ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ​ສົ່ງ​ກຳ​ປັ່ນ ​ບັນ​ທຸກ​ເຮືອບິນ ໄປ​​ເຝິກຊ້ອມ ​ໃນ​ທະ​ເລ​ຈີນ​ໃຕ້


ຈີນ ​ໄດ້​ສົ່ງ​ກຳ​ປັ່ນ​ບັນ​ທຸກ​ເຮືອບິນ ທີ່​ຕົນ​ມີ​ລໍາ​ດຽວ​ ໄປ​​ເຝິກຊ້ອມ
ປະຕິບັດ​ງານ ​ໃນ​ທະ​ເລ​ຈີນ​ໃຕ້
ຈີນ ​ໄດ້​ສົ່ງ​ກຳ​ປັ່ນ​ບັນ​ທຸກ​ເຮືອບິນ ທີ່​ຕົນ​ມີ​ລໍາ​ດຽວ​ ໄປ​​ເຝິກຊ້ອມ ປະຕິບັດ​ງານ ​ໃນ​ທະ​ເລ​ຈີນ​ໃຕ້
ຈີນ ​ໄດ້​ສົ່ງ​ກຳ​ປັ່ນ​ບັນ​ທຸກ​ເຮືອບິນ ທີ່​ຕົນ​ມີ​ລໍາ​ດຽວ​ ໄປເຝິກຊ້ອມ
ປະຕິບັດ​ງານ ​ໃນ​ທະ​ເລ​ຈີນ​ໃຕ້ ບ່ອນ​ທີ່ກຸງ​ປັກ​ກິ່ງ ​ພວມ​ພົວພັນ
​ກັບບັນຫາ​ຂັດ​ແຍ້ງ​ເລື່ອງ​ເຂດ ນໍ້າ​ແດນ​ດິນ​ຢ່າງ​ແຮງ ກັບ​ບັນດາ
​ປະ​ເທດ​ເພື່ອນ​ບ້ານ​ຫລາຍໆ​ປະ​ເທດ.

ສື່ມວນ​ຊົນ​ຂອງ​ທາງ​ການ​ຈີນກ່າວ​ວ່າ ​ກຳ​ປັ່ນ​ບັນທຸກ​ເຮືອບິນ
Liaoning ໄດ້​ອອກ​ເດີນທາງ​ ໃນ​ວັນ​ອັງຄານ​ມື້​ນີ້ ຈາກ​ທ່າ​ເຮືອ
​ ເມືອງ Quingdo ​ໃນ​ພາກ​ເໜືອ​ຂອງປະ​ເທດ​ ພ້ອມ​ດ້ວຍ​ເຮືອ
​ພິຄາດ 2 ລຳ​ແລະເຮືອລົບ​ຕິດລູກ​ສອນ​ໄຟ​ລຳ​ນຶ່ງ.

​ເຈົ້າໜ້າ​ທີ່​ກອງທັບ​ເຮືອ​ຈີນກ່າວ​ວ່າ ການໄປ​ປະຕິບັດ​ງານ​ຂອງ​
ກອງ​ກຳປັ່ນ​ບັນ ທຸກ​ເຮືອບິນ​ໃນ​ຄັ້ງນີ້ ​ແມ່ນ​ເປັນ​ການ​ປະຕິບັດ​
ງານ​ຕາມ​ປົກກະ​ຕິ ​ໂດຍ​|ເວົ້າວ່າ ຈະ​ຮວມທັງ​ການຄົ້ນຄວ້າ​ທາງ
ດ້ານ​ວິທະຍາສາດ ການ​ທົດ​ລອງ ​ແລະ​ການເຝິກ​ແອບ​ທາງ​ທະຫານ.

ນີ້​ເປັນ​ການປະຕິບັດ​ງານເຝິກ​ແອບທີ່​ຂ້ອນ​ຂ້າງ​ດົນ​ເທື່ອ​ທໍາ​ອິດ ຂອງ​ກຳ​ປັ່ນ​ບັນ ທຸກ​ເຮືອບິນ Liaoning ນັບ​ຕັ້ງ​ແຕ່​ໄດ້ເຂົ້າປະຈຳການ ໃນ​ປີ​ແລ້ວ​ນີ້ ທ່າມກາງ​ຄວາມ​ເປັນ​ຫ່ວງກ່ຽວ​ກັບແສນ​ຍານຸພາບ​ທາງ​ທະຫານ​ທີ່​ເພີ້ມທະວີຂຶ້ນຂອງ​ຈີນ.

ບັນດາ​ເພື່ອນ​ບ້ານ​ຂອງ​ຈີນ​ຫລາຍ​ປະ​ເທດ ​ກ່າວ​ຫາ​ວ່າ ຈີນ​ພວມ​ເອົາ​ທ່າ​ທີ​ທີ່​ແຂງ​ຂື້ນ ​ໃນ
ລະ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມານີ້​ເພື່ອ​ປ້ອງ​ກັນ​ການອ້າງ​ເອົາກຳມະສິດ​ກ່ຽວ ກັບ​ເຂດ​ນໍ້າ​
ແດນ​ດິນ​ທາງ​ທະ​ເລ. ຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ກຸງ​ປັກ​ກິ່ງ​ໄດ້​ອ້າງ​ເອົາ​ກຳມະສິດ ກວມ​ກັນ
ກັບອີກ​ຫ້າ​ປະ​ເທດ​ເພື່ອນ​ບ້ານ.

ຈີນ ​ໄດ້​ຊື້​ກໍ່າ​ປັ່ນ​ບັນທຸກ​ເຮືອບິນ ທີ່​ຍັງ​ບໍ່​ແລ້ວ​ສໍາ​ເລັດ​ຂອງ​ໂຊ​ຫວຽດລຳ​ນີ້ ຈາກ ຢູ​ເຄຣນ
​ໃນ​ປີ 1998. ຫລັງ​ຈາກ​ຫລາຍ​ປີ​ທີ່​ໄດ້​ໃຊ້​ເວລາ​ສ້ອມ​ແປງ ​ກຳ​ປັ່ນ​ບັນ ທຸກ​ເຮືອບິນ Lioaning
​ໄດ້​ເລີ້​ມ​ເຂົ້າ​ຮັບ​ໃຊ້ປະຈຳການໃນ​ເດືອນ​ກັນຍາປີ​ກາຍ​ນີ້.

​ຄວາມສາມາດ​ຂອງກຳ​ປັ່ນ​ທຸກ​ເຮືອບິນດັ່ງກ່າວ ​ເຫັນ​ວ່າ​ມີ​ຂອບ​ເຂດ​ຈໍາກັດ ​ແລະ​ຈີນ ​ໄດ້​ບັນ​
ລະ​ຍາຍກ່ຽວ​ກັບບົດບາດ​ຂອງ​ກຳ​ປັ່ນ​ລຳ​ນີ້ວ່າ ຢູ່​ໃນ​ຂັ້ນ "ທົດ​ລອງ.” ​ແຕ່​ມີ​ການກ່າວກັນ​ວ່າ
​ມັນເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໄຝ່ຝັນ​ດ້ານ​ກອງ ທັບ​ເຮືອທີ່​ກວ້າງ​ໄກ​ໄປ​ກວ່າ​ນັ້ນ
ຂອງຈີນ.
XS
SM
MD
LG