ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ລົງນາມ ຂໍ້ຕົກລົງ ດ້ານເສດຖະກິດ ແລະ ການຄ້າ ຫຼາຍຊຸດ ກັບ ຢູໂຣບ


China Seals Economic, Trade Deals With Europe
please wait

No media source currently available

0:00 0:02:07 0:00

ຊົມວີດີໂອ ລາຍງານນີ້

ນາຍົກລັດຖະມົນຕີ ຈີນ ທ່ານ ຫຼີ ​ເກີ້​ຈຽງ ກຳລັງ​ມ້ວນທ້າຍ
ການ​ຢ້ຽມຢາມ ທະວີບຢູ​ໂຣບ ບ່ອນ​ທີ່​ທ່ານ ​ໄດ້​ລົງ​ນາມ​ ​ໃນ
ຂໍ້​ຕົກລົງ ດ້ານ​ເສດຖະກິດ ຫຼາຍຊຸດ ​ແລະ ຂໍ້​ຕົກລົງດ້ານ
​ການ​ຄ້າຕ່າງໆ​.

ບັນດາ​ປະ​ເທດ​ໃນ​ທະວີບຢູ​ໂຣບ ຈຳນວນ​ນຶ່ງ ​ໄດ້ລົງ​ຊື່ ​ເປັນ​
ສະມາຊິກ ຂອງທະນາຄານ​ລົງທຶນ​ດ້ານພື້ນຖານ​ໂຄງ​ລ່າງ
ເອ​ເຊຍ​ໃໝ່ ທີ່​ບາງຄົນ​ມອງ​ເຫັນ​ວ່າ ​ເປັນ​ຄູ່​ແຂ່ງ​ຂອງ
​ທະນະ​ຄານ​ໂລກ ທີ່ມີ​ສຳນັກງານ​ໃຫຍ່​ ຕັ້ງຢູ່​ໃນ​ສະຫະລັດນັ້ນ.
ຜູ້​ສື່​ຂ່າ​ວວີ​ໂອ​ເອ Henry Ridgwell ມີ​ລາຍ​ງານ​ຈາກ ນະຄອນ
ຫຼວງລອນດອນ ປະ​ເທດ​ອັງກິດ ຊຶ່ງໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາ
ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

​ເມື່ອ​ອາ​ທິດ​ແລ້ວ​ນີ້ ພົມສີ​ແດງ​ໄດ້​ຖືກ​ປູ​ລົງ​ ​ໃນ​ທົ່ວຫົວ​ເມືອງ​ຕ່າງໆ ຂອງ​ປະ​ເທດໃນ​ເຂດ​ທະວີບຢູ​ໂຣບ ​ເພື່ອ​ເປັນ​ການ​ຕ້ອນຮັບ​ການ​ຢ້ຽມຢາມ ຂອງ​ນາຍົກລັດຖະມົນຕີ ​ຈີນ ທ່ານ ຫຼີ ​ເກີ້​ຈຽງ. ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແມ່ນ​ເລື້ອງ​ນຶ່ງ​ທີ່​ມີ​ຄວາມ​ສຳຄັນ​ສູງ
ຢູ່​ໃນ​ລາຍການ​ກອງ​ປະຊຸມ ​ແຕ່​ເລື້ອງ​ຂອງ​ເສດຖະກິດ ​ແລະ ການ​ຄ້າ ​ໄດ້ຄອບ​ງຳ​ການຢ້ຽມ
ຢາມໃນຄັ້ງນີ້.

ທ່ານ ຫຼີ ເວົ້າວ່າ “​ພວກເຮົາ ຄວນຈະຂະຫຍາຍ ການລົງທຶນເຊິ່ງກັນແລະກັນ ແລະ
ແມ່ນກະທັງ ໃຫ້ມີການຮ່ວມມືກັນລົງທຶນ.”

ຈີນໄດ້ສ້າງພາຫະນະ ສຳຫລັບ ການຮ່ວມກັນລົງທຶນ ໃນດ້ານຂອງ ທະນາຄານ​ລົງທຶນ​
ດ້ານພື້ນຖານ​ໂຄງ​ລ່າງເອ​ເຊຍ​ ຫຼື AIIB ທີ່ມີ 50 ສະມາຊິກ ຜູ້ສ້າງຕັ້ງທະນາຄານນັ້ນ
ລວມທັງ ອັງກິດ ຝຣັ່ງ ແລະ ເຢຍຣະມັນ. ວໍຊິງຕັນ ໄດ້ຊຸກຍູ້​ໃຫ້ບັນດາພັນທະມິດ ຂອງ
ຕົນ ໃນເຂດທະວີບຢູໂຣບ ບໍ່ໃຫ້ລົງຊື່ເປັນສະມາຊິກກັບ​ທະນາຄານ​ດັ່ງກ່າວ.

ທະນາຄານ AIIB ມີ​ເ​ງິນທຶນຂັ້ນຕົ້ນຢູ່​ແລ້ວ ມູນຄ່າ 100 ຕື້ໂດລາ.

ທ່ານ Raffaello Pantucci ຈາກສະຖາບັນ ບໍລິການ Royal United ເວົ້າວ່າ “ນັ້ນ ​
ແມ່ນຈຳນວນພື້ນຖານໂຄງລ່າງ ຢ່າງຫລວງຫຼາຍ ທີ່​ຈະຕ້ອງໄດ້ພັດທະນາ ຢູ່
ເອເຊຍ ໃນພາກພື້ນນັ້ນຂອງໂລກ ທີ່ມີຄວາມຕ້ອງການຢ່າງແທ້ຈິງ. ສະນັ້ນ ໃນ
ຖານະ ຄະນະກຳມະການຂັ້ນ​ເລີ້ມ​ແລກ ​ໃນ​ການຊ່ວຍກຳນົດທິດທາງ ທີ່ຈະກ້າວ
ໄປ, ຂ້າພະເຈົ້າຈຶ່ງຄິດວ່າ ມັນເປັນເລື້ອງທີ່ສຳຄັນແທ້ໆ.”


ບັນດານັກວິເຄາະ ກ່າວວ່າ ຈີນເລັງເຫັນວ່າ ທະນະຄານ AIIB ເປັນແນວທາງການຕອບໂຕ້ ອັນທີ່ປັກກິ່ງ ມອງເຫັນວ່າ ເປັນໂລກທີ່ອ່ຽງໄປທາງຂ້າງດຽວ ທີ່​ໄດ້​ຖືກຄອບງຳມາໂດຍ
ສະຫະລັດ. ນັກວິເຄາະທ່ານໜຶ່ງ ໄດ້ສົນທະນາກັບວີໂອເອ ຜ່ານທາງ Skype.

ທ່ານນາງ Olivia Gippner ຈາກສະ​ຖາ​ບັນເສດຖະສາດ ລອນດອນ ເວົ້າວ່າ “ສະຫະລັດ ມີສິດອອກສຽງຍັບຍັ້ງ ຢູ່ໃນອົງການກອງທຶນສາກົນ ຫຼື IMF ທັງມີສິດລົງ​ຄະ​ແນນ​
ສຽງ ຍັບຍັ້ງ ຢູ່ໃນທະຄານໂລກເຊັ່ນກັນ. ການປະຕິຮູບໃນ IMF ຊຶ່ງໄດ້ຕົກລົງກັນ
ໃນປີ 2010 ຜ່ານມາ ໂດຍຄວາມເປັນຈິງແລ້ວ ບັນດາປະເທດທີ່ກຳລັງພັດທະນາ
ແມ່ນ ຄວນຈະໄດ້ຮັບສິດລະດັບສູງ ໃນການລົງຄະແນນສຽງ ​ແຕ່​ແລ້ວ ຊ້ຳຖືກ
ສະກັດກັ້ນ ໂດຍສະຫະລັດ.”

ທ່ານ Pantucci ກ່າວວ່າ ວໍຊິງຕັນ ໄດ້ກ່າວສະແດງຄວາມ​ເປັນ​ຫ່ວງ ທີ່ທະນາຄານ AIIB
ອາດຈະນຳໃຊ້ເງິນທຶນ ເພື່ອເປົ້າໝາຍ​ໃນທາງດ້ານຍຸດທະສາດ ແທນທີ່ຈະເປັນໄປ​ໃນທາງ
ດ້ານເສດຖະກິດ. ທ່ານ​ເວົ້າ​ຕື່ມ​ວ່າ ຫຼັກການທາງດ້ານການເງິນ ແມ່ນມັກຈະແຕກຕ່າງ​ໄປ​
ຈາກທະນາຄານໂລກ ຫຼື IMF.

ທ່ານ Pantucci ເວົ້າວ່າ “ໃນບາງບັນດາປະເທດ ຢູ່ໃນພາກພື້ນ ຂອງເອເຊຍກາງ
ຫຼື ເອເຊຍໃຕ້ ຊຶ່ງມີຄວາມຫຍຸ້ງຍາກ ໃນການຮັບມືກັບບາງສ່ວນຂອງຫຼັກການ
ທີ່ວາງໄວ້ ໂດຍທະນາຄານສາກົນຕ່າງໆ ຊຶ່ງທະນາຄານ AIIB ອາດສາມາດຊ່ວຍ
ເຫຼືອ ໃນບໍລິເວນດັ່ງກ່າວນັ້ນ ແທນໄດ້.”

ຈີນ ໄດ້ລົງນາມ ໃນຂໍ້ຕົກລົງດ້ານການຄ້າ ຫຼາຍໆຊຸດ ລວມທັງ ການນຳຊື້ ເຮືອບິນ
ໂດຍສານ Airbus ທີ່ຜະລິດໂດຍຢູໂຣບ ຈຳນວນ 45 ລຳ ໃນມູນຄ່າ 11 ຕື້ໂດລາ ແລະ
ການເປີດໂຮງງານ Airbus ຢູ່ໃນຈີນອີກດ້ວຍ.

ໃນຂະນະດຽວກັນ ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກໍໄດ້ລົງນາມ ​ໃນ​
ຮ່າງກົດໝາຍສະບັບໜຶ່ງ ເພື່ອເຮັດໃຫ້ເປັນກົດໝາຍ ທີ່ອະນຸມັດໃຫ້ທ່ານ​ເອງ ຕິດຕາມ​ໄດ້
ຢ່າງວ່ອງໄວ ກ່ຽວກັບການເຈລະຈາຂໍ້ຕົກລົງດ້ານການຄ້າຕ່າງໆ. ສະຫະລັດ ພວມ​ນຳພາ
ພາຄີຂ້າມມະຫາສະມຸດປາຊີຟິກ ຫຼື TTP ທີ່ລວມມີ 12 ປະເທດ ຊຶ່ງຈະເຮັດໃຫ້ກາຍເປັນ
ການຄ້າ ກວມ​ເອົາ​ມູນ​ຄ່າ 40 ເປີເຊັນຂອງໂລກນັ້ນ​. ສ່ວນຈີນແມ່ນບໍ່ມີສ່ວນຮ່ວມ ຢູ່ໃນຂໍ້
ຕົກລົງດັ່ງກ່າວ.

XS
SM
MD
LG