ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຟີລິບປິນ ຍື່ນຟ້ອງຈີນ ຕໍ່ສານສະຫະປະຊາຊາດ


ລັດຖະມົນຕີກະຊວງການຕ່າງປະເທດຟີລິບປິນ ທ່ານ Albert
Del Rosario ຂໍໃຫ້ສານສະຫະປະຊາຊາດ ເຂົ້າແຊກແຊງ ໃນບັນຫາຂັດແຍ້ງເລື້ອງເຂດນໍ້າແດນດິນ ກັບຈີນ ໃນເຂດທະເລຈີນໃຕ້ ທີ່ມີມາເປັນເວລາດົນນານນັ້ນ ໃນວັນທີ 22 ມັງກອນ 2013.
ລັດຖະມົນຕີກະຊວງການຕ່າງປະເທດຟີລິບປິນ ທ່ານ Albert Del Rosario ຂໍໃຫ້ສານສະຫະປະຊາຊາດ ເຂົ້າແຊກແຊງ ໃນບັນຫາຂັດແຍ້ງເລື້ອງເຂດນໍ້າແດນດິນ ກັບຈີນ ໃນເຂດທະເລຈີນໃຕ້ ທີ່ມີມາເປັນເວລາດົນນານນັ້ນ ໃນວັນທີ 22 ມັງກອນ 2013.
ຟີລິບປິນໄດ້ຟ້ອງຮ້ອງຈີນ ຕໍ່ສານສະຫະປະຊາຊາດ ໂດຍຫວັງ
ວ່າ ຈະແກ້ໄຂບັນຫາຂັດແຍ້ງເລື້ອງເຂດນໍ້າແດນດິນ ທີ່ມີມາເປັນ
ເວລາດົນນານ ລະຫວ່າງປະເທດທັງສອງ ໃນທະເລຈີນໃຕ້ໄດ້.

ລັດຖະມົນຕີກະຊວງການຕ່າງປະເທດຟີລິບປິນ ທ່ານ Albert
Rosario ເວົ້າວ່າ ລັດຖະບານກຸງມະນີລາ ໄດ້ຍື່ນຟ້ອງຄະດີ
ດັ່ງກ່າວຕໍ່ສານສາກົນກ່ຽວ ກັບກົດໝາຍທາງທະເລ ເພາະວ່າ
ປະເທດຕົນໄດ້ “ໃຊ້ເກືອບໝົດທຸກວິທີທາງ ການເມືອງ ແລະ ການທູດເພື່ອແກ້ໄຂບັນຫາທີ່ວ່ານີ້.”

ຟີລິບປິນໄດ້ອ້າງເອົາກໍາມະສິດເຂດນ່ານນໍ້າດັ່ງກ່າວ ຢູ່ພາຍໃຕ້
ຂໍ້ກໍານົດໃນສົນທິສັນຍາ ຂອງສະຫະປະຊາຊາດ ທີ່ມີການເຊັນ ລົງນາມໂດຍທັງສອງປະເທດ ທີ່ອະນຸຍາດໃຫ້ປະເທດຕ່າງໆ ປະກາດເອົາເຂດເສດຖະກິດຂອງຕົນອອກໄປໄກຮອດ 370 ກິໂລແມັດ ຫ່າງຈາກຝັ່ງທະເລ ຂອງຕົນ.

ສ່ວນຈີນນັ້ນໄດ້ອ້າງເອົາກໍາມະສິດເກືອບທັງໝົດຂອງເຂດທະເລຈີນໃຕ້ທີ່ມີເນື້ອ ທີ່ 3 ລ້ານ 5 ແສນກິໂລແມັດມົນທົນນັ້ນ ຊຶ່ງໄດ້ເຮັດໃຫ້ຈີນມີຄວາມຂັດແຍ້ງ ບໍ່ພຽງແຕ່ກັບ ຟີລິບປິນເທົ່ານັ້ນ ແຕ່ຍັງຂັດກັບຫວຽດນາມ, ມາເລເຊຍ, ບຣູໄນ ແລະໄຕ້ຫວັນອີກດ້ວຍ.

ຍັງບໍ່ມີປະຕິກິລິຍາຕອບໃດໆຈາກຈີນ ຊຶ່ງໄດ້ເວົ້າວ່າ ບັນຫາຂັດແຍ້ງດັ່ງກ່າວ ຄວນໄດ້ຮັບ ການແກ້ໄຂໂດຍຜ່ານການໂອ້ລົມສົນເຈລະຈາໂດຍກົງ.
XS
SM
MD
LG