ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບ້ານເຮືອນຢ່າງໜ້ອຍ 50 ຫລັງ ໄດ້ຮັບຄວາມເສຍຫາຍ ຍ້ອນແຜ່ນດິນໄຫວທີ່ຈີນ


ບ້ານເຮືອນຢ່າງໜ້ອຍ 50 ຫລັງ ໄດ້ຮັບຄວາມເສຍຫາຍ ຍ້ອນແຜ່ນດິນໄຫວທີ່ຈີນ
ບ້ານເຮືອນຢ່າງໜ້ອຍ 50 ຫລັງ ໄດ້ຮັບຄວາມເສຍຫາຍ ຍ້ອນແຜ່ນດິນໄຫວທີ່ຈີນ

ທາງ​ການ​ຈີນ​ກ່າວ​ວ່າ ​ບ້ານ​ເຮືອນຢ່າງ​ໜ້ອຍ 50 ຫລັງ​ໄດ້ພັງ​ທະລາ​ຍລົງ​ ຍ້ອນໄພ​ແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ແຮງ​ພໍ​ປານ​ກາງ ທີ່ໄດ້​ປະ​ທະ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ ​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້.

ທາງກົມ​ສໍາ​ຫລວດ​ທໍລະນີວິທະຍາ​ສະຫະລັດກໍ​ກ່າວ​ວ່າ ​ແຜ່ນດິນ​ໄຫວ ​ທີ​ມີ​ຄວາມ​ແຮງ 5.4 ຣິກ​ເຕີ ​ໄດ້​ປະ​ທະ​ແຂວງ​ຊິນ​ຈຽງ​ ​ໃນ​ລະຫວ່າງ​ເຂດ​ຊາຍ​ແດນ​ເມືອງ Yining ​ແລະ​ເມືອງ Gonhliu ແລະ​ຢູ່​ເລິກລົງ​ໄປ 27 ກິ​ໂລ​ແມັດ. ​ໃນເບື້ອງ​ຕົ້ນ​ນັ້ນ ຄວາມ​ແຮງ​ຂອງ​ແຜ່ນດິນ​ໄຫວ​ວັດ​ແທກ​ໄດ້ 6.0 ຣິກ​ເຕີ.

ໄດ້​ມີ​ການ​ສົ່ງພວກ​ພະນັກງານ​ສຸກ​ເສິນ​ໄປ​ຍັງ​ຂົງ​ເຂດ ​ເພື່ອ​ປະ​ເມິ​ນ​ເບິ່ງຄວາມ​ເສຍ​ຫາຍ ​ແຕ່​ມາ​ຮອດ​ປັດຈຸ​ບັນ​ຍັງ​ບໍ່​ທັນ​ມີ​ລາຍ​ງານ​ກ່ຽວກັບ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ​ເທື່ອ.

ໄດ້ເກີດ​ແຜ້ນດິນ​ໄຫວ​ໃນ​ບ່ອນ​ນຶ່ງ​ອີກຕ່າງຫາກ ຊຶ່ງ​ມີ​ຄວາມ​ແຮງ 5.5 ຣິກ​ເຕີ ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ທີ່​ປະ​ທະ​ຂົງ​ເຂດ​ຊີ​ສວນ ທາງ​ພາກ​ຕາ​ເວັນ​ຕົກສຽງ​ໃຕ້​ຂອງ​ຈີນ. ​ເຂດ​ຊີ​ສວນເຄີຍໄດ້ຮັບຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ ຍ້ອນໄພແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ແຮງ​ 7.9 ຣິກ​ເຕີ​ ມາ​ແລ້ວໃນ​ປີ 2008 ທີ່​ໄດ້​ເອົາ​ຊີວິດ​ປະຊາ​ຊົນ​ໄປ ​ເກືອບ 90 ພັນ​ຄົນ.

ຍັງ​ບໍ່​ທັນ​ມີ​ລາຍ​ງານ​ແຈ້ງ​ໃຫ້​ຊາບ ​ກ່ຽວ​ກັບຜູ້​ໄດ້​ຮັບ​ເຄາະ​ແລະ​ຄວາມ​ເສຍ​ຫາຍ​ທີ່​ຮ້າຍ​ແຮງ​ໃດໆ ​ຈາກ​ແຜ່ນດິນໄຫ​ວທີ່ແຂວງ​ຊີ​ສວນ​ ​ໃນ​ທັນທີນີ້​ເທື່ອ.

XS
SM
MD
LG