ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຣັດເຊຍ ລົງນາມ ໃນຂໍ້ຕົກລົງ ຊື້​ຂາຍແກັສ ​ມູນ​ຄ່າ 400 ພັນ​ລ້ານ ໂດ​ລາ (ວີດີໂອ)


China, Russia Sign 30-Year Gas Deal, Broaden Cooperation
please wait

No media source currently available

0:00 0:02:22 0:00
ຈີນ ​ແລະຣັດ​ເຊຍ ປະກາດ​ການ​ຕົກລົງ ທາງດ້ານພະລັງງານ
​ຄັ້ງ​ສຳຄັນ ​ເມື່ອໄວໆມານີ້ ​ເພື່ອ​ສະໜອງແກັສທຳມະຊາດໃຫ້
ແກ່ຈີນ ຊຶ່ງເປັນ​ປະ​ເທດ ທີ່ມີ​ເສດຖະກິດ ໃຫຍ່​ອັນດັບ​ສອງ​ຂອ​ງ
​ໂລກ ​ເປັນເວລາ​ 30 ປີ. ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ການ​ຕົກລົງ
ທີ່ມີມູນຄ່າ 400 ພັນ​ລ້ານ​ໂດ​ລາ ​ມີ​ຂຶ້ນໃນເວລາອັນເໝາະ​ສົມ​
ສຳລັບປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin. ແຕ່​ດັ່ງ
ທີ່ Mil Arcega ລາຍ​ງານມາກໍແມ່ນ​ວ່າ ມັນຍັງມີຄວາມສ່ຽງນຳ
ດ້ວຍ. ກິ່ງ​ສະຫວັນຈະ​ ນຳ​ເລຶ່ອງນີ້ ​ມາສະ​ເໜີ​ທ່ານ.

ມັນບໍ່ແມ່ນຄວາມລັບອີກແລ້ວທີ່ວ່າ ການລົງໂທດຂອງປະເທດ
ຕາເວັນຕົກ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ເສດຖະກິດຂອງຣັດ
ເຊຍຊຶ່ງນີ້ອາດຈະເປັນເຫດຜົນອັນນຶ່ງທີ່ວ່າເປັນຫຍັງການຕົກລົງທີ່​ເປັນ​ຂີດ​ ລະຫວ່າງ ຣັດ​ເຊຍ ​ແລະ​ຈີນ ​ໃນຄັ້ງນີ້ ຈຶ່ງເປັນ​ເລື່ອງ​ໃຫຍ່​ ສຳລັບປະທານາທິບໍດີ ຣັດ​ເຊຍ ທ່ານ Vladimir Putin.

ປະທາ​ນາທີ​ບໍດີຣັດ​ເຊຍ ທ່ານ Vladimir Putin ກ່າວ​ວ່າ “ນີ້​ຈະ​ເປັນ​ໂຄງການ ​ກໍ່​ສ້າງໃຫຍ່ທີ່​ສຸດ​ໃນ​ໂລກ ​ໃນ​ລະຍະ​ສີ່​ປີ​ຂ້າງ​ໜ້າ ​ໂດຍ​ທີ່​ບໍ່​ມີ​ການເວົ້າ​ໂຍກ ແຕ່ປະການໃດ" ໂຄງການ ຊຶ່ງຈະສ້າງທໍ່​ສົ່ງແກັສຂະໜາດໃຫຍ່ ເຊື່ອມຕໍ່ບໍ່​ແກັສໃນໄຊ​ບີ​ເຣຍ ໄປ​ຫາ​ສູ​່ນກາງ​ທີ່​ສຳຄັນ​ໆໃນປະ​ເທດ​ຈີນ ​ແມ່ນຢູ່ໃນຂັ້ນຕອນຂອງການພັດທະນານາ ມາໄດ້ 10ປີ. ​ແຕ່ທ່ານ Jeffrey Mankoff ຮອງ​ຜູ້ອຳນວຍການກ່ຽວກັບໂຄ​ງການຣັດ​ເຊຍ ​ແລະເອີຣາ​ເຊຍ ທີ່​ສູນ​ກາງ​ຍຸດ​ທະ​ສາດ​ແລະ​ການ​ສຶກສາ​ນາໆ​ຊາດກ່າວວ່າ ການ​ຂົ່ມຂູ່ທີ່ຈະລົງ​ໂທດ​ເພີ້ມ​ຕື່ມນັ້ນ ​ອາດ​ເລັ່ງໃຫ້ມົສກູດຳເນີນການໄວ ຂຶ້ນ.

ທ່ານ Jeffrey Mankoff ກ່າວ​ວ່າ “ການ​ລົງ​ໂທດ ​ແລະ​ໂອກາດທີ່ຈະມີຄວາມສໍ​າພັນ
ຫຍຸ້ງຍາກເພີ້ມຂຶ້ນ ລະຫວ່າງຣັດ​ເຊຍແລະປະເທດ​ຕາ​ເວັນ​ຕົກ​ນັ້ນ ຂ້າພະ​ເຈົ້າ​ຄິດວ່າ
​ເຮັດ​ໃຫ້​ມົສກູ ມີ​ຄວາມ​ຮູ້​ສຶກອັນຮີບ​ດ່ວນ​ ໃນການຕົກລົງກັນກ່ຽວກັບ ເລື່ອງນີ້ ໃນທີ່ສຸດ
ນັ້ນ.”


​ໃນ​ຄວາມຟ້າວຟັ່ງເພື່ອຢາກໃຫ້ບັນລຸການຕົກລົງກັນນັ້ນ ທ່ານ Mankoff ກ່າວ​ວ່າ ຣັດ​
ເຊຍໄດ້ທຳ​ການເຈລະຈາຕໍ່ລອງ ຈາກທ່າທີທີ່ອ່ອນ​ແອກວ່າ. ອັນ​ນຶ່ງ​ນັ້ນ ທີ່ເຮັດ​ໃຫ້ຈີນ​
ໄດ້​ປຽບ ກໍຄື​ການຕັ້ງລາຄາ ​ແລະເງື່ອນໄຂຕ່າງໆຂອງ​ຂໍ້​ຕົກລົງ​ພະ ລັງງານຂະໜາດໃຫຍ່
ນີ້. ແຕ່​ຫລາຍຄົນ​ເຫັນ​ວ່າ ຂໍ້ຕົກລົງເປັນເວລາ 30 ປີດັ່ງ ກ່າວ​ເປັນ​ການ​ໄດ້ຮັບໄຊຊະນະ
​ຂອງທັງ​ສອງ​ກຳ້ ​ສອງ​ຝ່າຍ. ສຳລັບ​ຈີນ​ແລ້ວ ​ຊຶ່ງ ເປັນ​ຜູ້​ບໍລິ​ໂພ​ກພະລັງງານ ຫຼາຍທີ່​ສຸດ
​ຂອງ​ໂລກ ​ສະ​ແດງ​ໃຫ້​ເຫັນ​ວ່າ ມັນເປັນ ການ​ສະໜອງແກັສທຳ​ມະ​ຊາດຊຶ່ງເປັນພະລັງ
ງານ​ທີ່​ສະອາດຢ່າງສະໝ່ຳສະເໝີ. ​ແລະ​ສຳ​ລັບຣັດ​ເຊຍ ແມ່ນເປັນການບຸກເບີກຂະໜາດ
ໃຫຍ່ ໄປສູ່ເສັ້ນທາງຂອງ ຕະຫລາດເອເຊຍທີ່ພວມເຕີບໃຫຍ່ຂະຫຍາຍໂຕຢ່າງ​ວ່ອງ​ໄວ
ນັ້ນ. ​ແຕ່​ການເປັນ ພັນທະ​ມິດ​ດັ່ງກ່າວ ບໍ່ໄດ້ເຮັດ​ຫຍັງ​ໝົດ ​ເພື່ອ​ປັບ​ປຸງທ່າທີຂອງ​ມົສກູ ຢູ່
​ໃນ​ໂລກ.

ທ່ານ Jeffrey Mankoff ກ່າວ​ວ່າ “​ແລະເພາະສະ​ນັ້ນ ບັນຫາກໍມີຢູ່ວ່າ​ ຈີນ​ມີ​ຄວາມ
ຫຍຸ້ງຍາກດ້ານ​ສຳພັນກັບ​ບັນດາປະ​ເທດ​ເພື່ອນ​ບ້ານເອ​ເຊຍ ກັບ​ຍີ່ປຸ່ນ ຫວຽດນາມ ​ແລະ​
ກັບ​ບັນດາ​ປະ​ເທດເອ​ເຊຍ ອາຄະ​ເນ​ອຶ່ນໆ. ​ແລະຣັດ​ເຊຍ ກໍ ພວມຊອກຫາຊ່ອງທາງທີ່
ຈະ​ເພີ້​ມຄວາມສຳ​ກັບ​ເຂົາ​ເຈົ້າ​ເຊັ່ນ​ກັນ​ດັ່ງນັ້ນໃນ​ຄວາມ ຮູ້ສຶກ​ອີກ​ຢ່າງ​ນຶ່ງ​ແລ້ວ ​ໃນ​ການ​
ຫັນໄປສູ່​ເອ​ເຊຍນັ້ນ ​ຣັດ​ເຊຍ​ ແມ່ນກຳລັງເຂົ້າໄປ​ພົວພັນກັບບັນຫາໂຕ້​ຖຽງກັນ​ທີ່ມີ​ຢູ່
ແລ້ວ.

​ເຖິງ​ຢ່າງ​ໃດ​ກໍ​ດີ ການ​ຕົກລົງນີ້ໄດ້ເຮັດ​ໃຫ້ເສດຖະກິດມົສກູມີບ່ອນເພິ່ງພາ ​ແລະ​ມີຄວາມ
ສຳພັນທີ່ເຂັ້ມແຂງຂຶ້ນ ກັບປະເທດທີ່ມີເສດຖະກິດ​ໃຫຍ່ຂອງ​ໂລກ. ​ໂຄ ສົກ​ກະຊວງ​ການ
ຕ່າງປະ​ເທດສະຫະລັດ ທ່ານ​ນາງ Jen Psaki ບໍ່ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ຕົກລົງນີ້ ​ແລະ
​ກ່າວ​ວ່າ ການ​ຕົກລົງ​ຈະ​ບໍ່​ມີ​ຜົນ​ສະທ້ອນແນວໃດ​ຕໍ່ນະ​ໂຍບາຍຂອງສະຫະລັດ.

ທ່ານ​ນາງ Jen Psaki ກ່າວ​ວ່າ “ພະລັງງານ​ແມ່ນ​ຕະຫລາດ​ໂລກ. ມີ​ຂໍ້ຕົກລົງໃໝ່ເຊັນ
ກັນຢູ່ເລື້ອຍໆ ​ໂດຍ​ສະ​ເພາະ​ກັບບັນດາ​ຜູ້​ບໍລິ​ໂພ​ ແລະ​ບັນດາ​ຜູ້​ຜະ​ລິດທີ່ ສຳຄັນໆ​ຄືຈີນ
ແລະຣັດ​ເຊຍ. ​ເພາະສະ​ນັ້ນພວກ​ເຮົາ​ຈະສືບຕໍ່​ດຳ​ເນີນ​ຍຸດ​ທະ​ສາດ ຂອງເຮົາ ທີ່​ພົວພັນ​ກັບ​ການ​ກົດ​ດັນຕໍ່ຣັດເຊຍ.”


ມັນອາດຈະສະ​ລັບຊັບຊ້ອນໜ້ອຍ​ນຶ່ງ​ ຕໍ່ຢູ​ໂຣບ ທີ່​ໄດ້​ຮັບ​ແກັສສ່ວນຫລາຍ​ຈາກ ຣັດ​ເຊຍ.
​ເຖິງ​ແມ່ນ​ວ່າ ຊາວ​ຢູ​ໂຣບ ສາມາດຊອກ​ຫາແຫ​ລ່ງພະລັງານ​ອຶ່ນ​ໄດ້ ແຕ່ຫລາຍ​ຄົນຢ້ານ
​ວ່າ ການ​ຕົກລົງ​ກັບ​ຈີນນີ້ ອາດ​ເຮັດ​ໃຫ້​ຣັດ​ເຊຍ ມີການຜ່ອນ ສັ້ນຜ່ອນຍາວກ່ຽວກັບ​ວິ​ກິດ​
ການ​ໃນ​ຢູ​ເຄຣນ ເປັນໄປໄດ້ຍາກ.
Russia and China Ink $400 Billion Energy Deal
please wait

No media source currently available

0:00 0:02:29 0:00
XS
SM
MD
LG