ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ປະຕິເສດ ຄໍາຮຽກຮ້ອງ ຂອງຍີ່ປຸ່ນ ທີ່ໃຫ້ຕົນຍົກເລີກ ເຂດປ້ອງກັນທາງອາກາດ


ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ
ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ
ຈີນ​ປະຕິ​ເສດ ຕໍ່​ການ​ຮຽກຮ້ອງ​ຄືນ​ໃໝ່ ຈາກນາຍົກລັດຖະມົນ
ຕີຍີ່ປຸ່ນ ໃຫ້​ຕົນລົບ​ລ້າງ​ເຂດ​ ປ້ອງ​ກັນ​ທາງ​ອາກາດ​ຂອງ​ຕົນ​
ຢູ່​ໃນ​ເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ນັ້ນ ວ່າ​ເປັນການໝິ່ນປ

​ໃນຕອນ​ສິ້ນ​ສຸດ​ກອງ​ປະຊຸມ​ສຸດ​ຍອດ​ ກັບສະມາຄົມ​ອາ​ຊ່ຽນ
ຢູ່​ທີ່​ໂຕ​ກຽວ ​ເມື່ອ​ວັນ​ເສົາ​ວານ​ນີ້ ທ່ານ Shinzo Abe ນາຍົກ
ລັດຖະມົນຕີຢີ່ປຸ່ນ​ ​ໄດ້​ຮຽກຮ້ອງ​ໃຫ້​ຈີນ​ ຈົ່ງ​ເລີກ​ລົ້ມ​ມາດຕະ
ການ​ທັງ​ໝົດ ທີ່​ລະ​ເມີດ​ຕໍ່ຫຼັກການ​ສາກົນ​ວ່າ​ດ້ວຍ ​ເສລີພາບ
​ຂອງການບິນ​ແລະ​ຄວາມປອດ​ໄພທາງ​ການບິນ.

ທ່ານ ຮົງ​ເລ ​ໂຄສົກ​ກະ​ຊວງ​ຕ່າງປະ​ເທດ​ຈີນ ​ໄດ້ເອົາ​ຖະ​ແຫຼງ
ການ​ສະບັບນຶ່ງ​ລົງ​ໃນ​ເວັບ​ໄຊ້​ເມື່ອ​ວັນ​ອາທິດ​ມື້​ນີ້ ທີ່ມີ​ເນື້ອ​ໃນສະ​ແດງ​ຄວາມບໍ່ພໍ​ໃຈ​ຢ່າງ
ແຮງ ກັບອັນ​ທີ່​ທ່ານ​ກ່າວ​ວ່າ ​ການ​ໃຊ້​ກອງ​ປະຊຸມ​ລະດັບ​ນານາ​ຊາດ​ຂອງ​ທ່ານ Abe ​ເພື່ອ​
ກ່າວ​ຄວາມ​ເຫັນ​ແບບ​ໝິ່ນປະໝາດ​ກ່ຽວ​ກັບ​ຈີນ​ນັ້ນ.

ແຜ່ນທີ່ເຂດປ້ອງກັນທາງອາກາດ ທີ່ອ້າງເອົາຈີນ ຍີ່ປຸ່ນ ແລະເກົາຫຼີໃຕ້.
ແຜ່ນທີ່ເຂດປ້ອງກັນທາງອາກາດ ທີ່ອ້າງເອົາຈີນ ຍີ່ປຸ່ນ ແລະເກົາຫຼີໃຕ້.


​ເມື່ອ​ທ້າຍ​ເດືອນ​ຜ່ານ​ມາ​ນີ້ ຈີນ​ໄດ້​ປະກາດ​ເຂດ​ປ້ອງ​ກັນ​ທາງ​
ອາກາດ ທີ່​ໂຮມເອົາ​ເຂດ​ນ່ານຟ້າ​ ​ເໜືອເກາະ​ທີ່​ເປັນ​ຂໍ້​ຂັດ
​ແຍ້​ງກັນ ທີ່​ເອີ້​ນວ່າ Diaoyus ​ໃນພາສາ​ຈີນ ​ແລະ Senkakus
​ໃນ​ພາສາ​ຍີ່ປຸ່ນ.

ຍີ່ປຸ່ນ ​ເກົາຫຼີ​ໃຕ້ ​ແລະ​ສະຫະລັດ ​ໄດ້ປະ​ທ້ວງ​ການ​ເຄຶ່ອນ​ໄຫວ​
ດັ່ງກ່າວ​ຂອງຈີນ ​ແລະເວົ້າ​ວ່າ ພວກ​ຕົນຈະ​ບໍ່​ຍອມຮັບ​ຮູ້​ຄໍາ​
ປະກາດ​ຂອງ​ຈີນ.
XS
SM
MD
LG