ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ສະແດງ ສັກກະຍາພາບ ທາງການ ທະຫານ ໃນການ ເດີນສວນສະໜາມ


China Announces Troop Cuts at WWII Parade
please wait

No media source currently available

0:00 0:02:22 0:00

ໍຊົມວິດີໂອ ກ່ຽວກັບ ຂ່າວນີ້.

ປະທານ​ປະ​ເທດ​ຂອງ ຈີນ ທ່ານ Xi Jinping ​ໄດ້​ປະກາດ​ແຜນ
ການ​ເພື່ອຕັດ​ກອງ​ກຳລັງ​ທະ​ຫານ​ ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກລົງ
300,000 ຄົນ

​ໃນວັນພະຫັດມື້ນີ້ລະຫວ່າງ​ການ​ເດີນສວນສະໜາມຂະໜາດ
ໃຫຍ່ຂອງກອງທັບເພື່ອ​ສະ​ເຫຼີມ ສະຫຼອງໄຊຊະນະຕໍ່ ຍີ່​ປຸ່ນ
​ໃນ​ສົງຄາມ​ໂລກ​ຄັ້ງ​ທີສອງ.

​ເປັນ​ເວລາ​ດົນ​ປະມານ​ໜຶ່ງ​ຊົ່ວໂມງ ທີ່ຈະຕຸ​ລັດ Tiananmen
ໃນ ນະຄອນຫຼວງປັກ​ກິ່ງ, ຂະ​ບວນ​ແຫ່​ຂອງ​ລົດ​ຖັງ, ລູກສອນ
ໄຟຂີ​ປະ​ນາ​ວຸດ, ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ​ແລະ ທະຫານ​ເດີນ​ສວນ
ສະໜາມຍ່າງຜ່​ານຈຸດ​ເຕົ້າ​ໂຮມ​ຂອງ​ບັນດາ ນາຍ​ທະຫານ​ອະວຸ​ໂສ ​ແລະ ຜູ້ນຳ​ຂອງ ລັດຖະບານ​ ​ໃນ​ສິ່ງ​ທີ່​ທ່ານ Xi ​ເອີ້ນວ່າ ເປັນການສະແດງໃຫ້ເຫັນເຖິງການອຸທິດຕົນ​ຕໍ່ສັນ ຕິພາບ​ຂ​ອງຈີນ.

ປະທານ​ປະ​ເທດ ຈີນ ກ່າວ​ວ່າ “​ເພື່ອເຫັນແກ່​ສັນຕິພາບ, ຈີນ ຈະ​ຍັງ​ມີຄວາມໝັ້ນໝາຍ ຕໍ່ ການ​ພັດທະນາ​ແບບສັນຕິ. ພວກ​ເຮົາ​ຄົນ​ ຈີນ ຮັກ​ໃນ​ຄວາມສະຫງົບ​ສຸກ. ບໍ່ສຳ
ຄັນວ່າ​ພວກ​ເຮົາ​ຈະມີຄວາມເຂັ້ມແຂງ​ຫຼາຍ ສ່ຳ​ໃດ, ຈີນ ຈະ​ບໍ່​ມີ​ວັນ​ສະ​ແຫວ​ງຫາ​ຄວາມ​ເປັນ​ເຈົ້າ​ໂລກ ຫຼື ການ​ຂະ ຫຍາຍ​ຕົວ​ອອກ​ໄປ​ໄກຕື່ມອີກ.”

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ຮຽນ​ຮູ້​ເຖິງ​ບົດຮຽນໃນ​ປະຫວັດສາດ ​ແລະ ​ອຸທິດ​ຕົນ​ເອງ​ເພື່ອ​ສັນ​ຕິ​ພາບ.” ​ແລະ​ກ່າວ​ເພີ່ມເຕີມ​ວ່າ ວິທີ​ທີ່​ດີ​ທີ່​ສຸຸດ​ ເພື່ອ​ໃຫ້ກຽດແກ່ຜູ້​ທີ່​ໄດ້​ເສຍ​ສະຫຼະຊີວິດ​ຂອງ​ພວກ​ເຂົາໃນ​ສົງ ຄາມ​ໂລກ​ຄັ້ງ​ທີສອງ ແມ່ນ​ປ້ອງ​ກັນບໍ່ໃຫ້ເຫ​ດການ​ທີ່ເສົ້າ​ສະຫຼົດ​ໃຈ​ໃນ​ປະຫວັດສາດ ເກີດຊ້ຳຂຶ້ນ​ມາ​ອີກ.

ການສວນສະໜາມ, ພ້ອມ​ດ້ວຍ​ການ​ຍິງ​ປືນ​ສະ​ແດ​ງຄວາມ​ເຄົາລົບ 70 ນັດ ​ແລະ ​ໃນ​ຕອນ​ສຸດ​ທ້າຍ​ໄດ້​ປ່ອຍ​ນົກ​ສັນຕິພາບ​ຫຼາຍ​ພັນ​ໂຕ ​ແລະ ໝາກ​ປູມ​ເປົ້າ ທັງ​ສອງ​ແມ່ນ​ສິ່ງ​ເຕືອນໃຈ​ທີ່​ຈິ​ງຈັງ ໃນ​ຄວາມ​ເຈັບ​ປວດ​ຂອງ ຈີນ ​ແລະການສະ​ເຫຼີ​ມສະຫຼອງ​ໃນ​ຄວາມ​ສຳ​ເລັດ​ຂອງ​ພວກ​ເຂົາ. ຈັ່ງ​ໃດ​ກໍ່ຕາມ​ການສະ​ແດງ​ທາງ​ການ​ທະຫານ​ຢ່າງ​ບໍ່​ປົກ​ປິດ ​ອີກ​ຄັ້ງ​ໜຶ່ງ​ໄດ້ພາ
ໃຫ້ເກີດ​ຄຳ​ຖາມ​ກ່ຽວ​ກັບ​ການມີອິດທິພົນເພີ້ມ​ຂຶ້ນ​ຂອງ ຈີນ ​ແລະ ບົດບາດທີ່​ພວກ​ເຂົາ​ເລືອກ​ທີ່​ຈະ​ເອົາ ​ໃນ​ໂລກ​ນີ້.

China Parade
please wait
Embed

No media source currently available

0:00 0:01:13 0:00

XS
SM
MD
LG