ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Jiang Jiemin ​ຖືກປົດ ອອກຈາກຕໍາແໜ່ງ ຫລັງຈາກຖືກສອບສວນ


ທ່ານ Jiang ຫົວໜ້າ ຄະນະກໍາມາ​ທິການ ດູ​ແລແລະບໍລິຫານ
ຊັບສິນຂອງ​ລັດ​
ທ່ານ Jiang ຫົວໜ້າ ຄະນະກໍາມາ​ທິການ ດູ​ແລແລະບໍລິຫານ ຊັບສິນຂອງ​ລັດ​
ສື່ທາງ​ການ​ຂອງ​ຈີນ ລາຍ​ງານວ່າ ​ພັກຄອມ​ມິວນີສ​ໄດ້​ໄລ່
​ຫົວ​ໜ້າ​ຄະນະ​ກໍາມາ​ທິການ​ທີ່​ຄວບ​ຄຸມ​ບໍລິສັດ​ຕ່າງໆຂອງ
ລັດຖະບານນັ້ນອອກ ພຽງ​ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກ​ທີ່​ໄດ້​ປະກາດ
ຂ່າວ​ວ່າ ຜູ້ກ່ຽວ​ກໍາລັງ​ຖືກສືບສວນ ໃນ​ຄະດີ​ສໍ້ລາດບັງຫຼວງ.

ອົງການ​ຂ່າວຊິນ​ຫົວ ​ກ່າວ​ໃນວັນ​ອັງຄານ​ມື້​ນີ້​ວ່າທ່ານ Jiang
Jiemin ​ໄດ້​ຖືກ​ປົດ​ອອກຈາກ​ຕໍາ​ແໜ່​ງຫົວໜ້າຄະນະກໍາມາ
​ທິການດູ​ແລແລະບໍລິຫານຊັບສິນຂອງ​ລັດ​ແລ້ວຍ້ອນຖືກ​ສົງ
​ໄສວ່າ​ໄດ້ກະທໍາ“ການລະ​ເມີດລະບຽບວິ​ໄນ​ຢ່າງຮ້າ​ຍ​ແຮງ.”
ຢູ່​ໃນ​ຈີນ ຂໍ້​ກ່າວ​ຫາ​ດັ່ງກ່າວໝາຍ​ເຖິງ​ ການສໍ້ລາດບັງຫຼວງ.

​ໃນ​ວັນ​ອາທິດ​ແລ້ວ​ນີ້ ຂ່າວຊິນຫົວ​ເວົ້າວ່າ ທ່ານ Jiang ກໍາລັງ​ຖືກສືບສວນສອບສວນ
ກ່ຽວ​ກັບ​ຄະດີ​ທີ່​ເຊື່ອມ​ໂຍງ​ໄປ​ເຖິງບໍລິສັດ​ ນໍ້າມັນທີ່​ໃຫຍ່ທີ່​ສຸດຂອງ​ຈີນ ກໍ​ຄື​ບໍລິສັດ​ນໍ້າມັນ
ແຫ່ງ​ຊາດຈີນ ​ທີ່​ ທ່ານ Jiang ​ໄວ 57 ປີ​ ເຄີຍ​ດໍາລົງ​ຕໍາ​ແໜ່​ງເປັນ​ປະທານ​ມາກ່ອນໜ້າ​ນີ້.

ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ໄດ້​ປະຕິຍານ​ທີ່​ຈະ​ເອົາບາດກ້າວ​ຢ່າ​ງ​ແຂງ​ຂັນ
ຕໍ່​ຕ້ານ​ ​ການສໍ້ລາດບັງຫຼວງ ທີ່​ມີ​ຢ່າງ​ແຜ່​ຫລາຍ​ຢູ່​ໃນ​ແວດ​ວົງພັກຄອມ​ມິວນີສນັ້ນ. ມາ
​ຮອດ​ປະຈຸ​ບັນ​ນີ້ ​ ການ​ກວາດ​ລ້າງ​ການ​ສໍ້ລາດບັງຫຼວງຂອງ​ທ່ານ ທີ່​ໄດ້​ມີ​ການ​ໂຄສະນາ
​ເຜີຍ​ແຜ່​ຢ່າງ​ໃຫຍ່​ນັ້ນ ​ແມ່ນ​ໄດ້​ກະທົບ​ແຕ່​ພວກ​ເຈົ້າ​ໜ້າ​ທີ່​ລະດັບລຸ່ມເທົ່າ​ນັ້ນ.

​ແຕ່ກໍ​ມີ​ຮ່ອງຮອຍ​ວ່າ ພັກຄອມ​ມິວນີສອາດ​ກໍ​າລັງ​ແນ​ເປົ້າ​ໃສ່ບາງ​ຄົນ​ໃນ​ຖັ້ນ​ແຖວເຈົ້າ
​ໜ້າ​ທີ່​ລະດັບອາວຸ​ໂສ ພາຍ​ໃນ​ພັກ. ​ໃນ​ອາທິດ​ທີ່​ແລ້ວ​ນີ້ ມີ​ລາຍ​ງານ​ຫຼາຍ​ໆສະບັບ
​ກ່າວ​ວ່າກຸງ​ປັກ​ກິ່ງ​ໄດ້​ເປີດການ​ສືບສວນ ​ໃນ​ຂໍ້​ຫາສໍ້ລາດບັງຫຼວງ ຕໍ່ນັກ​ການ​ເມືອງ​ທີ່​
ກະສຽນ​ແລ້ວ ທ່ານ Zhou Yongkang ​ທີ່​ໄດ້ເປັນຜູ້ນຶ່ງ​ໃນ​ບັນດາຜູ້​ນໍາລະດັບ​ສູງຂອງ
ປະ​ເທດ ຈົນ​ຮອດ​ປີ​ກາຍ​ນີ້.
XS
SM
MD
LG