ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ຕອບໂຕ້ ຢ່າງໂກດແຄ້ນ ຕໍ່ຄໍາຖະແຫຼງ ຂອງ ນັກເຄື່ອນໄຫວ ຕາບອດ


ນັກເຄື່ອນໄຫວ Chen Guangcheng ເປັນນັກຕໍ່ຕ້ານລັດຖະບານຈີນ ຕາບອດ ທີ່ດໍາລົງຊີວິດແບບຄົນພັດຖິ່ນ ຢູ່ໃນນະຄອນນີວຢອກ
ນັກເຄື່ອນໄຫວ Chen Guangcheng ເປັນນັກຕໍ່ຕ້ານລັດຖະບານຈີນ ຕາບອດ ທີ່ດໍາລົງຊີວິດແບບຄົນພັດຖິ່ນ ຢູ່ໃນນະຄອນນີວຢອກ
ອົງການຂ່າວທີ່ຄວບຄຸມໂດຍທາງການຈີນ ໄດ້ຕອບໂຕ້ຢ່າງໂກດ
ແຄ້ນ ຕໍ່ນັກເຄື່ອນໄຫວ Chen Guangcheng ຜູ້ຊຶ່ງໃນອາທິດ
ນີ້ ຮ້ອງຂໍໃຫ້ຜູ້ນໍາຄົນໃໝ່ຂອງຈີນ ປົກປ້ອງສິດທິມະນຸດ ແລະ
ໃຫ້ເຮັດຕາມແບບຢ່າງຂອງມຽນມາ ໃນການປະຕິຮູບທາງການ
ເມືອງ.

ບົດບັນນາທິການຂອງໜັງສືພິມ Global Times ຂອງພັກຄອມມີວນິສ ສະບັບອອກໃນ ວັນພຸດມື້ນີ້ ໄດ້ປະຕິເສດຕໍ່ຖ້ອຍຖະແຫຼງ ຂອງທະນາຍຄວາມທີ່ຕໍ່ຕ້ານລັດຖະບານຈີນ ຕາບອດ ທີ່ກ່າວຢູ່ໃນວີດິໂອວ່າ ເປັນ “ຄໍາເທດສະໜາອັນຍືດຍາວ” ທີ່ “ເກືອບວ່າບໍ່ມີ” ປະ ຊາຊົນຈີນ ຄົນໃດສັງເກດໄດ້.

ຄໍາຖະແຫລງ ທີ່ຍາວ 10 ນາທີຂອງທ່ານ Chen ໄດ້ນໍາອອກເຜີຍແຜ່ຢູ່ໃນ YouTube ໃນວັນອາທິດຜ່ານມານີ້ ໂດຍກຸ່ມປົກປ້ອງສິດທິມະນຸດສະຫະລັດ ChinaAid ຊຶ່ງໄດ້ຮຽກ ຮ້ອງໃຫ້ປະທານາທິບໍດີ ທີ່ຈະເຂົ້າດໍາລົງຕໍາແໜ່ງໃໝ່ ທ່ານ Xi Jinping ໃຫ້ປົກປ້ອງສິດ ທິມະນຸດແລະດໍາເນີນການປະຕິຮູບທາງການເມືອງ ຫລືຖ້າບໍ່ດັງນັ້ນກໍຈະປະເຊີນກັບ ຄວາມສ່ຽງຕໍ່ການ “ຫັນປ່ຽນດ້ວຍຄວາມຮຸນແຮງ”.

ທະນາຍຄວາມທີ່ຮຽນດ້ວຍຕົນເອງ ທີ່ດໍາລົງຊີວິດແບບຄົນພັດຖິ່ນກັບຄອບຄົວຂອງລາວ ໃນນະຄອນນີວຢອກທ່ານນີ້ເວົ້າວ່າ ຖ້າຫາກປະທານາທິບໍດີມຽນມາ ທ່ານ Thein Sein ສາມາດທີ່ຈະປ່ອຍຕົວນັກໂທດທັງຫລາຍເຊັ່ນ ທ່ານນາງ ອອງຊານ ຊູຈີ ຜູ້ທີ່ໄດ້ຮັບລາງ ວັນໂນແບລນັ້ນແລ້ວ, ທ່ານ Xi ກໍຄວນສາມາດທີ່ຈະປ່ອຍຕົວນັກໂທດຈິດສໍານຶກຂອງຈີນ ເຊັ່ນກັນ.
XS
SM
MD
LG