ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີຜູ້ເສຍຊີວິດ ຄົນທີ 2 ຍ້ອນໄຂ້ຫວັດ ສັດປີກ ຢູ່ຈີນ


ແຜນທີ່ຈີນ
ແຜນທີ່ຈີນ
ບັນດາ​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ​ຈີນ ກ່າວ​ວ່າ ຜູ້​ຊາຍ​ຄົນ​ນຶ່ງ​ໃນ​
ພາກ​ຕາ​ເວັນ​ຕົກ​ສຽງໃຕ້​ຂອງຈີນ​ໄດ້​ເສຍ​ຊີວິດ​ຍ້ອນໄຂ້ຫວັດ​ສັດ​
ປີກ ຊຶ່ງ​ເປັນ​ການ​ເສຍ​ຊີວິດ​ລາຍ​ທີ​ສອງ​ ຍ້ອນ​ເຊື້ອໄວຣັສ H5N1 ​
ໃນ​ປີ​ນີ້.

ພະ​ແນ​ກ​ສາທາລະນະ​ສຸກ​ແຂວງ Guizhou ກ່າວ​ໃນ​ວັນ​ເສົາມື້​ນີ້​ວ່າ ຜູ້​ຊາຍ​ອາຍຸ 31 ປີ​ໄດ້​ເສຍ​ຊີວິດ​ຍ້ອນ​ອະ​ໄວ​ຍະ​ວະ​ຫຼາຍ​ຢ່າງ​
ບໍ່​ເຮັດ​ວຽກ ​ໃນ​ວັນ​ສຸກ​ວານ​ນີ້​ ຢູ່ທີ່​ໂຮງໝໍ Guiyang.

​ອົງການ​ຂ່າວ Xinhua ຂອງ​ທາງ​ການ​ຈີນ ກ່າວ​ວ່າ ຄົນ​ເຈັບ​ອີກ​ຜູ້​ນຶ່ງ ເປັນຜູ້ຍິງ ອາຍຸ 21 ປີ ກໍ​ໄດ້​ເສຍ​ຊີວິດ​ຍ້ອນໄຂ້ຫວັດ​ສັດ​ປີກ ​ໃນ​ວັນ​ອາທິດ​ແລ້ວ​ນີ້. ອົງການ​ຂ່າວ Xinhua ກ່າວ​ວ່າ ຄົນ​ເຈັບ​ທັງ​ສອງ​ຄົນໄດ້​ແຕະຕ້ອງສັດ​ປີກທີ່​ຕິດ​ເຊື້ອ.

ອົງການ​ຂ່າວ Xinhua ກ່າວອີກ​ວ່າ 110 ຄົນ​ ທີ່​ໄດ້​ຈັບບາຍ​ຫຼືແຕະຕ້ອງພວກ​ຄົນ​ເຈັບ​ໄດ້ຖືກ​ປ່ອຍຈາກ ການ​ກັກ​ບໍລິ​ເວນ​ແລ້ວ.

ກໍລະນີ​ໄຂ້ຫວັດ​ສັດ​ປີກ ທີ່​ເກີດ​ກັບ​ມະນຸດສ່ວນ​ໃຫຍ່ນັ້ນແມ່ນມາຈາກການ​ແຕະຕ້ອງ​ຈັບບາຍ ສັດ​ປີກ​ທີ່​ເປັນພະຍາດ. ບັນດາ​ນັກ​ຄົ້ນຄວ້າຢ້ານ​ກົວວ່າ ​ເຊື້ອພະຍາດດັ່ງກ່າວໃນ​ທີ່​ສຸດອາດ​ຈະ​ປັບ​ໂຕ ກາຍ​ພັນ​ເປັນພະຍາດທີ່​ຕິດແປດ​ຢ່າງຮ້າຍ​ແຮງລະຫວ່າງ​ມະນຸດທັງຫລາຍ.

ກ່ຽວຂ້ອງກັນ

XS
SM
MD
LG