ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນຖົມດິນ ໃນເຂດນ່ານນ້ຳ ທີ່ມີການຂັດແຍ້ງ ຢູ່ ທະເລຈີນໃຕ້ (ວີ​ດີ​ໂອ)


ໂຄສົກ ກະຊວງຕ່າງປະເທດຟີລິບປິນ ທ່ານ Charles Jose ຖະແຫຼງກ່ຽວກັບການປະທ້ວງ ຂອງຟີລິບປິນ ກ່ຽວກັບການຖົມດິນຂອງຈີນ ໃນເຂດນ່ານນ້ຳທີ່ມີການຂັດແຍ້ງກັນ ໃນທະເລຈີນໃຕ້
ໂຄສົກ ກະຊວງຕ່າງປະເທດຟີລິບປິນ ທ່ານ Charles Jose ຖະແຫຼງກ່ຽວກັບການປະທ້ວງ ຂອງຟີລິບປິນ ກ່ຽວກັບການຖົມດິນຂອງຈີນ ໃນເຂດນ່ານນ້ຳທີ່ມີການຂັດແຍ້ງກັນ ໃນທະເລຈີນໃຕ້
ຟິລິບ​ປີນກ່າວ​ວ່າ ຈີນປະກົດວ່າ ຈະ​ຕຽ​ມການ​ສ້າງ​ເດີ່ນ
ເຮືອບິນຫລືຄ້າຍທະຫານ ຢູ່ເທິງ​ເກາະ​ຫີນ ໃນເຂດນຶ່ງ​
ຂອງທະ​ເລ​ຈີນ​ໃຕ້ ທີ່ອ້າງເອົາກຳມະສິດໂດຍທັງມະນິ
ລາ ​ແລະ​ປັກ​ກິ່ງ.

ກະຊວງ​ການ​ຕ່າງປະ​ເທດຟິລິບ​ປີນ ກ່າວ​ວ່າ ຮູບ​ພາບ
​ຈາກ​ດາວ​ທຽ​ມ ສະ​ແດງ​ໃຫ້​ເຫັນ​ວ່າ ຈີນໄດ້​ຂົນດິນ​ຈຳ
ນວນ​ຫລວງຫລາຍ​ ​ແລະວັດຖຸ​ອື່ນໆ​ໄປ​ຍັງ​ເກາະຫີນ
Johnson ໃນ​ຄວາມ​ພະຍາຍາມ​ເພື່ອຂະຫຍາ​ຍ​ເນື້ອ​
ທີ່ເທິງເກາະດັ່ງກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່ພະແນກການຕ່າງໆ​ຂອງ​ຟິລິບ​ປີນ ​ພາກັນ​ຄາດ​ວ່າ ຈີນອາດ​ຈະ​ສ້າງ
ເດີ່ນເຮືອບິນຫລື​ຄ້າຍທະຫານ ຢູ່ເທິງເກາະຫີນດັ່ງກ່າວ ຫລື​ຈຸດປະສົງແນວ​ອື່ນຂອງ
ປັກ​ກິ່ງນັ້ນ ຍັງ​ບໍ່​ເປັນ​ທີ່​ຊາບ​ໄດ້.

​ໂຄສົກປະທານາທິບໍດີ ຟິລິບ​ປີນ ທ່ານ Edwin Lacieda ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ມະ
ນີ​ລາ ກຳລັງ​ຮຽກຮ້ອງ​ ໃຫ້ເປີດການເຈລະຈາຫລາຍ​ຝ່າຍ ​ເພາະວ່າ ​ເຂດ​ດັ່ງກ່າວນີ້ ຫວຽດນາມກໍອ້າງເອົາກຳມະສິດຄືກັນ.

ມາ​ນິລາ​ກ່າວ​ວ່າ ການ​ຖົມ​ດິນດັ່ງກ່າວນີ້ ລະເມີດຕໍ່ກົດການປະພຶດ​ຂອງ​ຂົງ​ເຂດ. ຕົນ​
ໄດ້​ຍື່ນ​ປະ​ທ້ວງ​ຕໍ່ຈີນ ໃນ​ອາທິດ​ແລ້ວ​ນີ້ ທີ່​ກອງ​ປະຊຸມປະເທດ​ສະມາຊິກຂອງ​ສະມາ
ຄົມ​ບັນດາ​ປະ​ເທດ​ຊາດໃນ​ເຂດ​ເອ​ເຊຍ​ອາຄະ​ເນ ຫລື​ອາ​ຊ່ຽນ.

​ປັກ​ກິ່ງ ​ໄດ້​ປະຕິ​ເສດບໍ່ຍອມຮັບເອົາ​ການ​ປະ​ທ້ວງ. ​ໂຄສົກ​ຍິງກະຊວງ​ການ​ຕ່າງ
ປະ​ເທດຈີນ ທ່ານ​ນາງ Hua Chunying ກ່າວ​ວ່າ ການ​ສ້າ​ງສາໃດໆກໍຕາມ​ຢູ່ເກາະ
ດັ່ງກ່າວ ແມ່ນ “​ເປັນ​ເລື່ອງທຳ​ມະ​ດາ” ​ແລະບໍ່ກ່ຽວຂ້ອງຫຍັງເລີຍກັບຟິລິບ​ປີນ.

ນີ້​ເປັນ​ການ​ເຄື່ອນ​ໄຫວ​ຂອງ​ຈີນ​ຄັ້ງ​ຫລ້າ​ສຸດ ທີ່​ຈະ​ຄ່ອຍໆ​ຂະຫຍາຍ​ກາ​ນຄວບ​ຄຸມ
ຂອງຕົນຢູ່ໃນເຂດທະ​ເລ​ຈີນ​ໃຕ້ ບ່ອນ​ທີ່​ຈີນ ໄດ້ອ້າງເອົາກຳມະສິດ ກວມກັນກັບ
ຟິລິບ​ປີນ ຫວຽດນາມ ບຣູ​ໄນ ​ແລະ ມາ​ເລ​ເຊຍ.
CHINA PHILIPPINES SEA SOTVO
please wait

No media source currently available

0:00 0:01:01 0:00
XS
SM
MD
LG