ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພັກຄອມມູນິສຈີນ ເປີດປະຊຸມ


ກຳລັງຮັກສາຄວາມສະຫງົບຂອງຈີນ ລາດຕະເວນ ທີ່ບໍລິເວນຈະຕຸລັດ ທຽນອັນເໝິນ ຕໍ່ໜ້າຮູບຂອງມື້ລາງ ຜູ້ນຳພັກຄອມມູນິສຈີນ ທ່ານເໝົາເຊຕຸງ (15 ຕຸລາ 2010)
ກຳລັງຮັກສາຄວາມສະຫງົບຂອງຈີນ ລາດຕະເວນ ທີ່ບໍລິເວນຈະຕຸລັດ ທຽນອັນເໝິນ ຕໍ່ໜ້າຮູບຂອງມື້ລາງ ຜູ້ນຳພັກຄອມມູນິສຈີນ ທ່ານເໝົາເຊຕຸງ (15 ຕຸລາ 2010)

ຄະນະກຳມະການສູນກາງ ຂອງພັກຄອມມູນິສຈີນ ໄດ້ໄຂ
ກອງປະຊຸມລັບ ປະຈຳປີຂອງຕົນ ຢູ່ທີ່ນະຄອນຫຼວງປັກ
ກິ່ງໃນວັນສຸກມື້ນີ້ ເພື່ອສົນທະນາຫາລືກ່ຽວກັບທິດທາງໃນ
ອະນາຄົດ ທາງດ້ານເສດຖິດຂອງປະເທດ ແລະສ້າງຕັ້ງ
ຄະນະນຳພາ ເພື່ອສືບທອດອຳນາດ ຫຼັງຈາກປະທານ
ປະເທດ ຫູຈິນເຖົາ ສິ້ນສຸດການດໍາລົງຕໍາແໜ່ງສະໄໝທີ່
ສອງຂອງທ່ານ.

ເປັນທີ່ຄາດກັນວ່າ ເຈົ້າໜ້າທີ່ລະດັບຊາດແລະຈາກແຂວງ
ຕ່າງໆຫຼາຍໆຮ້ອຍທ່ານ ຈະສົນທະນາຫາລືກັນກ່ຽວກັບ
ພາກສ່ວນສຳຄັນຂອງແຜນການພັດທະນາປະເທດ 5 ປີ ຊຸດໜ້າ ຊຶ່ງຈະເລີ້ມໃນປີ 2011 ນີ້.

ທ່ານ Cheng Li ເຈົ້າໜ້າທີ່ອະວຸໂສ ຂອງສະຖາບັນ
Brooking ໃນກຸງວໍຊິງຕັນກ່າວວ່າ ບັນຫາທີ່ຄອບງຳ
ກໍຈະແມ່ນການຮ່າງແຜນການເສດຖະກິດ ເພື່ອເຮັດໃຫ້
ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ແລະເພີ້ມການອຸບປະໂພກບໍລິໂພກ ພາຍໃນປະເທດ.

ນອກນັ້ນແລ້ວ ຍັງເປັນທີ່ຄາດກັນວ່າ ຄະນະຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ ເປັນເວລາ 4
ມື້ດັ່ງກ່າວ ຍັງຈະໄດ້ໃຫ້ການອະນຸມັດ ຕໍ່ການເລື່ອນຊັ້ນ ເພື່ອສືບທອດອໍານາດຕໍ່ຈາກທ່ານ
ຫູຈິນເຖົາ ທີ່ມີກຳນົດຈະພົ້ນຈາກຕຳແໜ່ງ ໃນປີ 2013 ແລະນາຍົກລັດຖະມົນຕີ Wen Jiabao.

XS
SM
MD
LG