ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ປະທານ ປ. ຈີນ ຄົນໃໝ່ ສັນຍາວ່າ ຈະນໍາພາປະເທດ ໃຫ້ບັນລຸຄວາມໄຝ່ຝັນ ຂອງຈີນ (ວີດິໂອ)


ທ່ານປະທານ​ປະ​ເທດ Xi Jinping ທີ່ຫາກໍຖືກເລືອກຕັ້ງໃໝ່ ​ກ່າວຄໍາປາໄສປິດກອງ​ປ​ະຊຸມ​ຫຼວງ
ຂອງສະພາປະຊາຊົນແຫ່ງຊາດ ໃນຕອນເຊົ້າວັນອາທິດ 17 ມີນາ 2013 ນີ້.
ທ່ານປະທານ​ປະ​ເທດ Xi Jinping ທີ່ຫາກໍຖືກເລືອກຕັ້ງໃໝ່ ​ກ່າວຄໍາປາໄສປິດກອງ​ປ​ະຊຸມ​ຫຼວງ ຂອງສະພາປະຊາຊົນແຫ່ງຊາດ ໃນຕອນເຊົ້າວັນອາທິດ 17 ມີນາ 2013 ນີ້.
ປະທານ​ປະ​ເທດຈີນ ທີ່ຫາກໍຖືກເລືອກຕັ້ງໃໝ່ ໄດ້ໃຫ້ຄໍາໝັ້ນ
ສັນຍາວ່າ ຈະດໍາເນີນຄວາມພະຍາຍາມໃຫ້ຫລາຍທີ່ສຸດເພື່ອ
ຈະໃຫ້ບັນລຸ​ໃນສິ່ງທີ່ທ່ານເອີ້ນວ່າ “ຄວາມໄຝ່ຝັນຂອງຈີນ.”

​ໃນການກ່າວຄໍາປາໄສປິດກອງ​ປ​ະຊຸມ​ຫຼວງຂອງສະພາປະຊາ
ຊົນແຫ່ງຊາດ ໃນຕອນເຊົ້າວັນອາທິດມື້ນີ້ ທ່ານປະທານ​ປະ​
ເທດ Xi Jinping ​ເວົ້າວ່າ ເພື່ອໃຫ້ບັນລຸຄວາມໄຝ່ຝັນຂອງ
ຈີນໄດ້ ຈີນຕ້ອງເຮັດແບບຈີນ.

ອົງການຂ່າວຊິນຫົວຂອງທາງການຈີນ ອ້າງຄໍາເວົ້າຂອງທ່ານ
Xi ທີ່​ກ່າວວ່າ ທ່ານຈະຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ແລະ ຮຽກ
ຮ້ອງໃຫ້ປະຊາຊົນບໍ່ເອົາ ແນວຄິດໃນການດໍາລົງຊີວິດ ແບບຫລິ້ນກິນຢ່າງຟຸມເຟືອຍ ​ແລະ​ຢູ່​ຢ່າງ​ຫລູຫລາ ມາໃຊ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG