ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວຈີນ ສືບຕໍ່ປະທ້ວງ ການຂະຫຍາຍ ໂຮງງານ ຜະລິດເຄມີ ເປັນມື້ທີສອງ


ພາບຖ່າຍໂດຍໂທລະສັບມືຖື ຜ່ານປ່ອງຢ້ຽມແກ້ວ ໃນວັນເສົາ ທີ 27 ຕຸລາ 2012, ສະແດງໃຫ້ເຫັນ ຕໍາຫລວດ ເດີນເປັນແຖວ ລຽນກັນເຂົ້າໄປຫາປະຊາຊົນ ທີ່ໂຮມຊຸມນຸມກັນຢູ່ຖະໜົນສາຍນຶ່ງ ຢູ່ໃນເມືອງ Ningbo ເພື່ອບັງຄັບໃຫ້ພວກເຂົາເຈົ້າສະຫລາຍຕົວ.
ພາບຖ່າຍໂດຍໂທລະສັບມືຖື ຜ່ານປ່ອງຢ້ຽມແກ້ວ ໃນວັນເສົາ ທີ 27 ຕຸລາ 2012, ສະແດງໃຫ້ເຫັນ ຕໍາຫລວດ ເດີນເປັນແຖວ ລຽນກັນເຂົ້າໄປຫາປະຊາຊົນ ທີ່ໂຮມຊຸມນຸມກັນຢູ່ຖະໜົນສາຍນຶ່ງ ຢູ່ໃນເມືອງ Ningbo ເພື່ອບັງຄັບໃຫ້ພວກເຂົາເຈົ້າສະຫລາຍຕົວ.
ຕໍາຫລວດປາບການກໍ່ຈາລະຈົນ ຢູ່ທາງພາກຕາເວັນອອກຂອງ
ຈີນ ໄດ້ປະທະກັນກັບພວກ ປະທ້ວງ ທີ່ຕໍ່ຕ້ານໂຮງງານຜະລິດ
ເຄມີແຫ່ງນຶ່ງ ເປັນມື້ທີສອງ.

ການປະທ້ວງໃນວັນອາທິດມື້ນີ້ ຢູ່ໃນເມືອງ Ningbo ແຂວງ
Zhejiange ແມ່ນເປັນການ ສະແດງເຖິງຄວາມເປັນນໍ້ານຶ່ງໃຈ
ດຽວກັນ ກັບພວກເດີນຂະບວນປະທ້ວງທີ່ຖືກຈັບໃນ ລະຫວ່າງ
ການປະທ້ວງຄັ້ງໃຫຍ່ ໃນວັນເສົາວານນີ້. ພວກເດີນຂະບວນ
ດັ່ງກ່າວໄດ້ພາກັນ ປະທ້ວງຕໍ່ຄໍາສະເໜີຂະຫຍາຍໂຮງງານຜະ
ລິດເຄມີນໍ້າມັນແຫ່ງນຶ່ງ ຊຶ່ງຜູ້ປະທ້ວງຄົນນຶ່ງ ອະທິບາຍວ່າ:

“ຢູ່ໃກ້ເມືອງ Zhenhai ນັ້ນ ພວກເຂົາເຈົ້າຈະສ້າງ
ໂຮງງານຜະລິດເຄມີນໍ້າມັນ PX ຂຶ້ນ ຊຶ່ງຈະເປັນ
ການທໍາລາຍສຸຂະພາບ ຂອງປະຊາຊົນຢ່າງໃຫຍ່ຫລວງ. 90% ຂອງປະຊາຊົນ ທີ່ອາໄສຢູ່ໃນເຂດອ້ອມແອ້ມນັ້ນ ຈະຕ້ອງທົນທຸກຕໍ່ ການເປັນໂຣກມະເຮັງ. ພວກ ເດັກນ້ອຍເກີດມາ ກໍຈະເປັນຄົນພິການ.”


ພວກເຈົ້າໜ້າທີ່ກ່າວວ່າ ຍັງບໍ່ທັນໄດ້ມີການຕັດສິນໃຈກ່ຽວກັບໂຄງການໂຮງງານຜະລິດ ເຄມີເທື່ອ ແຕ່ກໍບໍ່ໄດ້ດໍາເນີນການ ເພື່ອຜ່ອນຄາຍຄວາມໂກດແຄ້ນຂອງປະຊາຊົນ ທີ່ຢາກ ໃຫ້ ໂຄງການດັ່ງກ່າວຖືກຍົກເລີກນັ້ນ ແຕ່ຢ່າງໃດ. ພວກປະຊາຊົນເວົ້າວ່າ:

“ທຸກມື້ນີ້ ສະພາບຊີວິດການເປັນຢູ່ຂອງພວກເຮົາກໍນັບມື້ ນັບຮ້າຍແຮງຂຶ້ນຢູ່
ແລ້ວ. ນອກ ຈາກໂຮງງານທີ່ພວກເຂົາເຈົ້າຢາກຂະຫຍາຍນັ້ນແລ້ວກໍຍັງມີໂຮງ ງານອຸດສາຫະກໍາ ເຄມີ ນໍ້າມັນຫລາຍແຫ່ງຢູ່ໃນຂົງເຂດນີ້ ຊຶ່ງໄດ້ເຮັດໃຫ້ສະ ພາບແວດລ້ອມເປັນອັນຕະລາຍຫລາຍ. ຖ້າຫາກໂຄງການໂຮງງານ PX ດໍາ ເນີນໄປ ອິງຕາມຄວາມຮູ້ຂອງພວກເຮົານັ້ນ ອີກສອງ ສາມປີຂ້າງໜ້າ ມັນກໍຈະ ບໍ່ມີແມ່ນແຕ່ຫຍ້າໃບນຶ່ງ ເກີດຂຶ້ນໄດ້ຢູ່ໃນເມືອງ Ningbo ນີ້.”
XS
SM
MD
LG