ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພວກຜູ້ນໍາຈີນຖືກທ້າທາຍ ຫລາຍຂຶ້ນນັບມື້ ໂດຍຄວາມບໍ່ສະຫງົບ ທາງສັງຄົມ (ເບິ່ງວີດີໂອພາສາລາວ-ອັງກິດ ກັບສະໄລດ໌)


ພວກຜູ້ນໍາຈີນຖືກທ້າທາຍ ຫລາຍຂຶ້ນນັບມື້ ໂດຍຄວາມບໍ່ສະຫງົບ ທາງສັງຄົມ (ເບິ່ງວີດີໂອພາສາລາວ-ອັງກິດ ກັບສະໄລດ໌)
ພວກຜູ້ນໍາຈີນຖືກທ້າທາຍ ຫລາຍຂຶ້ນນັບມື້ ໂດຍຄວາມບໍ່ສະຫງົບ ທາງສັງຄົມ (ເບິ່ງວີດີໂອພາສາລາວ-ອັງກິດ ກັບສະໄລດ໌)

ຕະຫລອດ​ໄລຍະ​ນຶ່ງ​ປີຜ່ານມາ​ນີ້ ພວກ​ຜູ້​ນໍາ​ຈີນ​ໄດ້​ປະ​ເຊີນ​ກັບ​ຄວາມ​ບໍ່ພໍ​ໃຈ ຂອງ​ມະຫາຊົນ​ເພີ່ມ​ຂຶ້ນນັບ​ມື້ ກ່ຽວ​ກັບ​ຫລາຍໆ​ບັນຫາ​ທີ່​ສໍາຄັນ ​ໂຮມ​ທັງ​ຄວາມ​ເປັນ​ຫ່ວງ​ໃນ​ດ້ານ​ສະພາບ​ແວດ​ລ້ອມ​ແລະ​ຄວາມ​ປອດ​ໄພ​ດ້ານ​ການຂົນ​ສົ່ງ ບັນຫາ​ຂັດ​ແຍ້​ງດ້ານ​ແຮງ​ງານ ​ແລະ​ການ​ກ່າວ​ຫາ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງຫຼວງຢູ່​ໃນ​ເຂດທ້ອງ​ຖິ່ນ. ຮ່ອງຮອຍ​ແຫ່ງ​ຄວາມ​ເປັນ​ທຸກ​ເປັນ​ຮ້ອນ​ຕ່າງໆ​ນາໆ ທີ່​ແຜ່​ລາມ​ອອກ​ໄປ​ຢ່າງ​ກວ້າງຂວາງນີ້​​ ຄື​ຄວາມ​ເປັນ​ຫ່ວງ​ລະດັບ​ສູງ​ຢ່າງ​ນຶ່ງ​ສໍາລັບ​ພວກ​ຜູ້​ນໍາ​ຈີນ ທີ່​ກໍາລັງ​ຕຽມ​ສັບ​ປ່ຽນພວກ​ຜູ້​ນໍາ​ຄັ້ງ​ໃຫຍ່​ໃນ​ປີ 2012 ຕໍ່ໜ້າ​ນີ້. ຜູ້​ສື່​ຂ່າວ​ວີ​ໂອ​ເອມີ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ນີ້ຈາກ​ກຸງ​ປັກ​ກິ່ງ ດັ່ງທອງ​ປານຈະ​ນຳມາສະ​ເໜີ​ທ່ານ​.

ເບິ່ງວິດິໂອລາຍງານຂ່າວພາສາລາວ:


ພວກ​ຊາວບ້ານໆ Wukan ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ຈີນ ພາກັນ​ຢືນຢັດ​ຮ້ອງທຸກ
​ຕໍ່​ພວກ​ເຈົ້າໜ້າ​ທີ່​ ຊຶ່ງ​ບໍ່​ຄ່ອຍ​ເຫັນ​ເກີດ​ຂຶ້ນ​ນັ້ນ.

ເປັນ​ເວລາ​ຫລາຍ​ເດືອນ​ແລ້ວ ທີ່​ພວກ​ເຂົາ​ເຈົ້າປະ​ທ້ວງ​ກ່ຽວ​ກັບ​ຂໍ້​ກ່າວ​ຫາ​ທີ່ວ່າ​ພວກ​ເຈົ້າໜ້າ​ທີ່
ຂອງ​ພັກ​ໃນ​ເຂດ​ທ້ອງ​ຖິ່ນ​ທັງຫລາຍ​ສໍ້​ລາດ​ບັງ​ຫລວງ ​ແລະ​ໃນ​ສິ່ງ​ທີ່​ພວກ​ເຈົ້າ​ເວົ້ານັ້ນ​ກໍ​ແມ່ນ​ວ່າ
​ເປັນ​ການ​ຕົກລົງການ​ຂາຍ​ດິນ​ໄຮ່​ດິນ​ນາຢ່າງຜິດກົດໝາຍໃຫ້​ແກ່​ພວກ​ນາຍໜ້າ​ຈັດ​ສັນດິນ.
ແລະ​ໝູ່ບ້ານ ວູຄານ ດັ່ງກ່າວ​ນີ້​ເປັນ​ພຽງ​ຕົວຢ່າງ​ນຶ່ງ​ຂອງ​ຫລາຍໆ​ບັນຫາທີ່​ສ້າງ​ຄື້ນ​ຟອງ​ແຫ່ງ
​ຄວາມ​ບໍ່ສະຫງົບ​ດ້ານ​ສັງຄົມ​ຢູ່​ໃນ​ຈີນ.

ໃນ​ເດືອນ​ຕຸລາ​ຜ່ານ​ມາ​ນີ້ ​ເກີດມີການ​ຂັດ​ແຍ້​ງກັນ​ດ້ານ​ພາສີ ທີ່​ເມືອງ Zhili ທາງ ພາກ​ຕາ​ເວັນ
​ອອກ​ຂອງ​ຈີນ ​ແລະຈົນກາຍ​ເປັນ​ເຫດກໍ່​ຈະລາຈົນຂຶ້ນ.

ພວກ​ນັກວິ​ເຄາະ​ການ​ເມືອງ​ກ່າວ​ວ່າ ຖ້າ​ຫາກ​ວ່າ​ພວກ​ເຈົ້າໜ້າ​ທີ່​ທີ່ກ່ຽວຂ້ອງ ບໍ່​ປະຕິບັດ​ການ
​ເພີ່ມ​ຕື່ມ​ເພື່ອແກ້​ໄຂ​ບັນຫາ​ຄວາມ​ບໍ່ພໍ​ໃຈ​ຂອງ​ມະຫາຊົນ ​ທີ່ກໍາລັງ​ເພີ່ມ​ຂຶ້ນນັບ​ມື້​ນັ້ນ ​ເຫດການ
​ກໍ່​ຄວາມ​ບໍ່​ສະຫງົບ​ກໍ​ຈະຮ້າຍແຮງຕື່ມຂຶ້ນ​ໄປ​ອີກ.

ທ່ານ Hu Xingdou ​ອາຈານ​ຄົນ​ນຶ່ງ​ປະ​ຈໍາ​ສະ​ຖາ​ບັນ​ເທ​ກ​ໂນ​ໂລ​ຈີ່ ທີ່​ກຸງປັກ​ກິ່ງຫລື Beijing Institute of Technology ກ່າວ​ວ່າ:

“ເວລາ​ນີ້ຈີນ​ແມ່ນ​ພວມ​ກ້າວ​ເຂົ້າສູ່​ຍຸກ​ທີ່​ວ່າສ່ຽງ​ທີ່​ສຸດ​ບັ້ນ​ນຶ່ງ ບໍ່​ແມ່ນ​ນຶ່ງ​ໃນ​ຍຸກ​ທີ່​ມີ​ຄວາມ
ສ່ຽງ​ໂດຍ​ສະ​ເລ່ຍທົ່ວ​ໄປ ຊຶ່ງ​ຂ້າພະ​ເຈົ້າຢ້ານ​ວ່າ ຖ້າ​ຫາກ​ລັດຖະບານ​ກາງຂອງ​ຈີນ ບໍ່​ນໍາ
ໃຊ້​ມາດ​ຕະການ​ຢ່າງ​ໃດ​ຢ່າງ​ນຶ່ງ​ໃນ​ໄລ​ຍະຫ້າ​ປີ​ຕໍ່ໜ້າຫລື​ປະມານ​ນັ້ນ​ແລ້ວ ປະ​ເທດ​ຈີນ
​ທັງ​ໝົດ​ກໍ​ຈະວຸ້ນວາຍ​ທີ່​ບໍ່​ສາມາດ​ຄວບຄຸມ​ໄດ້.”

ທ່ານ ຫລູ ສ້ຽວ​ເຜັງ ນັກ​ເສດຖະສາດ​ຈີນ ກ່າ​ວວ່າ ປະທານ ຫູ ຈິນ​ເຖົາ ​ບໍ່​ໄດ້​ດຳ​ເນີນ​ການ
​ຫຍັງ​ຫຼາຍ​ເພື່ອ​ຄວບ​ຄຸມ​ພວກ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ໃນ​ໄລຍະ​ສິບ​ປີຜ່ານ​ມາ ​ແລະ​ນັ້ນ​ຈະ​ເປັນ
​ສິ່ງ​ທ້າທາຍທີ່​ສໍາຄັນ​ ສໍາລັບ​ຮອງ​ປະ​ທານ ສີ ຈິນ ຜິ​ງ ​ເວລາ​ທ່ານ​ກ້າວ​ຂຶ້ນມາ​ສືບ​ຕໍາ​ແໜ່​ງ​
ແທນ​ປະທານ​ຫູ ​ໃນ​ປີໜ້າ​ນີ້

“ບັນຫາ​ສະພາບ​ແວດ​ລ້ອມ ບັນຫາ​ການ​ສຶກສາ ບັນຫາລັດຖະກອນທັງ​ໝົດ​ເຫລົ່າ​ນີ້
​ແມ່ນໄດ້​ສະ​ສົມ​ພອກ​ພູນ​ມາ​ໄດ້​ຫລາຍ​ກວ່າ​ສິບ​ປີ​ແລ້ວ ບໍ່​ແມ່ນຫາ​ກໍ່​ເກີດ​ຂຶ້ນມາ​ດຽວ​ນີ້
​ແຕ່​ຂ້າພະ​ເຈົ້າຄິດ​ວ່າ​ທຸກໆ​ຄົນ​ພໍ​ຈະ​ຮູ້​ໄດ້ວ່າ​ຈະ​ເກີດ ວິ​ກິດ​ການ​ຂຶ້ນ​ໃນ​ບໍ່​ຊ້າ​ນີ້ ​ແລະ​ພວກ​
ຜູ້​ນໍາ​ໝ້າ​ໃໝ່​ທັງຫລາຍ​ຈະ​ຕ້ອງ​ຫາ​ທາງ ​ແກ້​ໄຂ​ໃນ​ເລຶ່ອງນີ້​ໃຫ້​ໄດ້.”

ທ່ານ​ນາງ Bonnie Glaser ນັກວິ​ເຄາະກ່ຽວ​ກັບ​ຈີນ​ປະ​ຈໍາ​ສູນ​ກາງການ​ສຶກສາ​ຍຸດ​ທະ​ສາດ
​ແລະ​ນາໆ​ຊາດ ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ​ດີ​ຊີ ກ່າວ​ວ່າ ຄວາມ​ເປັນຫ່ວງຂອງ​ການ​ເຕີບ​ໂຕ
​ທາງ​ເສດຖະກິດຢູ່​ຈີນ​ຈະ​ຊັກ​ຊ້າ​ລົງ​ໃນ​ປີ​ໜ້າ​ນີ້ ອາດ​ເຮັດໃຫ້​ສະຖານະ​ການຮ້າຍ​ແຮງຂຶ້ນ​ຕື່ມ.

“ເວົ້າ​ເຖິງ​ຄະນະ​ນຳພາຂອງ​ຈີນ​ໃນ​ເວລາ​ນີ້​ແລ້ວ ຂ້າພະ​ເຈົ້າຄິດ​ວ່າ ມັນ​ບໍ່​ໝັ້ນຄົງ​ ​ແລະມີ
​ຄວາມ​ເປັນ​ຫ່ວງ​ຫລາຍ​ກ່ຽວ​ກັບສະຖານະ​ການ​ພາຍ​ໃນ​ປະ​ເທດ ການ​ເຕີບ​ໂຕເສດຖະກິດ
​ຊັກ​ຊ້າ​ລົງ ​ແລະ​ຮ່ອງຮອຍ​ແຫ່ງ ຄວາມ​ບໍ່​ສະຫງົບ ​ແລະຄວາມ​ເປັນ​ທຸກ​ເປັນ​ຮ້ອນ​ທີ່​ເຕີບ​ໂຕ
​ສູງ​ຂຶ້ນນັບ​ມື້​ນັ້ນ.”

ໃນ​ຂະ​ນະ​ທີ່​ເສດຖະກິດ​ຂອງ​ຈີນ​ເຕີບ​ໃຫຍ່​ຂະຫຍາຍ​ໂຕນັ້ນ ພ້ອມ​ດຽວ​ກັນ ກໍ​ເກີດ​ມີ​ຊົນ​ຊັ້ນ
ກາງ​ເພີ່ມຫລາຍ​ຂຶ້ນ ​ແລະ​ກໍ​ແມ່ນ​ພວກ​ຊົນ​ຊັ້ນ​ກາງ​ນີ້​ຫລະ ທີ່​ພາກັນ​ອອກປາກ​ອອກສຽງ
​ທວງ​ນັ້ນ​ທວງ​ນີ້​ຈາກ​ລັດຖະບານ​ຫລາຍ​ຂຶ້ນ.

ເບິ່ງສະໄລ໌ຂອງເຫດການທີ່ກ່ຽວຂອ້ງ

ໃນ​ເດືອນ​ສິງຫາ​ຜ່ານ​ມາ​ນີ້ ປະຊາຊົນ​ຫລາຍ​ພັນ​ຄົນ​ຫລັ່ງ​ໄຫ​ລລົງສູ່ຖະນົນ​ຫົນທາງ ທີ່​ເມືອງ
ດາ​ລຽນ ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ ​ແລະ​ປະ​ເຊີນ​ກັບ​ພວກ​ເຈົ້າໜ້າ​ທີ່ ​ໂດຍ​
ທວງ​ໃຫ້​ປິດ​ໂຮງງານ​ເຄມີ​ແຫ່ງ​ນຶ່ງ​ນັ້ນ ຊຶ່ງ​ການ​ປະ​ທ້ວງ​ຄັ້ງ​ນັ້ນແມ່ນ​ມີ​ການ​ເບິ່ງ​ກັນ​ຢ່າງ​ກວ້າງ
​ຂວາງ​ວ່າ ​ເປັນ​ການ​ໂຮມ​ຊຸມນຸມ​ຂອງ​ພວກ​ຊົນ​ຊັ້ນກາງ.

ທ່ານ Barry Naughton ນັກ​ເສດຖະສາດປະ​ຈໍາ​ມະຫາວິທະຍາ​ໄລ California ທີ່​ນະຄອນ
San Diego ກ່າວ​ວ່າ ​ເວລາ​ນີ້ລັດຖະບານ​ຈີນ​ແມ່ນ​ເປັນຫ່ວງ​ນໍາພວກ​ຊົນ​ຊັ້ນ​ກາງ​ນັ້ນ​ຫລາຍ ​ທີ່​ສຸດ.

“ພວກ​ຊົນ​ຊັ້ນ​ກາງ​ບໍ່​ໄດ້​ລົງ​ສູ່​ຖະນົນ​ຫົນທາງ ແກວ່ງກ້ອນ​ຫິນໃສ່ປ່ອງຢ້ຽມ ​ແຕ່​ຂ້າພະ​ເຈົ້າ
ຄິດ​ວ່າ ມັນ​ມີ​ຄວາມ​ຮູ້ສຶກ​ແຫ່ງຄວາມ​ບໍ່​ສະຫງົບທີ່ວ່າສໍາຄັນທີ່​ສຸດ ​ເນຶ່ອງຈາກ​ວ່າ​ຄົນພວກ​ນີ້
ມີ​ການ​ສຶກສາ​ດີ ທີ່​ສ່ວນ​ໃຫຍ່ອາ​ໃສຢູ່ໃນ​ຫົວເມືອງຕ່າງໆ ພວກ​ເຂົາ​ເຈົ້າມີ​ຄວາມ​ຊໍານິ​ຊໍານານ
​ແລະ​ຄວາມ​ສາມາດຫລາຍ​ຢ່າງ.”

ແລະ​ທີ່​ເມືອງ​ດາ​ລຽນ ຊຶ່ງ​ໃນ​ທີ່​ສຸດ​ກໍໄດ້​ຮັບ​ຄວາມ​ເອົາ​ໃຈໃສ່​ຂອງ​ພວກ​ເຈົ້າໜ້າ​ທີ່ ຄື​ລຸນຫລັງ​
ຈາກ​ການ​ປະ​ທ້ວງ​ຢູ່​ທີ່​ນັ້ນ​ແລ້ວ ​ພວກ​ເຈົ້າໜ້າ​ທີ່​ກໍຕົກລົງ​ປິດ​ໂຮງງານ​ເຄມີ​ແລະ​ຍ້າຍ​ໄປ​ຕັ້ງ​
ຢູ່​ບ່ອນ​ອື່ນ.

ເບິ່ງວີດີໂອລາຍງານຂ່າວພາສາອັງກິດ:

XS
SM
MD
LG