ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດ​ເຊຍແລະຈີ​ນລົງ​ນາມ ​ໃນ​ສັນຍາຮ່ວມ​ມື​ຫຼາຍດ້ານ


ຜູ້ນໍາ​ຂອງ​​ຣັດ​ເຊຍແລະຈີ​ນ​ໄດ້​ປະກອບສ່ວນໃນ​ພິທີ​​ໄຂພາກ​ສ່ວນຂອງ​ຈີນ ຂອງທໍ່ລໍາລຽງນໍ້າມັນອັນ​ທໍາອິດ ລະຫວ່າງປະ​ເທດທັງ​ສອງ.
ຜູ້ນໍາ​ຂອງ​​ຣັດ​ເຊຍແລະຈີ​ນ​ໄດ້​ປະກອບສ່ວນໃນ​ພິທີ​​ໄຂພາກ​ສ່ວນຂອງ​ຈີນ ຂອງທໍ່ລໍາລຽງນໍ້າມັນອັນ​ທໍາອິດ ລະຫວ່າງປະ​ເທດທັງ​ສອງ.

ຜູ້ນໍາ​ຂອງຣັດ​ເຊຍແລະຈີ​ນ​ໄດ້​ປະກອບສ່ວນ ໃນ​ພິທີ​ຂີດ​ ໝາຍການ​ໄຂພາກ​ສ່ວນຂອງ​ຈີນ ຂອງທໍ່ລໍາລຽງນໍ້າມັນອັນ​ ທໍາອິດລະຫວ່າງປະ​ເທດທັງ​ສອງ.

ໃນ​ວັນ​ຈັນ​ມື້​ນີ້ ປະທານາທິບໍດີຣັດ​ເຊຍ ທ່ານ Dmitry
Medvedev ​ແລະປະທານ​ປະ​ເທດ​ຈີນ ທ່ານ Hu Jintao
ໄດ້​ເຂົ້າ​ຮ່ວມ​ໃນພິທີ​ທີ່​ນະຄອນ​ຫລວງປັກ​ກິ່ງ ເປີດ​ພາກສ່ວນ
ຢູ່​ໃນ​ຈີນຂອງ​ທໍ່​ນ້ຳມັນ Siberia ຕາ​ເວັນ​ອອກ​-Pacific
ຂອງຣັດ​ເຊຍ ຊຶ່ງມີ​ກໍານົດຈະ​ເປີດ​ໃຊ້​ໂດຍ​ເຕັມ ໃນເດືອນ​ ພະຈິກ​ຈະ​ມາ​ເຖິງ​ນີ້.

ນອກ​ນີ້ ຜູ້ນຳທັງສອງ​ຍັງ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ທີ່​ຈະ​ຮ່ວມ​ກັນ​ຕໍ່ສູ້​ກັບ​ລັດທິ​ແບ່ງ​ແຍກ​ດິນ​ແດນ ແລະ​ລັດທິ​ໃຊ້​ຄວາມ​ຮຸນ​ແຮງ​ ແລະ​ລົງ​ນາມ​ໃນ​ສັນຍາຮ່ວມ​ມື​ກັນໃນ​ດ້ານ​ພະ​ລັງ​ງານ, ການຄ້າສອງ​ຝ່າຍ ແລະ​ການ​ລົງທຶນ​ນຳ​ອີກ.

ຮອງນາຍົກລັດຖະມົນຕີຣັດ​ເຊຍ ທ່ານ Igor Sechin ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ທ່ານຄາດ
ໝາຍ​ວ່າ​ ປະ​ເທດ​ທັງ​ສອງ​ຈະໄດ້​ຕົກລົງກັນ​ໄດ້ ​ພາຍ​ໃນ​ປີໜ້າກ່ຽວ​ກັບເງື່ອນ​ໄຂ​ໃນ​ຂໍ້​ຕົກລົງ ສົ່ງແກ໊ສທໍາ​ມະ​ຊາດຈາກຣັດ​ເຊຍ​ສູ່​ຈີນ ຊຶ່ງທ່ານ Sechin ​ເວົ້າ​ວ່າແຜນການ​ສົ່ງ​ອອກນັ້ນ
ຄາດ​ວ່າ​ຈະ​ເລີ່​ມໃນ​ປີ 2015.

ທ່ານ Medvedev ກໍາລັງ​ຢູ່​ໃນ​ລະຫວ່າງ​ການ​ເຄື່ອນ​ໄຫວຢ້ຽມຢາມຈີນເປັນເວລາ 3 ມື້
ຊຶ່ງ​ໄດ້​ເລີ່​ມຂື້ນ​ໃນ​ວັນ​ອາທິດວານນີ້.

XS
SM
MD
LG