ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ກຳລັງພິຈາລະນາ ສ້າງເຂດຄວບຄຸມ ນ່ານຟ້າ ໃນທະເລຈີນໃຕ້


ທະຫານ ຈີນ ຄົນໜຶ່ງໂບກມືລາກອງທັງເຮືອ ຣັດເຊຍ ໃນຂະນະທີ່ການຝຶກຊ້ອມທະຫານເຮືອລະຫວ່າງ ຈີນ ແລະ ຣັດເຊຍ ໄດ້ສິ້ນສຸດລົງໃນເມືອງ ຊານຈຽງ, ແຂວງ ກວາງຕົ່ງ, ຈີນ.
ທະຫານ ຈີນ ຄົນໜຶ່ງໂບກມືລາກອງທັງເຮືອ ຣັດເຊຍ ໃນຂະນະທີ່ການຝຶກຊ້ອມທະຫານເຮືອລະຫວ່າງ ຈີນ ແລະ ຣັດເຊຍ ໄດ້ສິ້ນສຸດລົງໃນເມືອງ ຊານຈຽງ, ແຂວງ ກວາງຕົ່ງ, ຈີນ.

ສະຖາບັນຂອງລັດຖະບານ ຈີນ ແຫ່ງໜຶ່ງ ໄດ້ເຕືອນໃນສັບປະດາທີ່ຜ່ານມາວ່າ ປັກກິ່ງ ແມ່ນພ້ອມແລ້ວ ທີ່ຈະສ້າງຕັ້ງເຂດຄວບຄຸມໜ່ານຟ້າ ຫລື ADIZ ໃນທະເລຈີນໃຕ້ທີ່ມີ ຄວາມຂັດແຍ້ງນັ້ນ, ເຮັດໃຫ້ພວກເຂົາເຈົ້າ ມີອຳນາດ ທີ່ຈະກວດຈັບ ເຮືອບິນຕ່າງປະ ເທດທີ່ ບິນຜ່ານ. ແຕ່ພວກນັກວິເຄາະກ່າວວ່າ ທຸກໆການດຳເນີນການນັ້ນຈະເຮັດໃຫ້ ປະເທດອື່ນໆບໍ່ພໍໃຈ ໂດຍທີ່ບໍ່ສາມາດຍັບຢັ້ງການສັນຈອນ​ໄດ້.

ມາດຕະການດັ່ງກ່າວ ຈະ​ຕິດຕາມ​ມາ​ດ້ວຍ​ ການ​ເອົາບາດກ້າວໃນການຄວບຄຸມການ ເຄື່ອນໄຫວຂອງກຳປັ່ນຕ່າງປະເທດ ໃນເຂດດຽວກັນ, ເຊິ່ງເປັນບູລິມະສິດຂອງຈີນ ທີ່ຈະຄວບຄຸມເຂດແດນທາງທະເລທີ່ຖືກອ້າງເອົາກຳມະສິດຂອງພວກເຂົາເຈົ້າຫຼັງຈາກ ສານ ໂລກໄດ້ຕັດສິນໃນເດືອນກໍລະກົດ ທີ່ຜ່ານມາວ່າ ມັນບໍ່ມີເອກະສານອ້າງອີງພຽງພໍ.

ຈີນ ໄດ້ອ້າງເອົາກຳມະສິດ 95 ເປີເຊັນຂອງທະເລຈີນ​ໃຕ້​ວ່າເປັນຂອງຕົນ ແລະສ້າງຕັ້ງກຳ ລັງທະຫານ ຂອງພວກເຂົາເຈົ້າໃນພວກເກາະດອນນ້ອຍໆນີ້ໃນປີ 2010 ​ເຊິ່ງໄດ້ເຮັດໃຫ້ ບັນດາເຈົ້າໜ້າທີ່​ແຕ່ Jakarta ຫາວໍຊິງຕັນ ມີຄວາມບໍ່ພໍໃຈ. ປັກກິ່ງ ມີລາຍງານວ່າ ໄດ້ສະ ແດງການພິຈາລະນາຄວາມຄິດ ທີ່ຈະສ້າງຕັ້ງ​ເຂດ​ຫ້າ​ມບິນ ADIZ ໃນເດືອນ ກໍລະກົດທີ່ ຜ່ານມາ ຫຼັງຈາກຄຳຕັດສິນຂອງສານ.

ເຂດແດນທະເລຈີນໃຕ້ທີ່ ຈີນ ອ້າງເອົາກຳມະສິດ.
ເຂດແດນທະເລຈີນໃຕ້ທີ່ ຈີນ ອ້າງເອົາກຳມະສິດ.

ທ່ານ Euan Graham ຜູ້ອຳນວຍການຄວາມໝັ້ນຄົງສາກົນ ສຳລັບສະຖາບັນເພື່ອນະໂຍ ບາຍຕ່າງປະເທດໃນນະຄອນ Sydney ໄດ້ກ່າວວ່າ “ເບິ່ງຄືວ່າຖ້າພວກເຂົາເຈົ້າຕັດສິນ ໃຈທີ່ດຳເນີນເລື່ອງນີ້ຕໍ່ໄປ, ມັນຂ້ອນຂ້າງຈະເປັນວີທີການແກ້ໄຂໜຶ່ງ ເຊິ່ງການຊ້ອມ​ຮົບທາງທະຫານ​ແມ່ນ​ປິດ​ເຂດ​ດັ່ງກ່າວ, ແລະ ນັ້ນອາດຈະເປັນຈຸດທົດສອບ ເພື່ອຂະ ຫຍາຍຂອບເຂດທາງພູມສາດພວກນັ້ນ ຫຼື ໄລຍະເວລາຂອງມັນຈາກບ່ອນຫັ້ນ ແທນທີ່ ຈະເຮັດທຸກຢ່າງ ເທົ່າທີ່ຈະເຮັດໄດ້ ເພື່ອໃຫ້ໄດ້ເຂດ ADIZ ນັ້ນ.”

ສະຖາບັນແຫ່ງຊາດ ແຫ່ງການສຶກສາທະເລຈີນໃຕ້ ​ເຊິ່ງ​ເປັນ​ອົງການຄົ້ນຄວ້າຂອງລັດ ຖະບານ ຈີນ ໄດ້ກ່າວວ່າ ຍ້ອນວ່າມີການກວດກາລາດຕະເວນທາງທະເລຂອງ ສະຫະ ລັດເກືອບ 700 ຄັ້ງໃນປີກາຍນີ້, ປັກກິ່ງ ໄດ້ກຽມພ້ອມ ທີ່ຈະສ້າງຕັ້ງເຂດຄວບຄຸມການ ປ້ອງກັນທາງອາ ກາດ ນອກຈາກວ່າ ວໍຊິງຕັນຈະຢຸດການປະຕິບັດການດັ່ງກ່າວ.

ລັດຖະບານ ສະຫະລັດ ໄດ້ນັບເອົາຫຼາຍປະເທດທີ່ຢູ່ໃກ້ຄຽງກັບ ຈີນ ເປັນພັນທະມິດຂອງ ຕົນ ແລະ ໄດ້ເອີ້ນພື້ນທີ່ສ່ວນໃຫຍ່ຂອງທະເລເປັນໜ່ານນ້ຳສາກົນ. ຈີນ ກ່າວວ່າ ຄູ່ແຂ່ງ ມະຫາອຳນາດຂອງຕົນແມ່ນກຳລັງທີ່ຈະຍັບຢັ້ງການຂະຫຍາຍເຂດແດນຂອງຕົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG