ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈຳນວນຄົນເສຍຊີວິດ ເພີ້ມຂຶ້ນ ເປັນຮອດ 589 ຄົນ​ແລ້ວ ຈາກແຜ່ນດິນໄຫວ ໃນຈີນ (ສະໄລດ໌/ວີດີໂອ)


ເຈົ້າໜ້າທີ່ກູ້ໄພ ກຳລັງຖືກນຳສົ່ງ ໂດຍລົດຊ້ວນດິນ ຍ້ອນຫົນທາງເປເພ ໄປຍັງເຂດ Zhaotong ຂອງແຂວງ Yunnan, ວັນທີ 5 ສິງຫາ 2014.
ເຈົ້າໜ້າທີ່ກູ້ໄພ ກຳລັງຖືກນຳສົ່ງ ໂດຍລົດຊ້ວນດິນ ຍ້ອນຫົນທາງເປເພ ໄປຍັງເຂດ Zhaotong ຂອງແຂວງ Yunnan, ວັນທີ 5 ສິງຫາ 2014.

ທາງ​ການ​ຈີນ​ກ່າວ​ວ່າ ຈຳນວນ​ຄົນ​ເສຍ​ຊີວິດ​ ຍ້ອນແຜ່ນດິນ
​ໄຫວຮ້າຍ​ແຮງ ຢູ່​ໃນແຂວງ​ຢຸນນ່ານ ທາງ​ພາກ​ຕາ​ເວັນ​ຕົກ​
ສຽງ​ໃຕ້ຂອງຈີນ​ ເມື່ອວັນ​ອາທິດທີ່​ຜ່ານ​ມານັ້ນ ​ໄດ້​ເພີ້​ມສູງ​ຂຶ້ນ
​ເປັນຮອດ 589 ຄົນ​ແລ້ວ.

ພະນັກງານ​ກູ້​ໄພ​ທັງຫຼາຍ ຍັງ​ພາກັນສືບ​ຕໍ່ດຶງ​ຊາກສົບອອກ​ມາ
ຢ່າງ​ບໍ່​ຢຸດ​ຢັ້ງ ຈາກ​ເຮືອນຊານຫຼາຍພັນຫຼັງ ທີ່​ຫັກ​ພັງ​ລົງ​ມາ​ ​
ເວລາ​ແຜ່ນດິນ​ໄຫວ ​ຄວາມ​ແຮງ 6.1 ຣິກ​ເຕີ້ ປະ​ທະ​ຂົງ​ເຂດ​ນັ້ນ.

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ​ເຮືອນ​ຊານ 80.000 ຫຼັງ ຫັກ​ພັງ​ລົງ
ຊຶ່ງ​ເຮັດ​ໃຫ້​ປະຊາ​ຊົນ ຢ່າງ​ນ້ອຍ 230.000 ຄົນ​ຕ້ອງ​ຍ້າຍ​ຖິ່ນ​ຖານ ​ແລະຢ່າງ​ນ້ອຍ
2.400 ຄົນ​ໄດ້​ຮັບ​ບາດ​ເຈັບ.


ພາຍຸຝົນຟ້າຮ້ອງ​ ຍັງ​ເຮັດ​ໃຫ້ຄວາມ​ພະຍາຍາມຄົ້ນຫາ ລຳບາກ​ເພີ້​ມຂຶ້ນ ​ແລະ​ກີດ​ກັ້ນ​ບັນດາ ​ເຈົ້າໜ້າ​ທີ່ ​ໃນ​ການນຳ​ສົ່ງ​ເຄື່ອງຂອງ ​ຊ່ວຍ​ເຫຼື່ອທີ່​ຈຳ​ເປັນ ​ໄປ​ຍັງ ເຂດພູເຂົາ ສອກຫລີກ ຫ່າງໄກນັ້ນ.

ຈຸດ​ສູນ​ກາງຂອງ​ແຜ່ນ​ໄຫວ​ແມ່ນ​ຢູ່​ໃນ​ເຂດ​ Ludian ຊຶ່ງ​ເປັນ​ບ່ອນ​ທີ່​ເຮືອນ​ຊານ​ທັງຫຼາຍ
​ໄດ້​ກໍ່ສ້າງ​ຂຶ້ນ​ແບບ​ບໍ່​ດີ​ປານ​ໃດ ດ້ວຍດິນ​ຈີ່​ແລະ​ຕົມ.

ທາງ​ການ​ຈີນ​ກ່າວ​ວ່າ ແຜ່ນດິນໄຫວຄັ້ງນີ້ ແມ່ນຄັ້ງຮ້າຍແຮງທີ່ສຸດ ທີ່ໄດ້ປະທະບໍລິ​ເວນ
​ດັ່ງກ່າວ ໃນຮອບ 14 ປີ.

ພາກ​ຕາ​ເວັນ​ຕົກສຽງ​ໃຕ້​ຂອງ​ຈີນ ​ແມ່ນ​ມັກ​ເກີດ​ແຜ່ນດິນ​ໄຫວ​ຢູ່​ເລື້ອຍໆ. ​ໃນ​ປີ 2012
​ກໍໄດ້​ເກີດແຜ່ນດິນ​ໄຫວ ຢູ່​ເຂດ​ແຂວງ​ຢຸນນ່ານ ຊຶ່ງ​ເຮັດ​ໃຫ້ ຢ່າງ​ນ້ອຍ 80 ຄົນ​ເສຍ​ຊີວິດ.

CHINA EARTHQUAKE VO
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG