​ ພາຍ​ໃນ ປີ 2020.

ຍານ​ຄົ້ນຄວ້າ Tiangong-1 ​ເປັນ​ຍານ​ທົດ​ລອງ​ທີ່ຈະ​ຢູ່​ໃນ​ວົງ​ໂຄຈອນ​ໄປ​ຈົນ​ເຖິງ 2013.

ກ່ອນ​ໜ້າ​ຄວາມ​ສໍາ​ເລັດ​ຂອງຈີນນີ້ ສະຫະລັດ​ແລະ​ອະດີດ​ສະຫະພາບ​ໂຊ​ວຽດ​ ໄດ້​ທໍາ​ການ​ເຊື່ອມ​ຕໍ່ໂດຍ​ລະບົບບັງຄັບດ້ວຍ​ມື​ ​ຢ່າງ​ສໍາ​ເລັດ​ຜົນ​ມາກ່ອນແລ້ວ ໃນ​ຊຸມປີ 1960.

ເຕັກ​ນິກດັ່ງກ່າວ​ຕ້ອງ​ການ​ຄວາມ​ແມ່ນຢໍາ​ຢ່າງ​ຫຼວງ​ຫຼາຍ ​ເພາະວ່າມັນ ພົວພັນກັບ​ຍານ 2 ລໍາ ທີ່​ໂຄຈອນ​ຢູ່​ໃນ​ວົງ​ໂຄຈອນດຽວ​ກັນ​ແລະ​ໝຸນ ວຽນ​ອ້ອມ​ໜ່ວຍໂລກ ​ໃນ​ຄວາມ​ໄວ​ຫຼາຍ​ພັນ​ຫຼັກ​ກິ​ໂມ​ແມັດ​ຕໍ່​ຊົ່ວ​ໂມງ. ຍານ​ອະວະ​ການ​ແລະ​ສະຖານີ​ອະວະກາດ​ຕ້ອງ​ຄ່ອຍໆເຊື່ອມ​ຕໍ່ເຂົ້າກັນ ​ຢ່າງນຸ່ມນວນ ເພື່ອ​ຫລີກ​ເວ້ນ​ການຕໍາກັນ ຊຶ່ງຈະເປັນການ​ທໍາລາຍຍານທັງສອງ.

​ການ​ຂຶ້ນປະຕິບັດພາລະກິດໃນ​ອະວະກາດຄັ້ງນີ້ຂອງຈີນ ຊຶ່ງມີກໍານົດ​ 10 ມື້​ນັ້ນ ​ຈະ​ດໍາ​ເນີນໄປ​ຕື່ມ​ອີກ 2 ມື້. ​

XS
SM
MD
LG