ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ໂຕເລກຜູ້ເສຍຊີວິດ ຈາກເຮືອຫຼົ້ມຢູ່ຈີນ ສູງຂຶ້ນເປັນ 65 ຄົນ


ພະນັກງານໜ່ວຍກູ້ໄພນຳເອົາສົບຂອງຜູ້ເຄາະຮ້ານອອກຈາກເຮືອທີ່ຫຼົ້ມ ໃນເມືອງຈຽນລີ້ ແຂວງ ຮູເບີ້ຍ. 4 ມິຖຸນາ 2015
ພະນັກງານໜ່ວຍກູ້ໄພນຳເອົາສົບຂອງຜູ້ເຄາະຮ້ານອອກຈາກເຮືອທີ່ຫຼົ້ມ ໃນເມືອງຈຽນລີ້ ແຂວງ ຮູເບີ້ຍ. 4 ມິຖຸນາ 2015

ໜ່ວຍ​ກູ້​ໄພ​ ໃນພາກກາງຂອງ ປະ​ເທດ ຈີນ ​ໄດ້​ຄົ້ນ​ພົບ​ຫຼາຍ​ສິບ​ສົບ​ ຈາກ​ເຫດການ​ເຮືອ​ຜູ້​ໂດຍ​ສານ​ຫຼົ້ມ​ຢູ່​ໃນ​ແມ່​ນ້ຳຢ່າງ​ຊີ, ​ເຊິ່ງຄວາມ​ຫວັງ​ທີ່​ຈະ​ພົບ​ຜູ້​ລອດຊີວິດແມ່ນ​ມີໜ້ອຍເຕັມທີ.

​ເຈົ້າ​ໜ້າ​ທີ່​ອົງການ​ຂ່າ​ວຊິ​ນຫົວ ຂອງທາງການຈີນ​ ​ໄດ້​ກ່າວໃນ​ວັນ ​ພະຫັດ​ມື້​ນີ້ວ່າ ໄດ້​ຄົ້ນ​ພົບ​ອີກ 39 ສົບ​ຫຼັງ​ຈາກ​ເຈົ້າໜ້າ​ທີ່​ໄດ້​ຕັດ​ລຳໂຕ​ຂອງ​ເຮືອ​ທີ່ປີ້ນທ້ອງ​ຂຶ້ນ. ​ເຮັດໃຫ້​ມີຍອດ​ຜູ້​ເສຍ​ຊີວິດແລ້ວ 65 ຄົນ.

ມີ​ພຽງ 14 ຄົນ​ເທົ່າ​ນັ້ນ​ທີ່​ໄດ້​ຖືກ​ຊ່ວຍ​ເຫຼືອ​ຕັ້ງ​ແຕ່​ເຮືອ​ໄດ້​ຫຼົ້ມ ຍ້ອນສະ ພາບ​ອາກາດ​ປັ່ນປ່ວນ​ໃນ​ມື້​ວັນ​ຈັນ​ທີ່​ຜ່ານ​ມາ. ຜູ້​ໂດຍ​ສານ​ເກືອບ 400 ຄົນ, ​ເຊິ່ງຈຳ​ນວນ​ຫຼາຍ​ແມ່ນ​ຜູ້​ມີ​ອາຍຸສູງ ຍັງ​ຫາຍ​ສາບ​ສູນ​ຢູ່.

ຈຳນວນ​ຜູ້​ເສ​ຍຊີວິດແມ່ນ​ຄາດ​ວ່າ​ຈະ​ເພີ່ມ​ສູງຂຶ້ນ ເຊິ່ງ​ເຈົ້າ​ໜ້າ​ທີ່​ກຳລັງ​ດຳ​ເນີນການສືບສວນ ກ່ຽວກັບ​ເຮືອລຳນີ້, ແລະ ເບິ່ງຄືວ່າ​ຈະ​ເປັນ​ເຫດ ການ​ທີ່​ມີ​ຄົນຕາຍ​ທາງ​ນ້ຳ ຫຼາຍ​ທີ່ສຸດ​ຂອງ​ຈີນ ​ໃນຮອບຫຼາຍທົດ​ສະ​ວັດ.

ທາງ​ການ​ປັກ​ກິ່ງ​ໄດ້ໃຫ້​ສັນ​ຍາ​ວ່າຈະ​ທຸ້ມ​ເທ​ທຸກ​ຄວາມ​ພະຍາຍາມ​ໃນ​ການ​ຄົ້ນ​ຫາ​ຜູ້​ລອດ​ຊີວິດ,
​ແ​ຕ່ວ່າ​ຄຳ​ສັນຍາ​ດັ່ງກ່າວ​ແມ່ນບໍ່ສາມາດທີ່​ຈະ​ເຮັດ​ໃຫ້​ຍາດຕິ​ພີ່ນ້ອງ​ຂອງ​ຜູ້​ຖືກ​ເຄາະ​ຮ້າຍເພິ​ງພໍ​ໃຈກັບ​ຂໍ້​ມູນ​ທີ່​ບໍ່​ພຽງພໍ ​ກ່ຽວ​ກັບ​ພີ່ນ້ອງທີ່​ຍັງ​ຫາຍ​ສາບ​ສູນຂອງ​ພວກ​ເຂົາ.

ມີສະມາ​ຊິກ​ຂອງຄອບ​ຄົວຫລາຍສິບຄົນ ​ໄດ້​ບຸກຂ້າມ​ແນວ​ກັ້ນຂອງ​ຕຳ ຫຼວດ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ພຸດ​ວານ​ນີ້​ ​ເຊິ່ງພວກ​ເຂົາ​ໄດ້​ເດີນ​ຂະ​ບວນປະ​ທ້ວງ​ໄປຫາບ່ອນ​ເກີດ​ເຫ​ດ, ຮຽກ​ຮ້ອງ​ໃຫ້​ສະໜອງ​ຂໍ້​ມູນ​ຂອງ​ພີ່ນ້ອງ​ທີ່​ຫາຍ​ສາບ​ສູນນັ້ນ.

​ເຈົ້າ​ໜ້າ​ທີ່​ຂອງ​ຈີນ​ຫຼາຍ​ຄົນ, ​ທີ່​ຄວບ​ຄຸມ​ຂໍ້​ມູນ​ຢ່າງ​ເຄັ່ງ​ຄັດ​ກ່ຽວ​ກັບພາ ລະ​ກິດ​ກອບ​ກູ້​ຊີວິດນີ້, ​ໄດ້​ສັນຍາ​ວ່າ​ ຈະ​ອະນຸຍາດ​ໃຫ້​ບັນດາ​ຍາດຕິ​ພີ່ນ້ອງ​ ເຂົ້າໄປ​ຢ້ຽມ​ຢາມ​ສະຖານ​ທີ່​ເກີດ​ເຫດ​ ໃນ​ຕອນ​ແລງ​ຂອງ​ວັນ​ພະຫັດ​ມື້​ນີ້.

ເຮືອໂດຍສານ ຈີນ ຫຼົ້ມ
please wait

No media source currently available

0:00 0:00:49 0:00

XS
SM
MD
LG