ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ຣັດເຊຍ ຊາອຸດີ ອາຣາເບຍ ໄດ້ເຂົ້າໄປນັ່ງ ໃນສະພາ ສິດທິມະນຸດ


ຮູບພາບການເປີດກອງປະຊຸມ ສະພາສິດທິມະນຸດ ສະຫະປະຊາຊາດ ສະໄໝທີ 22 ຢູ່ນະຄອນເຈນີວາ
ຮູບພາບການເປີດກອງປະຊຸມ ສະພາສິດທິມະນຸດ ສະຫະປະຊາຊາດ ສະໄໝທີ 22 ຢູ່ນະຄອນເຈນີວາ
ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ​ໄດ້​ລົງ​ຄະ​ແນ​ນ
ສຽງ​ ໃນ​ວັນອັງ ຄານ​ວານ​ນີ້ ​ເພື່ອ​ຮັບຮອງ​ເອົາສະມາຊິກ​ໃໝ່
14 ປະ​ເທດ ຂອງ​ສະພາ​ສິດທິ​ມະ ນຸດ ທີ່​ບ່ອນ​ນັ່ງ​ທັງ​ໝົດ 47
ບ່ອນ​. ການ​ລົງ​ຄະ​ແນນ​ສຽງ​ດັ່ງກ່າວໄດ້​ເຮັດ​ໃຫ້ບັນ ດາ​ກຸ່ມ​ປົກ
​ປ້ອງ​ສິດທິ​ມະນຸດຜິດ​ຫວັງທີ່​ໄດ້ອອກ​ມາ​ກ່າວຄັດຄ້ານການ​
ສະໝັກ​ຂອງ ບັນດາ​ປະ​ເທດ ​ທີ່ເປັນ​ບັນຫາ​ໂຕ້​ແຍ້​ງນັ້ນ.

ນອກ​ນັ້ນ​ແລ້ວ ກໍ​ຍັງ​ມີ​ບັນດາ​ປະ​ເທດ​ທີ່​ຖືກ​ເລືອກ​ໃຫ້​ເຂົ້າ​ໄປ​
ນັ່ງ​ຢູ່​ໃນ​ສະພາ​ດັ່ງ ກ່າວ​ເປັນ​ເວລາ 3 ປີ ປະກອບ​ດ້ວຍ ອານ​
ຈີ​ເຣຍ ອັງກິດ ຝຣັ່ງ ມາລດິບ ມາ​ເຊ​ໂດ​ເນຍ ​ເມັກ​ຊິ​ໂກ ​ໂມ
ຣົກ​ໂກ ນາມ​ມີ​ເບຍ ອາ​ຟຣິກາໃຕ້ ​ແລະ​ຫວຽດນາມ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ທີ່​ມີ​ຫ້ອງການ​ຢູ່ນະຄອນ​ນິວຢອກ ກ່າວ​ວ່າ ການ​ສະໝັກ​ຂອງ​ບັນດາ​ປະ​ເທດ ​ເຊັນ​ ຈີນ ຣັດ​ເຊຍ ຊາ​ອຸ​ດີ​ ອາ​ຣາ​ເບຍ ຫວຽດນາມ ​ແລະອາລຈີ​ເຣຍ ຊຶ່ງມີ​ປະຫວັດ​ສິດທິ​ມະນຸດ​ທີ່​ຂີ້​ຮ້າຍຢູ່​ແລ້ວ​ພາຍໃນປະ​ເທດ ​ແມ່ນ​ກີດ​ກັ້ນບໍ່​ໃຫ້​ເຂົາ​ເຈົ້າ ​ເປັນ​ສະ​ມາ​ຊິກທີ່ມີ​ປະ​ໂຫຍດຢູ່ໃນ​ສະພາດັ່ງກ່າວ.

ສ່ວນ​ກຸ່ມ​ສິ້ງຊອມ​ UN Watch ທີ່​ມີ​ຫ້ອງການ​ຢູ່ນະຄອນ​ເຈ​ນີວາທີ່ຕິດຕາມ​ເບິ່ງການປະຕິ
ບັດ​ງານ​ຕ່າງໆ​ໂດຍ​ທົ່ວ​ໄປ​ຂອງສະຫະ​ປະຊາ​ຊາດ ກ່າວ​ວ່າ ການ​ອະ ນຸຍາ​ດ​ໃຫ້​ບັນດາ​ປະ
​ເທດເຫຼົ່ານີ້ ​ເຂົ້າ​ຮ່ວມ​ຢູ່ໃນສະພາ​ສິດທິ​ມະນຸດກໍ​ເທົ່າ​ກັນກັບ ຕັ້ງ​ໃຫ້ "ຜູ້​ເປັນ​ໂຣກມັກລອບ​
ວາງ​ເພີງ ໃຫ້​ເປັນ​ຫົວ​ໜ້າ​ໜ່ວຍ​ດັບເພີີງ.” ນອກ​ນັ້ນ​ຍັງມີ​ຮວມ​ທັງຄິວ​ບາ ທີ່ຮວມຢູ່ໃນ​
ບັນດາ​ຜູ້​ສະໝັກ ທີ່​ຖືກ​ຄັດຄ້ານ.

ສິ່ງ​ນຶ່ງ​ທີ່​ໄດ້​ຮັບ​ການ​ຕິຕຽນຫລາຍທີ່​ສຸດໃນ​ບັນດາ​ຜູ້​ສະ​ໝັກ​ເຫລົ່າ​ນີ້​ກໍ​ຄື ​ເຂົາ​ເຈົ້າ​ພາກັນ
ກໍາຈັດ​ຮັດ​ແຄບ​ຕໍ່ພວກ​ບໍ່​ເຫັນ​ດີ​ເຫັນພ້ອມ​ນຳທາງ​ດ້ານ​ການ​ເມືອງ. ການ​ຕິຕຽນ​ອີກ​ຢ່າງ
​ນຶ່ງ​ແມ່ນ​ຮວມທັງກົດໝາຍຈັດ​ຕັ້ງ​ແຮງ​ງາ​ນ ການ​ບໍ່​ເຫັນ​ດີຕໍ່​ການ ປະຕິບັດ​າຂອງ​ກຳລັງ​ຮັກ
ສາ​ຄວາມ​ປອດ​ໄພ ​ແລະ​ການສືບ​ຕໍ່​ຜູກຂາດ​ອໍານາດໂດຍກຸ່ມ​ການ​ເມືອງພຽງ​ກຸ່ມ​ດຽວ.
XS
SM
MD
LG