ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ຈີນສົ່ງ​ ເຮືອບິນ​ລົບ ​ລາດຕະ​ເວນ ​ເຂດ​ປ້ອງກັນ ທາງ​ອາກາດ​ໃໝ່ (ວີດີໂອ)


ໝູ່ເກາະທີ່ຍິ່ປຸ່ນ ຮ້ອງວ່າ Senkaku ແລະຈີນຮ໊ອງວ່າ Diaoyu
ໝູ່ເກາະທີ່ຍິ່ປຸ່ນ ຮ້ອງວ່າ Senkaku ແລະຈີນຮ໊ອງວ່າ Diaoyu
ກອງ​ທັບ​ຈີນ ກ່າວ​ວ່າ ໃນ​ວັນ​ພະຫັດ​ວານ​ນີ້ ຕົນ​ໄດ້​ສົ່ງ​ເຮືອບິນ​
ລົບ ໄປລາດຕະ​ເວນ​ເຂດ​ປ້ອງກັນທາງ​ອາກາດ​ ທີ່​ຫາ​ກໍ​ມີ​ການ​
ປະກາດໃໝ່ໆ ຢູ່​ໃນທະ​ເລ​ຈີນ​ຕາ​ເວັນ​ອອກ ບໍ່ພໍ​ເທົ່າ​ໃດ​ຊົ່ວ​
ໂມງ​ຫລັງ​ຈາກຍີ່ປຸ່ນ​ແລະ​ເກົາຫລີ​ໃຕ້​ໄດ້​ພາກັນ​ທ້າ​ທາຍ ​ຕໍ່​ປັກ​
ກິ່ງ ໂດຍ​ສົ່ງ​ເຮື​ອນບິນທະ​ຫານ​ເຂົ້າ​ໄປ​ໃນເຂດ​ດັ່ງກ່າວ.

ອົງການ​ຂ່າວຊິນ​ຫົວ ຂອງທາງ​ການ​ຈີນ ກ່າວ​ວ່າ ​ເຮືອບິນ​ລົບ
​ຫລາຍ​ລໍາ ​ແລະ​ເຮືອບິນ​ເຕືອນໄພ ​ໄດ້ຖືກ​ສົ່ງໄປ​ຍັງ ອັນ​ທີ່​ໂຄ
ສົກ​ກອງທັບ​ບັນ​ລະ​ຍາຍ​ວ່າ ​ເປັນ​ການ​ລາດ​ຕະ​ເວນ​ປ້ອງ​ກັນ
ໝູ່​ເກາະ​ທີ່​ມີ​ການ​ຂັດ​ແຍ້​ງ ຊຶ່ງຄວບ​ຄຸມ​ໂດຍ ​ກຸງ​ໂຕ​ກຽວ ​ແລະ​
ອ້າງ​ເອົາ​ໂດຍ​ກຸງປັກ​ກິ່ງ.

ການ​ຕອບ​ໂຕ້ຂອງຈີນທີ່​ວ່າ​ນີ້ ​ໄດ້ເຮັດ​ໃຫ້ການ​ປະ​ເຊີນ​ໜ້າ​ຂອງ
​ນາໆ​ຊາດ​ເພີ້ມທະວີ​ຂຶ້ນກ່ຽວກັບ​ໝູ່​ເກາະ​ທີ່​ບໍ່​ມີ​ຄົນ​ຢູ່​ອາໄສທີ່​ຍີ່
ປຸ່ນ​ເອີ້ນ​ວ່າ Senkaku ​ແລະ​ຈີນ ​ເອີ້ນວ່າ Dioyuນັ້ນ.

ຍີ່ປຸ່ນ ສະຫະລັດ ​ແລະ​ເກົາຫລີ​ໃຕ້ ຕ່າງ​ກໍໄດ້​ພາກັນປະຕິ​ເສດ​ບໍ່
ຮັບຮູ້​ເອົາ​ເຂດ ປ້ອງ​ກັນ​ທາງ​ອາກາດໃໝ່​ຂອງ​ຈີນ. ​ໃນ​ຕົ້ນ​ອາທິດ​ນີ້ ສະຫະລັດ​ ຊຶ່ງມີ​ພັນທະ
​ພາຍ​ໃຕ້ສົນທິ​ສັນຍາ​ປ້ອງ​ກັນຍີ່ປຸ່ນນັ້ນ ​ຊອກ​ຫາ​ຊ່ອງ​ທາງ​ເພື່ອເນັ້ນຢໍ້າຊຶ່ງທ່າ​ທີຂອງ​ຕົນ ​
ໂດຍ​ສົ່ງ​ເຮືອບິນ B-52 ສອງ​ລຳ ບິນ​ຜ່ານ​ໝູ່​ເກາະດັ່ງ​ກ່າວ.

ການບິນ​ທີ່​ບໍ່​ຕິດ​ອາວຸດ​ຂອງສະຫະລັດດັງ​ກ່າວ ​ມີ​ຂື້ນ​ສອງ​ມື້ ຫລັງ​ຈາກກະ​ຊວງ​ປ້ອງ​ກັນ​
ປະ​ເທດ​ຈີນ ​ໄດ້​ເຕືອນ​ວ່າ ​ເຮືອບິນ​ທັງ​ໝົດທີ່ຢູ່​ໃນ​ເຂດປ້ອງ​ກັນ​ໃໝ່ຕ້ອງ​ປະ​ກາດ​ສະ​ເໜີ
ໂຕ ​ແລະ​ປະຕິບັດ​ຕາມ​ຄໍາ​ສັ່ງ​ຈາກ​ກຸງ​ປັກ​ກິ່ງ.

China
please wait
Embed

No media source currently available

0:00 0:00:14 0:00
XS
SM
MD
LG