ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ເລິ່ມໃຊ້ລະບົບ ບອກທີ່ຕັ້ງ ຫລືຈີພິແອັສຂອງຕົນ


ຈີນປະຕິບັດການ ທົດລອງດາວທຽມ Beidou ຫລືກະບວຍໃຫຍ່ຂອງຕົນ
ຈີນປະຕິບັດການ ທົດລອງດາວທຽມ Beidou ຫລືກະບວຍໃຫຍ່ຂອງຕົນ

ຈີນ​ໄດ້​ເລິ່ມປະ​ຕິ​ບັດ​ການທົດ​ລອງ​ດາວທຽມ Beidou ທີ່​ຄວບ​ຄຸມລະບົບ ການ​ເດີນທາງ
ຂອງ​ຕົນຫລາຍໆ​ບັ້ນ ​ໂດຍໄດ້​ເອົາ​ບາດ​ກ້າວ​ອອກ​ໄປ​ອີກ​ບາດກ້າວ​ນຶ່ງ​ເພື່ອ​ຍຸຕິ​ການເພິ່ງ
ພາດາວ​ທຽມ​ຂອງ​ສະຫະລັດ​ສໍາລັບ​ການ​ບໍລິການ​ດ້ານ​ການ​ເດີນທາງແລະບອກ​ທີ່​ຕັ້ງ​ນັ້ນ.

ທ່ານ Ran Chengqi ຜູ້​ອໍານວຍ​ການ​ບໍລິຫານຄຸ້ມ​ຄອງ​ດາວ​ທຽມ​ລະບົບ​ການ​ເດີນທາງ
ຂອງ​ຈີນບອກ​ພວກ​ນັກ​ຂ່າວເມື່ອ​ວັນ​ອັງຄານ​ວານ​ນີ້​ວ່າດາວທຽມ Beidou ຫລື​ກະບວຍ
ໃຫຍ່ ມີ​ພາລະກິດຈະ​ກວມ​ເອົາ​ພາກສ່ວນ​ສ່ວນ ​ໃຫຍ່​ຂອງ​ຂົງ​ເຂດ​ເອ​ເຊຍ​ປາຊິ​ຟິກ​ໃຫ້​ໄດ້​ໃນ
ປີໜ້າ​ນີີ້ ​ແລະ​ໃນ​ທົ່ວ​ໂລກ​ພາຍ ​ໃນ​ປີ 2020.

ທ່ານ Ran Chengqi ກ່າວ​ຕໍ່​ໄປ​ວ່າ ການ​ປະຕິບັດ​ການ​ທົດ​ລອງ​ດັ່ງກ່າວ​ນີ້ເປັນ​ຂີດ​ໝາຍ
ການ​ຫັນ​ປ່ຽນ​ຈາກໄລຍະ​ກໍ່ສ້າງ​ໄປ​ສູ່ການ​ນໍາ​ໃຊ້ຂອງ​ລະບົບ.

ຈີນ​ໄດ້​ປ່ອຍ​ດາວ​ທຽມ​ 10 ໜ່ວຍ​ເພື່ອເປັນ​ຖານ​ສະໜັບສະໜຸນ​ດາວທຽມ Beidou ​ແລະ
ຄາດ​ວ່າ​ຈະ​ປ່ອຍ​ຂຶ້ນ​ໄປ​ອີກ 6 ດວງ​ໃນ​ປີ 2012. ສື່​ມວນ​ຊົນ​ຂອງທາງ​ການ​ຈີນ​ເວົ້າວ່າ ​ໃນ
ທີ່​ສຸດ​ແລ້ວ​ລະບົບ​ດັ່ງກ່າວ​ຈະ​ປະກອບ ດ້ວຍດາວ​ທຽມຢ່າງ​ໜ້ອຍ 30 ດວງ ຊຶ່ງຈະ​ມີ​ການ​
ນຳ​ໃຊ້​ໃນ​ພາກສ່ວນ​ ຕ່າງໆ ​ໂຮມ​ທັງການ​ປະມົງ ການ​ພະຍາກອນ​ອາກາດ ​ແລະ​ໂທະ
ຄົມມະ ນາ​ຄົມ ​ເປັນ​ຕົ້ນ.

XS
SM
MD
LG