ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປັກກິ່ງແລະມະນິລາ ຂັດແຍ້ງກັນຄັ້ງໃໝ່ ກ່ຽວກັບເຂດທະເລຈີນໃຕ້


ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Hong Lei ພວມຖະແຫຼງຂ່າວ
ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Hong Lei ພວມຖະແຫຼງຂ່າວ

ຂະນະ​ນີ້ກໍາລັງ​ເກີດ​ມີ​ຂໍ້​ຂັດ​ແຍ້​ງກັນ​ອີກ​ບັ້ນ​ໃໝ່​ລະຫວ່າງ​ຈີນ​ແລະ​ຟິລິບ​ປິນ ກ່ຽວ​ກັບການ​
ສໍາ​ຫລວດ​ນໍ້າມັນ​ຢູ່​ໃນເຂດ​ທະ​ເລ​ຈີນ​ໃຕ້ ​ໂດຍ​ທີ່​ທັງ​ສອງ​ຝ່າຍ​ບໍ່​ມີທ່າ​ທີ​ວ່າ​ຈະ​ຍອມ​ລົງ​ໃຫ້​
ກັນ​ແລະ​ກັນ.

ກໍລະນີ​ພິພາດ​ດັ່ງກ່າວ ​ໄດ້​ເລິ່ມຂຶ້ນ​ໃນ​ຕົ້ນ​ອາທິດ​ນີ້ເວລາ​ທ່ານ Jose Almendras ລັດຖະ
ມົນຕີ​ກະຊວງ​ພະລັງງານ​ຟິລິບ​ປິນ​ໄດ້​ປະກາດ​ວ່າ ພວກ​ນັກ​ລົງທຶນ​ຈາກ​ຕ່າງປະ​ເທດ​ຈະ​ຖືກ
ເຊີນ​ເຂົ້າຮ່ວມ​ໃນ​ການ​ສໍາ​ຫລວດ​ນໍ້າມັນ​ແລະ​ແກັ​ສທໍາ​ມະ​ຊາດ​ຢູ່​ໃຕ້ສອງ​ເຂດ​ພື້ນ​ທະ​ເລ ກໍ້າ
ຕາ​ເວັນ​ຕົກ​ສຽງ ​ເໜືອ​ຂອງ​ເກາະ Palawan ຊຶ່ງ​ເປັນ​ເຂດ​ທີ່​ມະນິລາ​ເລິ່ມ​ເອີ້ນວ່າ​ເຂດ​ທະ​
ເລ​ຟີ​ລິບ​ປິນຕາ​ເວັນ​ຕົກນັ້ນ.

ທ່ານ ຮົງ ​ເລ ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຂອງ​ຈີນປະນາມແຜນການ​ດັ່ງກ່າວ ​ໃນການ​
ຖະ​ແຫຼງຂ່າວທີ່​ນະຄອນ​ຫລວງ​ປັກ​ກິ່ງ ​ເມື່ອວັນ​ອັງຄານ​ວານ​ນີ້ ​ໂດຍ​ກ່າວ​ວ່າ ​ບໍລິ​ເວນໃຕ້​
ພື້ນ​ທະ​ເລ​ດັ່ງກ່າວ​ທີ່ຈິງ​ແລ້ວ​ມັນ​ເປັນ​ຂອງ​ຈີນ ​ແລະ​ກ່າວ​ຕໍ່​ໄປ​ວ່າ ລັດຖະບານ ​ແລະ​ບໍລິສັດ​
ຂອງປະ​ເທດ​ໃດ​ກໍ​ຕາມ ທີ່ເຂົ້າພົວພັນ​ໃນ​ການ​ສໍາ​ຫລວດ​ນໍ້າມັນ​ ຫລື​ແກັສທໍາ​ມະຊາດ​ໃນ​ອາ
ນາ​ເຂດ​ທະ​ເລ​ຂອງ​ຈີນ ​ໂດຍ​ບໍ່​ມີ​ໜັງສື​ອະນຸຍາດ​ຈາກ​ຈີນ​ນັ້ນ ຖື​ວ່າ​ເປັນ​ການ​ປະ​ຕິ​ບັດ​ທີ່​ຜິດ
ກົດໝາຍ.

ແນວ​ໃດ​ກໍ​ດີ ປາກົດ​ວ່າທາງ​ກຸງມະນິລາ​ໄດ້​ຕັດສິນ​ໃຈ​ເດີນ​ໜ້າ​ຕໍ່​ໄປ. ອົງການຂ່າວ​ເອພີ ​ໄດ້
ອ້າງ​ເອົາ​ຄໍາ​ເວົ້າຂອງ​ທ່ານ Albert del Rosario ລັດຖະມົນຕີ​ຕ່າງປະ​ເທດ​ຟິລິບ​ປິນທີ່​ກ່າວ
ເມື່ອວັນ​ພຸດ​ມື້​ນີ້ ​ເນັ້ນ​ຢໍ້າ​ເຖິງ​ການ​ຕັດສິນ​ໃຈຂອງ​ປະ​ເທດຂອງ​ທ່ານ ​ເພື່ອ​ອະນຸມັດ​ການ​ສໍາ
ຫລວດ​ທີ່​ວ່າ​ນີ້. ລັດຖະມົນຕີກະຊວງ​ຕ່າ​ງປະ​ເທດ​ຟິລິບ​ປິນຢືນຢັນ​ວ່າ​ ເຂດ​ທີ່​ເກີດ​ບັນຫາຂັດ
ແຍ້​ງແມ່ນ​ນອນຢູ່​ພາຍໃນ​ດິນແດນຂອງ​ຟິລິບ​ປິນຢ່າງ​ຖືກຕ້ອງອີງ​ຕາມ​ສົນທິສັນຍາ​ວ່າ​ດ້ວຍ
ກົດໝາຍເຂດ​ທະ​ເລ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ນັ້ນ.

XS
SM
MD
LG