ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກປະ​ທ້ວງ ເຮັດ​ໃຫ້​ ລັດຖະບານ​ຍຸດຕິ ແຜນການສ້າງ ໂຮງເຜົາ​ຂີ້​ເຫຍື້ອໄດ້


ຕຳຫລວດປາບຈະລະຈົນ ຢືນຄຽງບ່າຄຽງໄຫລ່ ຕາມທ້ອງຖະຫນົນ ຢູ່ທາງເຂົ້າໝູ່ບ້ານ Yuhang ຫຼັງຈາກ ໄດ້ມີເຫດການຈາລະຈົນ ໃນຕອນຄ່ຳ ວັນເສົາວານນີ້, ທີ 10 ພຶດສະພາ 2014.
ຕຳຫລວດປາບຈະລະຈົນ ຢືນຄຽງບ່າຄຽງໄຫລ່ ຕາມທ້ອງຖະຫນົນ ຢູ່ທາງເຂົ້າໝູ່ບ້ານ Yuhang ຫຼັງຈາກ ໄດ້ມີເຫດການຈາລະຈົນ ໃນຕອນຄ່ຳ ວັນເສົາວານນີ້, ທີ 10 ພຶດສະພາ 2014.
ພວກປະ​ທ້ວງ ຢູ່​ໃນພາກ​ຕາ​ເວັນ​ອອກຂອງ​ຈີນ ​ໄດ້​ປະສົບຜົນ
ສຳ​ເລັດ ​ໃນ​ການ​ເຮັດ​ໃຫ້​ ລັດຖະບານ​ຍຸດຕິ ແຜນການ​ທີ່​ຈະສ້າງ
​ໂຮງເຜົາ​ຂີ້​ເຫຍື້ອ ​ທີ່​ເຂົາ​ເຈົ້າຍ້ານວ່າ​ ​ຈະ​ສົ່ງ​ຜົນ​ກະທົບຕໍ່​ສຸ​ຂະ​
ພາບ​ຂອງ​ພວກ​ເຂົາ​ເຈົ້າ​ນັ້ນ.

ການ​ປະ​ທ້ວງ ທີ່​ໄດ້ຍືດ​ເຍື້ອ ​ເປັນ​ເວລາດົນກວ່າ 2 ອາທິດ ໄດ້
ຫັນປ່ຽນເປັນຄວາມ​ຮຸນ​ແຮງ ​ໃນ​ວັນ​ເສົາວານ​ນີ້ ​ໂດຍມີ​ຕຳຫລວດ
ຫຼາຍຮ້ອຍຄົນ ປະ​ທະ​ກັນ​ກັບພວກ​ປະ​ທ້ວງ ຢູ່​ໝູ່​ບ້ານ Yuhang
ໃກ້​ກັບ​ເມືອງ Ningbo.

ອົງການ ຂ່າວສານ Xinhua ຂອງ​ລັດຖະບານ ລາຍ​ງານ​ວ່າ ພວກ​ປະ​ທ້ວງໄດ້ພິກ​ຂວ້ຳ ລົດ​ຈຳນວນ 30 ຄັນ ​ແລະ​ໄດ້​ຈູດ​ລົດ​ຂອງ​ຕຳຫລວດ ​2 ຄັນ​. ​ຕຳຫລວດ​ນຶ່ງຄົນ ​ແລະຜູ້​
ປະ​ທ້​ວງອີກ​ນຶ່ງຄົນ ​ໄດ້​ຮັບ​ບາດ​ເຈັບ​ສາຫັດ.

ຢູ່​ໃນ​ຄຳ​ຖະ​ແຫລ​ງ ອອກທາງອີນ​ເຕີ​ເນັດ ແລງ​ວັນ​ເສົາວານ​ນີ້ ​ການ​ນຳ​ບ້ານ Yuhang
ກ່າວ​ວ່າ ວຽກ​ງານ​ກ່ຽວ​ກັບໂຄງການ​ດັ່ງກ່າວ ໄດ້​ຖືກໂຈະ​ໄວ້​ໝົດ​ແລ້ວ​ ​ແລະ ຈະ​ບໍ່​ເລີ້ມ​ຕົ້ນ​
ໃໝ່ ​ຈົນ​ກວ່າຈະໄດ້​ຮັບ​ຄວາມ​ສະໜັບສະໜຸນ​ຈາກ​ມວນ​ຊົນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG