ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ຢາກໃຫ້ມີ ກົດໝາຍສາກົນ ເພື່ອໃຫ້ລັດ ຄວບຄຸມ ອິນເຕີແນັດ ໄດ້

ປະທານປະເທດຈີນ ທ່ານ Xi Jinping ແມ່ນເຫັນໄດ້ໃນຈໍໂທລະພາບ ຢູ່ດ້ານໜ້າຂອງສັນຍາລັກ ບໍລິສັດຕ່າງໆຂອງຈີນ ທີ່ນຳໜ້າໃນດ້ານອິນເຕີແນັດ ໃນລະຫວ່າງ ກອງປະຊຸມ ວ່າດ້ວຍ ອິນເຕີແນັດ ຂອງ ໂລກໃນເຂດ Wuzhen ຂອງເມືອງ Jiaxing ແຂວງ Zhejiang ຂອງຈີນ, ວັນທີ 17 ພະຈິກ 2016.

ຈີນກຳລັງສະແຫວງຫາ ຂໍ້ຕົກລົງສາກົນ ຊຶ່ງ​ຈະເສີມຂະຫຍາຍ ການຄວບຄຸມອິນເຕີ​ແນັດ
ໂດຍລັດຖະບານ ເພື່ອທີ່ຈະຕໍ່ສູ້ກັບການໂຈມຕີທາງໄຊເບີ ແລະ ການກໍ່ການຮ້າຍນຳດ້ວຍ.
ປັກກິ່ງ ຢາກຂະຫຍາຍ​ແນວ​ຄິດ​ກ່ຽວກັບອະທິປະໄຕ ​ໃນ​ເລື່ອງດິນແດນ ແລະ ທະເລ ທີ່ມີ
ຢູ່ແລ້ວນັ້ນ ມາໃຊ້ກັບອິນເຕີເນັດ.

ປັກກິ່ງໄດ້ເປີດເຜີຍ ລາຍງານປົກ​ຂາວ​ກ່ຽວ​ກັບການປຶກສາຫາລືຄັ້ງທຳອິດຂອງຕົນ ​ເຖິງ
ວິທີທາງ ທີ່ຕົນຈະຊັກຊວນບັນດາປະເທດອື່ນໆ ໃຫ້ເຂົ້າມາຮ່ວມ ເພື່ອການເປັນພາຄີ
ສາກົນ. ແນວຄິດກໍຄືວ່າ ເພື່ອເສີມຂະຫຍາຍ ອຳນາດຂອງແຕ່ລະລັດຖະບານ ໃນການ
ຄວບຄຸມອິນເຕີ​ແນັດ ແລະ ຫລຸດຜ່ອນບົດບາດຂອງພາກສ່ວນເອກກະຊົນ.

ພວກຜູ້ຊົມ ເຕົ້າໂຮມກັນ ຢູ່ທີ່ຮ້ານນ້ອຍຂອງບໍລິສັດ ເຄືອຂ່າຍ ສື່ສັງຄົມ ໃນລະຫວ່າງ ກອງປະຊຸມ ອິນເຕີແນັດ ໃນໂທລະສັບມືຖື ຂອງໂລກ ປີ 2016 ໃນນະຄອນຫຼວງປັກກິ່ງ, ວັນທີ 28 ເມສາ 2016.
ພວກຜູ້ຊົມ ເຕົ້າໂຮມກັນ ຢູ່ທີ່ຮ້ານນ້ອຍຂອງບໍລິສັດ ເຄືອຂ່າຍ ສື່ສັງຄົມ ໃນລະຫວ່າງ ກອງປະຊຸມ ອິນເຕີແນັດ ໃນໂທລະສັບມືຖື ຂອງໂລກ ປີ 2016 ໃນນະຄອນຫຼວງປັກກິ່ງ, ວັນທີ 28 ເມສາ 2016.

ທ່ານ Long Zhou ຜູ້ປະສານງານ ຂອງພະແນກຮັບຜິດຊອບດ້ານອິນເຕີ​ແນັດ ຂອງ
ກະຊວງການຕ່າງປະເທດ ຈີນ ໄດ້ກ່າວ ເມື່ອສັບປະດາແລ້ວນີ້ ໃນຂະນະທີ່ ກຳລັງເປີດ
ເຜີຍສຳເນົາເອກກະສານ ໃນຫົວຂໍ້ “International Strategy of Cooperation
on Cyberspace”
ອັນເປັນບົດລາຍງານ ສະບັບທຳອິດ ກ່ຽວກັບ ນະໂຍບາຍຂອງຈີນ
ຕໍ່ບັນຫານີ້ ວ່າ “ປະເທດທັງຫຼາຍໃນທົ່ວໂລກ ມີຄວາມເປັນຫ່ວງເປັນໃຍ ກ່ຽວກັບ
ການໂຈມຕີທາງໄຊເບີຫຼາຍຂຶ້ນ ໃນເລື່ອງນີ້ ອິນເຕີ​ແນັດ ບໍ່ຄວນເປັນພື້ນທີ່ ໂດຍບໍ່ມີ
ກົດໝາຍ.”

ບັນດານັກວິເຄາະ ເຫັນວ່າ ມັນເປັນແຜນການທີ່ຍິ່ງໃຫຍ່ ເພື່ອທີ່ຈະນຳໃຊ້ແນວຄິດຂອງ
ຈີນ ໃນການກວດກາສື່ມວນຊົນ ຂອງພາກສວນອັນກວ້າງໃຫຍ່ຂອງໂລກ. ຈີນ ໄດ້ຖືກ
ຕຳນິ ໂດຍບັນດາປະເທດທີ່ກຳລັງພັດທະນາ ໃນການຄວບຄຸມອິນເຕີ​ແນັດຢ່າງເຄັ່ງຄັດ
ແລະ ບໍ່ອະນະຍາດໃຫ້ເບິ່ງ Google Facebook Twitter ແລະ ເວັບໄຊຂ່າວສານຕ່າງໆ
ຂອງຕ່າງປະເທດ ຢູ່ໃນຈີນ.

ອົງການຕ່າງໆຈຸທຳ​ອິດ ທີ່ຈະຖືກຫ້າມ ຖ້າການປຸກລະດົມຂອງຈີນ ຫາກໄດ້ຮັບທ່າແຮງ
ກໍແມ່ນ ບໍລິສັດຕ່າງໆ ຂອງອາເມຣິກາ ທີ່ມີບົດບາດຄອບງຳ ໃນພື້ນທີ່ຂອງອິນເຕີ​ແນັດ ດັ່ງທີ່ບັນດານັກວິເຄາະໄດ້ກ່າວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG