ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ປະກາດ ການຂະຫຍາຍຕົວ ຂອງສິນຄ້າສົ່ງອອກ ໃນຮອບ 9 ເດືອນ


ເຈົ້າໜ້າທີ່ຮັກສາຄວາມປອດໄພ ຍ່າງກວດກາປະຕູໃຫຍ່ທາງເຂົ້າຂອງເຂດການຄ້າເສລີ ຈີນ ທີ່ສະໜາມບິນ ສາກົນ Pudong ເມືອງ ຊຽງໄຮ, ຈີນ.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ຍ່າງກວດກາປະຕູໃຫຍ່ທາງເຂົ້າຂອງເຂດການຄ້າເສລີ ຈີນ ທີ່ສະໜາມບິນ ສາກົນ Pudong ເມືອງ ຊຽງໄຮ, ຈີນ.

ຈີນ ກ່າວວ່າ ສິນຄ້າສົ່ງອອກຂອງພວກເຂົາເຈົ້າໄດ້ເພີ່ມຂຶ້ນເຖິງ 160.8 ຕື້ໂດລາໃນເດືອນ ມີນາທີ່ຜ່ານມາ, ເປັນສັນຍານອັນໜຶ່ງທີ່ບົ່ງບອກວ່າ ປະເທດທີ່ມີເສດຖະກິດໃຫຍ່ເປັນອັນ ດັບ 2 ຂອງໂລກແມ່ນກຳລັງຂະຫຍາຍຕົວ.

ການເຕີບໂຕ 11.5 ເປີເຊັນໄດ້ຖືກລາຍງານໃນວັນພຸດມື້ນີ້ໂດຍພະ ແນກພາສີອາກອນ ເຊິ່ງເປັນຄັ້ງທຳອິດນັບຕັ້ງແຕ່ເດືອນມິຖຸນາທີ່ຜ່ານ ມາ. ໃນອີກດ້ານໜຶ່ງຂອງສະໝຸດບັນຊີ, ການນຳເຂົ້າສິນຄ້າໄດ້ຫຼຸດລົງ 7.6 ເປີເຊັນຈາກປີກ່ອນໜ້ານີ້ສູ່ 131 ຕື້ໂດລາ. ກົມພາສີອາ ກອນກ່າວ ວ່າ ຈີນ ໄດ້ມ້ວນທ້າຍເດືອນມີນາລົງ ດ້ວຍການໄດ້ປຽບດ້ານການຄ້າ 29.9 ຕື້ໂດລາ.

ຂ່າວດີດັ່ງກ່າວໄດ້ເຮັດໃຫ້ຕະຫຼາດຮຸ້ນຂອງ ຈີນ ຂະຫຍາຍຕົວຂຶ້ນໃນ ການຊື້ຂາຍຂອງ ຕອນເຊົ້າວັນພຸດມື້ນີ້, ດ້ວຍດັດຊະນີຕະຫຼາດຮຸ້ນ ຊຽງໄຮ, Shengzhen ແລະ ຮົງກົງ ເພີ່ມ ຂຶ້ນທີ່ 2 ເປີເຊັນ ຫຼື ສູງກວ່າ 2 ເປີເຊັນ.

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

China Trade
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG