ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນຕັດສິນໂທດ ປະຫານຊີວິດ ຊາຍ 2 ຄົນ ຍ້ອນເຫດຮຸນແຮງ ຢູ່ເຂດຊິນຈຽງ


ພວກຕໍາຫຼວດ ໃນທ່າຕຽມພ້ອມຮັບມືກັບກຸ່ມຊົນນ້ອຍ ຊາວ Uighur
ພວກຕໍາຫຼວດ ໃນທ່າຕຽມພ້ອມຮັບມືກັບກຸ່ມຊົນນ້ອຍ ຊາວ Uighur
ສານ​ຈີນ​ໄດ້​ຕັດສິນ​ໂທ​ດປະຫານ​ຊີວິດ ຊາຍ 2 ຄົນ ​ຍ້ອນ​ບົດບາດ​
ຂອງ​ເຂົາ​ເຈົ້າໃນ​ການປະ​ທະ​ກັນ ​ເມື່ອ​ເດືອນ​ເມສາ​ຜ່ານ​ມາ ທີ່​ໄດ້
ສັງ​ຫານ 21 ຄົນ ​ໃນ​ຂົງ​ເຂດ​ທີ່ມີຊາວ​ມຸສລິ​ມ ​ອາ​ໄສ​ຢູ່ເປັນສ່ວນ​ໃຫຍ່
​ ​ ທາງ​ພາກ​ຕາ​ເວັນ​ຕົກ​ສຽງເໜືອ​ຂອງຈີນ.

ສື່​ຂອງ​ທາງ​ການ​ຈີນລາຍ​ງານ​ອີກວ່າ ມີ​ອີກ 3 ຄົນ ​ຖືກ​ລົງໂທດ​ຈໍາ​ຄຸກ ຈາກ 9 ປີ ​ເຖິງ ຕະຫຼອດ​ຊີວິດ ຖານມີ​ສ່ວນ​ໃນການກໍ່​ຄວາມ​ຮຸນ​ແຮງ​ໃນ​ຄັ້ງ​ນັ້ນ ຢູ່​ໃນເຂດ Xingjiang ທີ່ຊົນ​ເຜົ່າ​ແບ່ງ​ແຍກ​ກັນ​ນັ້ນ.

​ບໍ່ໄດ້ມີ​ການເປີດເຜີຍ​ໃຫ້​ຊາບ​ກ່ຽວ​ກັບເຜົ່າພັນຂອງພວກຈໍາເລີຍ ແຕ່ຊື່ຂອງເຂົາເຈົ້າແນະ​ໃຫ້​
ຮູ້ວ່າ ພວກກ່ຽວເປັນ ຊາວ Uighur ຊົນກຸ່ມນ້ອຍ ທີ່​ໄດ້ຈົ່ມ​ວ່າ​ກ່ຽວ​ກັບ​ການ​ຖືກ​ຈໍາ​ແນ​ກ ກີດ​ກັນ
​ໂດຍ​ລັດຖະບານ​ຈີນ ມາ​ດົນ​ນານ​ນັ້ນ.

​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 23 ​ເມສາ ແມ່ນ​ເປັນ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ຂອງ​ເຂດ Xingjiang
​ໃນ​ຮອບ​ຫລາຍ​ເດືອນ ຊຶ່ງໄດ້​ເນ້ນ​ຍໍ້າ​ໃຫ້​ເຫັນ​ເຖິງ​ຄວາມ​ເຄັ່ງ​ຕຶງ​ທີ່​ເພີ້​ມທະວີ ຂຶ້ນ​ນັບ​ມື້ ລະຫວ່າງ
ຊາວ Uighur ພວກເຈົ້າ​ໜ້າ​ທີ່ ແລະ ຊົນ​ກຸ່ມ​ໃຫຍ່ ​ຊາວຮັນ ທີ່ຍົກຍ້າຍ​ເຂົ້າ​ໄປ​ຢູ່​ໃນ​ເຂດ​ດັ່ງກ່າວ.

ລັດຖະບານ ກ່າວ​ວ່າ ການ​ປະ​ທະ​ກັນ​ໄດ້​ເລີ່​ມຂຶ້ນ ຕອນ​ພວກ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ​
ໄດ້​ຖືກ​ພວກກໍ່​ການ​ຮ້າຍກຸ່ມນຶ່ງ​ໂຈມ​ຕີ ຫຼັງ​ຈາກ​ທີ່ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ການ​ປະພຶດທີ່​ໜ້າ​ສົງ​ໄສ
​ ​ໃນເຮືອນ​ຫລັງ​ນຶ່ງ ໃກ້ໆ​ກັບ​ເມືອງ Kashgar.

ນັກ​ເຄື່ອນ​ໄຫວຊາວ Uighur ຈໍານວນ​ນນຶ່ງ ທີ່​ຫຼີ້​ໄພຢູ່​ຕ່າງປະ​ເທດ​ ປະຕິ​ເສດ​ຕໍ່​ການກ່າວ​ອ້າງນັ້ນ
​ແລະ​ເວົ້າ​ວ່າ ຄວາມ​ຮຸນ​ແຮງ​ດັ່ງກ່າວແມ່ນ​ເກີດ​ມາ​ຈາກ​ເຫດ​ການ​ຍິງຊາວ​ໜຸ່ມ Uighur ຄົນ​ນຶ່ງ​ຕາຍ
​ໂດຍ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​.
XS
SM
MD
LG