ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານຈີນ ທໍາການກວາດລ້າງ ພວກເຄື່ອນໄຫວ ແລະເຄືອຂ່າຍອິນເທີເນັທ


ພວກເຈົ້າໜ້າທີ່ຕໍາຫລວດຈີນ ບອກໃຫ້ນັກຂ່າວໜີອອກຈາກໜ້າຮ້ານ ອາຫານ McDonald ທີ່ປັກກິ່ງ ບ່ອນມີການໂຮມຊຸມນຸມປະທ້ວງ ໃນວັນອາທິດມື້ນີ້.
ພວກເຈົ້າໜ້າທີ່ຕໍາຫລວດຈີນ ບອກໃຫ້ນັກຂ່າວໜີອອກຈາກໜ້າຮ້ານ ອາຫານ McDonald ທີ່ປັກກິ່ງ ບ່ອນມີການໂຮມຊຸມນຸມປະທ້ວງ ໃນວັນອາທິດມື້ນີ້.

ພວກເຈົ້າໜ້າທີ່ຈີນໄດ້ທໍາການເຄຶ່ອນໄຫວຢ່າງໄວໃນວັນອາ
ທິດມື້ນີ້ ເພື່ອກວາດລ້າງເຄື່ອຂ່າຍອິນເທີເນັດ ທີ່ຮຽກຮ້ອງ​
ໃຫ້​ປະຊາຊົນ​ຈີນ​ທໍາ​ການ “ປະຕິວັດດອກມະລິ” ​ເພື່ອ​ທວງ
ເອົາປະຊາທິປະໄຕ ຕາມແບບຢ່າງຂອງການເຄຶ່ອນໄຫວ
ທີ່ກໍາລັງລາມໄປທົ່ວຂົງເຂດຕາເວັນອອກກາງນັ້ນ.

ພວກເຈົ້າໜ້າທີ່ຈີນໄດ້ກັກຂັງພວກນັກເຄຶ່ອນໄຫວຫລາຍ​ຄົນ
ເພີ່ມກໍາລັງຕໍາຫລວດເຂົ້າປະຈໍາການຕາມຖະໜົນຫົນທາງ
ແລະກວດກາຂໍ້ຄວາມຕ່າງໆ ທາງອິນເທີເນັທ ທີ່ຊຸກຍູ້ໃຫ້ມີ
ການປະທ້ວງຢູ່ໃນນະຄອນຫລວງປັກກິ່ງ ເມືອງຊຽງໄຮ້ ແລະອີກ 11 ຫົວເມືອງໃຫຍ່ອື່ນໆຂອງຈີນ.

ບໍ່ມີບຸກຄົນໃດຮູ້ວ່າ ​ແມ່ນໃຜ​ເປັນຜູ້ຢູ່ເບື້ອງຫລັງຄວາມພະ
ຍາຍາມ ເພື່ອປຸກລະດົມພວກປະທ້ວງຊາວຈີນໃນຄັ້ງນີ້ ແຕ່
ຄໍາປະກາດ ຫລືຂໍ້ຄວາມຕ່າງໆ​ທີ່​ລົງ​ທາງ​ອິນເທີເນັທ ເບິ່ງຄື
ວ່າໄດ້​ອອກ​ມາຈາກເວບໄຊ້​ໃນຕ່າງປະເທດທີ່ປະຕິບັດການ
ໂດຍພວກຄັດຄ້ານລັດຖະບານຈີນ ທີ່ຫລົບໄພຢູ່ໃນຕ່າງປະເທດ.

ຊາວຈີນໂຮມຊຸມນຸມປະທ້ວງຢູ່ຕໍ່ໜ້າຮ້ານ McDonald's.
ຊາວຈີນໂຮມຊຸມນຸມປະທ້ວງຢູ່ຕໍ່ໜ້າຮ້ານ McDonald's.

ພວກເຈົ້າໜ້າທີ່ຈີນໄດ້ວາງຂໍ້ຈໍາກັດຮັດແຄບຕໍ່
ລາຍງານຕ່າງໆຂອງສື່ມວນຊົນກ່ຽວ​ກັບເຫດ
ການວຸ້ນວາຍທາງການເມືອງເມື່ອໝໍ່ໆມານີ້
ທີ່ເລີ່ມຕົ້ນຂື້ນ ທີ່ປະເທດຕູນີເຊຍ ທີ່ເອິ້ນ​ວ່າ
ການປະຕິວັດດອກມະລິນັ້ນ ກ່ອນຈະລາມ
ໄປເຖິງປະເທດອີຈິບ ແລະທົ່ວຂົງເຂດຕາເວັນ ອອກກາງ.

ການຊອກຄົ້ນ​ຫາຂໍ້ມູນ ກ່ຽວກັບການປະ
ທ້ວງຢູ່ຕາມອິນເທີເນັທ ຫລື​ເວັບ​ໄຊ້ທ໌
ສະ​ແດງຄວາມ​ເຫັນ​ຕ່າງໆນັ້ນ ກໍຖືກຈໍາກັດ ຮັດແຄບເຊັ່ນດຽວກັນ ຢູ່ໃນຈີນ.

XS
SM
MD
LG