ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນເວົ້າວ່າ ໄວຣັສ H7N9 ອາດຕິດແປດ ຈາກມະນຸດ ສູ່ມະນຸດໄດ້


ນາງໝໍກໍາລັງເອົາເລືອດພວກຄົນເຈັບທີ່ໂຮງໝໍແຫ່ງນຶ່ງໃນຈີນດ້ວຍເຊື້ອໄວຣັສສາຍພັນໃໝ່H7N9 ໄຂ້ຫວັດນົກ ທີ່ໂຮງໝໍແຫ່ງນຶ່ງໃນຈີນ ໄປກວດ
ນາງໝໍກໍາລັງເອົາເລືອດພວກຄົນເຈັບທີ່ໂຮງໝໍແຫ່ງນຶ່ງໃນຈີນດ້ວຍເຊື້ອໄວຣັສສາຍພັນໃໝ່H7N9 ໄຂ້ຫວັດນົກ ທີ່ໂຮງໝໍແຫ່ງນຶ່ງໃນຈີນ ໄປກວດ
​ເຈົ້າໜ້າ​ທີ່​ສາທາ​ລະນະ​ສຸກ​ລະດັບ​ສູງ​ຄົນ​ນຶ່ງຂອງ​ຈີນ​ເວົ້າ​ວ່າ ມັນ​ເປັນ​ໄປ​ໄດ້ ທີ່​ເຊື້ອ​ໄຂ້ ຫວັດສັດ​ປີກ​ສາຍ​ພັນ​ໃໝ່​ ອາດ​ຕິດ​ແປດ​ລະຫວ່າງ​ມະນຸດໄດ້ ​ແຕ່​ກໍ​ເຕືອນ​ວ່າຍັງບໍ່​ມີ​ເຫດ ຜົນ​ໃດໆ​ທີ່​ຈະ​ຢ້ານ​ກົວ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວຣັສນີ້​ເທື່ອ.ທ່ານ Feng Zijian ຜູ້​ອໍານວຍ​ການ​ສູນ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະຍາດ​ຂອງ​ຈີນ ​ເວົ້າ​ວ່າ ການ​ຕິດ​ແປດ​ຈາກ​ມະນຸດ​ຫາ​ມະນຸດ ຂອງ​ເຊື້ອ​ໄວຣັສສາຍ​ພັນ​ໃໝ່ H7N9 ຂອງ​ໄຂ້ຫວັດ​ນົກນັ້ນອາດ​ ເປັນ​ໄປ​ໄດ້​ໃນ​ທາງ​ທິດ​ສະ​ດີ ​ແຕ່​ກໍ​ເກີດ​ຂຶ້ນ​ເປັນ​ບາງ​ຄັ້ງ​ບາງ​ຄາວ​ເທົ່າ​ນັ້ນ.

ຈີນ​ໄດ້​ລາຍ​ງານ​ວ່າ ​ມີ​ຜູ້​ເສຍ​ຊີວິດ 17 ຄົນ​ແລ້ວ ນັບ​ຕັ້ງ​ແຕ່​ມີ​ລາຍ​ງານ​ການພົບ​ເຫັນ ເຊື້ອ​ ໄວຣັສດັ່ງກ່າວ​ໃນ​ມະນຸດ​ເປັນ​ເທື່ອ​ທໍາ​ອິດ​ເມື່ອ​ເດືອນ​ຜ່ານ​ມາ. ລວມ​ທັງ​ໝົດ​ແລ້ວ ມີ 82 ຄົນ​ ໄດ້​ຕິດ​ເຊື້ອ​ນີ້ ຊຶ່ງ​ສ່ວນຫຼາຍ​ແມ່ນ ພວກ​ທີ່ຢູ່ໃກ້​ເມືອງຊຽງ​ໄຮ້.

​ກ່ອນ​ໜ້າ​ນີ້ ມີ​ການເຊື່ອກັນ​ວ່າ​ ເຊື້ອ​ໄວຣັສດັ່ງກ່າວຕິດ​ແປດ​ຈາກ​ນົກ​ໄປສູ່​ມະນຸດ​ເທົ່າ​ນັ້ນ ​ແລະ​ມີ​ການ​ຈໍາກັດ​ຢ່າງ​ໃຫຍ່ຫຼວງຕໍ່​ຄວາມ​ສາມາດ​ທີ່​ໃນ​ການ​ແຜ່​ລາມຂອງ​ມັນ. ​ແຕ່​ເຈົ້າໜ້າ​ທີ່​ຈີນ​ເວົ້າ​ວ່າ 40 ​ເປີ​ເຊັນ​ຂອງ​ພວກ​ທີ່​ຕິດ​ເຊື້ອ​ ປາກົດ​ວ່າ​ບໍ່ເຄີຍ​ໄດ້​ສໍາຜັດ​ກັບ​ເປັດ​ໄກ່ມາ​ກ່ອນ​ເລີ​ຍ.

ອົງການ​ອະນາ​ໄມ​ໂລກ​ໄດ້ຢືນຢັນຜົນ​ການ​ຄົ້ນ​ພົບ​ດັ່ງກ່າວ ​ແຕ່​ກໍ​ເຕືອນ​ວ່າ ຍັງ​ບໍ່​ມີຫຼັກ ຖານ​ໜັກ​ແໜ້ນ ທີ່ສະ​ໜັນ​ສະ​ໜຸນ ການ​ຕິດ​ແປດ​ຈາກ​ມະນຸດ​ສູ່​ມະນຸດ ນັ້ນ​ເທື່ອ.
XS
SM
MD
LG