ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ສະແດງ ຄວາມເສຍໃຈ ທີ່ມີຊາວມຽນມາ ເສຍຊີວິດ ໃນການປະທ້ວງ ທີ່ບໍ່ທອງແດງ ຂອງຈີນ


ບັນດາຊາວບ້ານກຳລັງປອບໃຈ ຍາດພີ່ນ້ອງແມ່ຍິງຄົນນຶ່ງທີ່ຖືກ ຍິງຕາຍໃນການປະທ້ວງ.
ບັນດາຊາວບ້ານກຳລັງປອບໃຈ ຍາດພີ່ນ້ອງແມ່ຍິງຄົນນຶ່ງທີ່ຖືກ ຍິງຕາຍໃນການປະທ້ວງ.

ຈີນໄດ້ສະແດງຄວາມວິຕົກກັງວົນແລະເສຍໃຈໃນວັນພຸດມື້ນີ້
ກ່ຽວກັບການເສຍ ຊີວິດຂອງຜູ້ປະທ້ວງຄົນນຶ່ງ ຢູ່ນອກບໍ່ທອງ
ແດງຂອງຈີນຢູ່ໃນມຽນມາ.

ໃນມື້ວັນຈັນຜ່ານມານີ້ ແມ່ຍິງຄົນນຶ່ງ ໄດ້ເສຍຊີວິດ ແລະອີກ
20 ຄົນໄດ້ຮັບບາດ ເຈັບ ເວລາຕຳຫຼວດຍິງປືນເຂົ້າໃສ່ພວກ
ປະທ້ວງ ທີ່ບໍ່ທອງແດງ Letpaduang Taung.

ພວກປະທ້ວງ ແມ່ນພາກັນຄັດຄ້ານ ຕໍ່ການຂະຫຍາຍບໍ່ທອງ
ແດງດັ່ງກ່າວ. ເຂົາເຈົ້າກ່າວວ່າ ມັນໄດ້ສ້າງໃສ່ດິນ ທີ່ຍຶດເອົາ
ໄປແບບບໍ່ເປັນທຳຈາກປະຊາຊົນໃນເຂດທ້ອງຖິ່ນແລະອາດ
ຈະເປັນໄພອັນຕະລາຍຕໍ່ສະພາບແວດລ້ອມ.

ທ່ານນາງ Hua Chunying ໂຄສົກກະຊວງການຕ່າງປະເທດຈີນ ກ່າວໃນວັນ ພຸດມື້ນີ້ວ່າ
ປັກກິ່ງຫວັງວ່າ ບັນຫາຂັດແຍ້ງດັ່ງກ່າວ ຈະສາມາດໄດ້ຮັບການແກ້ ໄຂຢ່າງເໝາະສົມ
ໂດຍໄວເທົ່າທີ່ຈະໄວໄດ້.

ທ່ານນາງ Hua Chunying ກ່າວວ່າ “ລັດຖະບານຈີນແມ່ນບັງຄັບສະເໝີມາ ໃຫ້ບັນ
ດາວິສາຫະກິດຂອງຈີນ ທີ່ໄປລົງທຶນຢູ່ໃນຕ່າງປະເທດນັ້ນ ເຄົາລົບກົດ ໝາຍແລະ
ລະບຽບການຂອງປະເທດອື່ນໆ ສະແດງຄວາມຮັບຜິດຊອບໃນດ້ານ ສັງຄົມແລະ
ປະຕິບັດພັນທະທີ່ດີແລະກໍໃຫ້ຄວາມສຳຄັນຕໍ່ການປົກປ້ອງສິ່ງແວດ ລ້ອມ.”

ບໍລິສັດ Wan Bao ຂອງຈີນ ຊຶ່ງເປັນຜູ້ບໍລິຫານງານບໍ່ທອງດັ່ງກ່າວ ຍັງໄດ້ສະ ແດງຄວາມ
ເຫັນອົກເຫັນໃຈ ຕໍ່ແມ່ຍິງທີ່ເສຍຊີວິດ ໂດຍເວົ້າວ່າ ການເສຍຊີວິດ ຂອງນາງແມ່ນບໍ່ມີ
ຄວາມໝາຍ.

MYANMAR CHINA MINE PROTEST VOSOT
please wait

No media source currently available

0:00 0:01:34 0:00

XS
SM
MD
LG