ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີຜູ້ຕາຍ ຕື່ມອີກ 4 ຄົນ ​ຍ້ອນໄຂ້ຫວັດ​ ສັດ​ປີກ ສາຍພັນໃໝ່ ຢູ່ຈີນ


ພະນັກງານໄດ້ສີດຢາໃສ່ ພວກສັດປີກທີ່ຍັງມີຊີວິດທີ່ຂາຍໃນຕະຫຼາດ
ພະນັກງານໄດ້ສີດຢາໃສ່ ພວກສັດປີກທີ່ຍັງມີຊີວິດທີ່ຂາຍໃນຕະຫຼາດ
ເຈົ້າ​ໜ້າ​ທີ່​ຈີນ ກ່າວ​ວ່າ ​ໄດ້ມີອີກ 4 ຄົນ​ເສຍ​ຊີວິດ​ ຍ້ອນໂຣກ​
ໄຂ້ຫວັດສັດ​ປີກ ສາຍ​ພັນ​ໃໝ່ທີ່​ອັນຕະລາຍ​ຮ້າຍ​ແຮງ ​ແລະ​ໄດ້
​ພາກ​ຊີວິດຜູ້​ຄົນ​ໄປ ທັງ​ໝົດ 31 ຄົນ​ແລ້ວ.

ເຈົ້າ​ໜ້າ​ທີ່​ອະນາ​ໄມ​ຂອງ​ລັດຖະບານ​ກ່າວ ​ໃນ​ຕອນ​ແລງ​ຂ​ອງ
ວັນ​ຈັນ​ວານ​ນີ້​ ວ່າ 2 ຄົນໃນຈໍານວນຜູ້​ເຄາະ​ຮ້າຍ 4 ຄົນ​ຫລ້າ
​ສຸດນັ້ນ ​ແມ່ນ​ມາ​ຈາກ ແຂວງ Jiangsu ພາກ​ຕາ​ເວັນ​ອອກ ​
ແລະ​ອີກ 2 ຄົນ ມາຈາກ​ແຂວງ Anhui ​ແລະ Zhejiang.

ມີ​ທັງ​ໝົດ 129 ຄົນ ​ແລະ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ມາ​ຈາກພາກ
​ຕາເວັນ​ອອກຂອງ​ຈີນ​ ທີ່​ໄດ້​ຕິດເຊື້ອໄຂ້ຫວັດ​ສັດ​ປີກ ສາຍ​ພັນ​ໃໝ່ H7N9 ນັບ​ຕັ້ງ​ແຕ່​ໄດ້​
ມີລາຍງານ​ຄັ້ງ​ທໍາ​ອິດ​ກ່ຽວ​ກັບ​ກໍລະນີມະນຸດຕິດ​ເຊື້ອ​ໂຣກນີ້ ​ໃນ​ເດືອນມີນາ. ຜູ້​ຊາຍ​ຊາວ​
ໄຕ້​ຫວັນຄົນ​ນຶ່ງ ກໍ​ຖືກກວດ​ເຫັນ​ວ່າ​ ຕິ​ດ​ເຊຶ້ອໂຣກດັ່ງກ່າວ ​ເຖິງ​ແມ່ນ​ທາງ​ການ​ເຊື່ອ​ວ່າ
ລາວ​ໄດ້​ຕິດ​ເຊື້ອ​ໂຣກນັ້ນ​ ໃນ​ຂະນະ​ທີ່ເດີນທາງທ່ອງທ່ຽວ ຢູ່​ໃນຈີນ.

ອົງການ WHO ​ໄດ້ຈັດເຊື້ອ​ໄວຣັສ ສາຍ​ພັນ H7N9 ນັ້ນວ່າ ​ເຂົ້າ​ໃນ​ພວກເຊື້ອໄວຣັສ​
ໄຂ້ຫວັດ ທີ່​ຮ້າຍ​ແຮງແລະ​ອັນຕະລາຍທີ່​ສຸດ​ ​ເທົ່າ​ທີ່​ເຄີຍ​ເຫັນ​ມາ​ ຊຶ່ງ​ແຕກ​ຕ່າງຈາກ​ເຊື້ອ
ໄຂ້​ຫວັດ​ອື່ນໆ​ທີ່ກະທົບຕໍ່​ສ່ວນ​ເທິງ​ຂອງ​ລະບົບ​ການ​ຫາຍ​ໃຈ ​ ​ພາ​ໃຫ້​ມີອາການ​ໄອ​ແລະ​
ແໜ້ນໜ້າ​ອົກນັ້ນ ​ເຊື້ອ​ໄຂ້​ຫວັດ​ສັດ​ປີກສາຍ​ພັນ​ໃໝ່​ນີ້ ກັບ​ຄຸກ​ຄາມ​ສ່ວນ​ລ່າງ​ຂອງ​ປອດ
​ທີ່​ພາ​ໃຫ້​ມີໄຂ້​ສູງ ຕົວຮ້ອນ ​ແລະ​ເປັນ​ປອດ​ບວມ​ໄດ້.

ນັກ​ວິ​ໄຈ​ຂອງ​ຈີນ​ໄດ້​ຢືນຢັນ​ວ່າ ​ເຊື້ອ​ໄວຣັສນີ້​ໄດ້​ຕິດ​ຕໍ່​ຈາກ​ສັດ​ປີກ​ໄປ​ສູ່​ມະນຸດ ຢູ່ຕາມ​
ຕະຫຼາດ ບ່ອນ​ທີ່​ມີ​ການ​ຂ້າ ໄກ່ແລະ​ພວກສັດ​ປີກ​ອື່ນໆ ຂາຍນັ້ນ.

XS
SM
MD
LG