ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສໍ້ລາດ ຍັງສືບຕໍ່ ເປັນບັນຫາ ຢູ່ໃນຈີນ


ຜູ້ເຂົ້າຝຶກອົບຮົມ ຍ່າງຜ່ານ ກາເຄື່ອງໝາຍ ຂອງພັກຄອມມູນິສ
ຜູ້ເຂົ້າຝຶກອົບຮົມ ຍ່າງຜ່ານ ກາເຄື່ອງໝາຍ ຂອງພັກຄອມມູນິສ
ຈີນ​ຮັບຊາບ​ວ່າ​ ​ເຈົ້າ​ໜ້າທີ່ລັດຖະບານ​ບາງ​ທ່ານ ​ແມ່ນ​ພະຍາຍາມ
​ທີ່​ຈະ​ລີກລ່ຽງ​ການ​ປາບ​ປາມ​ໃນ​ການ​ຢູ່​ກິນ​ແບບ​ຟູມ​ເຟືອຍ ​
ໂດຍ​ພາກັນ​ຈັດ​ພາ​ຕີ້​ແບບ​ລັບໆ​ຂຶ້ນຢູ່​ໃນ​ຫ້ອງ​ອົບ​ອາຍ ນໍ້າ ​ແລະກໍ​
ເຊື່ອງ​ເຫຼົ້າໄວ້ໃນແກ້ວນໍ້າປລາສຕິກ.

ໜັງສືພິມ​ປະຊາຊົນ​ລາຍ​ວັນ​ຂອງ​ທາງ​ການ​ຈີນ ​ໄດ້ລົງ​ພິມ ​
ບົດ​ວິຈານ ​ໃນໜ້າທຳ​ອິດ ​ໃນ​ວັນພຸດ​ວານ​ນີ້ ທີ່ໄດ້​ຕັກ​ເຕືອນເຈົ້າ​
ໜ້າທີ່​ບໍ່​ໃຫ້​ມີ​ສ່ວນ​ພົວພັນ​ກັບຊີວິດ​ການ​ເປັນ​ຢູ່​ແບບ​ຟູ​ມ​ເຟືອຍ
“ໃຕ້​ດິນ” ​ໂດຍ​ໄດ້​ຮັບການ​ຄໍ້າ​ຈຸນ​ຈາກ​ເງິນ​ຂອງ​ຫຼວງ.

ບົດ​ຂຽນ​ດັ່ງກ່າວ ​ໄດ້ລົງ​ພິມ​ ​ໂດຍ​ຜູ້ຂຽນ​ທີ່​ມີ​ຊື່ວ່າ He Yong
ຊຶ່ງ​ເປັນ​ຊື່​ດຽວ​ກັນ​ກັບເຈົ້າ​ໜ້າທີ່ຂັ້ນ​ສູງຕໍ່ຕ້ານ​ກັບ​ການ​ສໍ້ລາດ​ບັງ​ຫຼວງຂອງຈີນ. ເປັນ​ເລື່ອງ​
ບັງ​ເອີນ​ທີ່​ບົດ​ຂຽນ​ດັ່ງກ່າວ ​ໄດ້​ພິມເຜີຍ​ແຜ່​ໃນ​ມື້ດຽວ​ກັນ ​ກັບ​ວັນ​ພັກ​ເນື່ອງ​ໃນ​ໂອກາດວັນ​
ແຮ​ງງານ​ສາກົນ​ ຫຼື “May Day”ຊຶ່ງ​ຊາວ​ຈີນ​ສ່ວນໃຫຍ່​ແລ້ວແມ່ນພາກັນ​ສະຫຼອງ​ວັນ
ດັ່ງກ່າວ​ດ້ວຍ​ງານ​ລ້ຽງ​ຕ່າງໆ.

ໜັງ​ມື​ພິມດັ່ງກ່າວເວົ້າວ່າ ຄວາມ​ບໍ່ພໍໃຈຂອງ​ປະຊາຊົນໄດ້​ເພີ່ມ​ທະວີຂຶ້ນ ​ຕໍ່​ລາຍ​ງານ​ກ່ຽວ​ກັບ
​ເຈົ້າ​ໜ້າ​ທີ່​ລັດຖະບານ​ຈີນ ​ໄດ້​ຈັດ​ງານ​ພາຕີ້ຂຶ້ນຢູ່​ທີ່ຫ້ອງ​ອົບ​ອາຍ​ນໍ້າຕາມ​ເຮືອນ​ໃນ​ເຂດ
ທົ່ງ​ໄຮ່​ທົ່ງ​ນາ ​ໂດຍ​ເຊື່ອງ​ເຫຼົ້າລາຄາ​ແພງໆ​ໄວ້​ໃນ​ແກ້ວ​ນໍ້າ ​ແລະ​ຈັດ​ງານ​ລ້ຽງ​ຂຶ້ນ ​ເພື່ອ​ປິດບັງ​
ການ​ກະທຳ​ຂອງ​ພວກ​ເຂົາ​ເຈົ້າ ບໍ່​ໃຫ້​ຜູ້​ຄົນຮູ້​ຜູ້​ນໍາ​ພັກ​ຄອມ​ມູນີສຄົນ​ໃໝ່​ຂອງ​ຈີນ ທີ່​ໄດ້​ເຂົ້າ​
ຮັບ​ຕໍາແໜ່ງ​ໃນ​ປີ​ກາຍ​ນີ້ ​ໄດ້​ປະກາດວ່າ​ ຈະ​ຫຼຸດຜ່ອນ​ການ​ຢູ່​ກິນ​ແບບ​ຟູມ​ເຟືອຍ​ຂອງ​ບັນດາ​
ເຈົ້າ​ໜ້າ​ ແລະຊຸກຍູ້​ສົ່ງ​ເສີມ​ການຢູ່​ກິນ​ແບບ​ປະຢັດ​ມັດທະຍັດ ​ເພື່ອພະຍາຍາມ​ຫາ​ທາງ​
ຄວາມ​ຄຸມຄວາມໂກດ​ແຄ້ນ​ຂອງ​ປະຊາຊົນພາຍ​ໃນ​ປະ​ເທດ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ​.
XS
SM
MD
LG