ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອຸດສາຫະກໍາທ່ອງທ່ຽວໃນທົ່ວໂລກ ຕຽມຮັບມື ຢ່າງໃຫຍ່ ກັບຈໍານວນນັກທ່ອງທ່ຽວຊາວຈີນ ທີ່ສູງຂຶ້ນນັບມື້ (ເບິ່ງວີດີໂອພາສາລາວ-ອັງກິດ)


ອຸດສາຫະກໍາທ່ອງທ່ຽວໃນທົ່ວໂລກ ຕຽມຮັບມື ຢ່າງໃຫຍ່ ກັບຈໍານວນນັກທ່ອງທ່ຽວຊາວຈີນ ທີ່ສູງຂຶ້ນນັບມື້ (ເບິ່ງວີດີໂອພາສາລາວ-ອັງກິດ)
ອຸດສາຫະກໍາທ່ອງທ່ຽວໃນທົ່ວໂລກ ຕຽມຮັບມື ຢ່າງໃຫຍ່ ກັບຈໍານວນນັກທ່ອງທ່ຽວຊາວຈີນ ທີ່ສູງຂຶ້ນນັບມື້ (ເບິ່ງວີດີໂອພາສາລາວ-ອັງກິດ)

ປັດຈຸບັນ​ ມີ​ຊາວ​ຈີນ​ຫລາຍ​ຂຶ້ນນັບ​ມື້ ​​ເດີນທາງ​ໄປ​ຕ່າງປະ​ເທດ ​ໃນ​ຖານະ​ນັກທ່ອງ​ທ່ຽວ. ຈໍານວນ​ຜູ້​ເດີນທາງ​ແມ່ນ​ເຕີບ​ໂຕ​ຂຶ້ນຢ່າງ​​ໄວ ຈຶ່ງເຮັດໃຫ້ ພວກ​ໂຮງແຮມ Hilton ມອບໝາຍ ໃຫ້ສະຖາບັນ​ການ​ສຶກສາ​ຂົງ​ເຂດ​ເອ​ເຊຍ​ແລະອາ​ຟຣິກາ​ຂອງ​ມະຫາ​ວິທະຍາ​ໄລລອນ​ດອນ ​ທໍາ​ການ​ສຶກສາ​ຄົ້ນຄວ້າ​ຄື້ນຟອງ​ໃໝ່​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ. ຜົນ​ການ​ສຶກສາ​ທີ່ວ່ານີ້ພາ​​ໃຫ້​ໂຮງ​ແຮມໃນ​ເຄືອ Hilton ຕ້ອງ​ໄດ້​ປັບປຸງ​ຕົກ​ແຕ່ງ​ໂຮງ​ແຮມ​ຫລາຍໆ​ແຫ່ງ​ຂອງ​ຕົນ​​ໃນ​ທັນທີ ຢູ່ໃນ​ທົ່ວ​ໂລກ​ ເພື່ອ​ຮອງ​ຮັບ​ແຂກ​ຈາກ​ຈີນ​ໃຫ້​ທົ່ວ​ເຖິງ. Elizabeth Lee ລາຍ​ງານ​ຈາກນະຄອນ San Francisco ​ແລະ Los Angeles ​​ວ່າ ເປັນ​ດ້ວຍ​ເຫດ​ໃດ​ຊາວ​ຈີນຈຳນວນຫຼວງ​ຫລາຍ​ ຈຶ່ງ​ພາກັນເດີນທາງ​ໄປ​ຕ່າງປະ​ເທດ. ທອງ​ປານ ມີ​ເລຶ່ອງນີ້​ມາສະ​ເໜີ​ທ່ານ​.

ເບິ່ງວີດິໂອຂ່າວພາສາລາວ

ສໍາລັບ​ພວກ​ນັກ​ທ່ອງ​ທ່ຽວ​ບາງ​ຄົນ​ໃນຈຳນວນດັ່ງກ່າວ ລາຍການ​ອາຫານ​ເຊົ້າຢູ່​ໂຮງແຮມ
Los Angeles ນີ້ແມ່ນເປັນ​ອາຫານ​ຄາບ​ທໍາ​ອິດຢູ່​ໃນ​ສະຫະລັດ​ອາ​ເມຣິກາ ຫລາຍໆ​ຄົນ
ກໍ​ປະຫລາດ​ໃຈ​ໃນ​ລາຍການ​ອາຫານ​ທີ່ໂຮງ​ແຮມ​ຈັດ​ມາ​ໃຫ້

ເຂົ້າຂົ້ວ ​ແປ້ງ​ຍັດ​ໃສ້ ​ແລະ​ອາຫານ​ຈີນ​ປະ​ເພດ​ອື່ນໆ​ກໍ​ມີ​ຢູ່​ໃນ​ລາຍການ​ອາຫານ ຊຶ່ງ​ນັບ​ວ່າ
ເປັນ​ການ​ຕ້ອນ​ຮັບ​ທີ່​ໜ້າ​ແປກ​ໃຈ​ສໍາລັບ​ນາງ Zhou Yian ຄົນ​ນໍາ​ທ່ຽວ

“ຂ້ອຍ​ຮູ້ສຶກ​ອົບ​ອຸ່ນ​ໃຈ ​ເພາະ​ວ່າ ຢູ່​ທີ່​ນີ້ກະ​ບໍ່ມີ​ຫຍັງ​ແຕກ​ຕ່າງກັນ​ປານ​ໃດກັບ​ຢູ່​
ບ້ານ”

ນາງ​ຢຽນກ່າວ​ວ່າ ບໍ່​ແມ່ນຈະ​ອອນຊອນ​ແຕ່​ລາຍການ​ອາຫານ​ເຊົ້າ​ເທົ່າ​ນັ້ນ ​ແຕ່​ກໍ​ເຫັນ​ມີ​
ຫລາຍ​ໆຊ່ອງ​ທີ​ວີ​ຈາກ​ຈີນ​ຢູ່​ຫ້ອງ​ພັກ​ຂອງ​ນາງ.

ການ​ບໍລິການ​ເຫລົ່າ​ນີ້ ​ເປັນ​ພາກສ່ວນ​ນຶ່ງແຫ່ງ​ຄວາມ​ພະຍາຍາມແບບ​ໃໝ່​ຂອງໂຮງ​ແຮມ​
ຮິ​ລຕັນ ​ເພື່ອ​ເອົາ​ໃຈ​ພວກ​ນັກ​ທ່ອງ​ທ່ຽວຈາກ​ຈີນ.

ໂຮງ​ແຮມ​ຮິ​ລຕັນ​ເກືອບ 50 ​ແຫ່ງ​ໃນ​ທົ່ວ​ໂລກ ທີ່​ຈັດ​ຢູ່​ໃນ​ພາກສ່ວນ​ໂຄງ ການ​ນຶ່ງ​ທີ່​ເອີ້ນ
ວ່າ ຮິ​ລຕັນ ຫວນ​ຢິງ ຊຶ່ງ​ໝາຍ​ຄວາມ​ວ່າ ຍິນ​ດີ​ຕ້ອນຮັບ ທີ່​ເປັນ​ພາສາ​ຈີນ. ນອກ​ນີ້​ແລ້ວ​
ທາງ​ໂຮງ​ແຮມ​ຍັງ​ຈັດ​ເກີບ​ແຕະຈີນ ຊາ​ຈີນ ​ແລະ​ກາ​ນໍ້າ​ຊາຈີນ ໄວ້​ໃນ​ຫ້ອງ​ ມີໂຕ​ໜັງສື​ຈີນ
ແລະ​ພະນັກງານ​ບໍລິການ​ທີ່​ປາກ​ພາສາ​ຈີນ​ໄດ້.

ທ່ານ Kevin O’Brien ຜູ້​ຈັດການ​ທົ່ວ​ໄປ​ຂອງ​ໂຮມ​ແຮມ​ກ່າວ​ວ່າ ທີ່​ໂຮງ​ແຮມຣິລຕັນ​ໃນ
ນະຄອນ San Francisco ນີ້​ ພວກ​ພະນັກງານ​ສ່ວນ​ຫລາຍ​ເປັນ​ຄົນ​ຈີນ

“ພວກ​ເຮົາ​ມີ​ແຕ່​ເພ່ງ​ເລງ​ໃ​ສ່ຕະຫລາດ​ຈີ​ນ ​ໃນ​ປີ​ນີ້ ການ​ເຕີບ​ໂຕ​ແມ່ນ​ຫຼວງ
ຫຼາຍແທ້ໆ​ສໍາລັບ​ພວກ​ເຮົາ.”

ການ​ສຶກສາ​ຄົ້ນຄວ້າບັ້ນ​ນຶ່ງ​ຂອງ​ມະຫາວິ​ທະຍາ​ໄລລອນ​ດອນ ​ເວົ້າວ່າ ມີພວກ​ນັກ​ທ່ອງ​
ທ່ຽວ​ຈີນ​ຈາກ​ແຜ່ນດິນ​ໃຫຍ່​ຫລາຍ​ກວ່າ 57 ລ້ານ​ຄົນ​ທີ່​ເດີນທາງ​ໄປ​ຕ່າງປະ​ເທດ​ເມື່ອ​ປີ
ຜ່ານມາ ຄື​ເພີ່ມ​ຂຶ້ນ 20 ​ເປີ​ເຊັນ​ຈາກ​ປີ ກ່ອນ.

ໃນປັດຈຸບັນນີ້ຈຸດ​ທ່ອງ​ທ່ຽວຕ່າງໆ ​ແລະ​ເຄືອ​ໂຮງ​ແຮມໃນ​ທົ່ວ​ໂລກ ມີເວັບໄຊ້​ເປັນພາສາ​
ຈີນ​ໄວ້​ບໍລິການ​ພວກ​ນັກ​ທ່ອງ​ທ່ຽວ.

ໃນ​ຂະນະ​ທີ່​ຊາວ​ຈີນ​ສ່ວນ​ໃຫຍ່​ພາກັນ​ໄປ​ຢ້ຽມຢາມ​ປະ​ເທດໃນ​ຂົງ​ເຂດ​ເອ​ເຊຍ ​ແຕ່ກໍ​ມີ
ຫລາຍ​ຄົນ​ເພີ່ມ​ຂຶ້ນເລື້ອຍໆ ທີ່​ບິນ​ໄປ​ຍັງ​ພາກສ່ວນ​ອື່ນໆ​ຂອງ ​ໂລກ. ສະຫະລັດ​ເປັນ​
ປາຍ​ທາງ​ທີ່ມີຄົນໄປທ່ຽວຫຼາຍແຫ່ງ​ນຶ່ງ.

“ກ່ອນ​ອື່ນ​ ​ເງິນ​ຢວນຈີນ​ແມ່ນ​ແຂງ​ຄ່າກວ່າ​ເງິນ​ໂດລາ ດັ່ງ​ນັ້ນ​ມັນ​ຈຶ່ງໄດ້ປຽບ​
ກວ່າ​ເວລາ​ເຮົາ​ໄປ​ເລາະ​ຊື້​ເຄຶ່ອງ​ໃນ​ສະຫະລັດ ​ເຫດຜົນ​ປະການ​ທີ່​ສອງ ກໍ​ຄື​ສະ
ຫະລັດ​ເປັນ​ປະ​ເທດ​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ໂລກ ດັ່ງ​ນັ້ນ​ພວກ​ນັກ​ທ່ອງ​ທ່ຽວຈຶ່ງ​ຢາກ
ເຂົ້າ​ໄປ​ທ່ຽວ​ຊົມ.”

ນາງ​ຢຽນກ່າວ​ວ່າ ຈຸດ​ດຶງ​ດູດ​ອັນ​ນຶ່ງ​ທີ່​ໃຫຍ່​ທີ່​ສຸດ​ໃນ​ສະຫະລັດ​ນັ້ນ ກໍ​ຄືການ​ເລາະ​ຊື້​ເຄຶ່ອງ
ຂອງ ​ແມ່ນ​ແຕ່ເຄຶ່ອງ​ບາງ​ຢ່າງ​ທີ່​ຜະລິດ​ຢູ່​ໃນຈີນ​ນັ້ນ​ນໍາ

“ຫລາຍໆ​ບໍລິສັດ​ຕ່າ​ງປະ​ເທດ​ມີ​ໂຮງ​ຈັກ​ໂຮງງານ​ໃນ​ຈີນ ​ແຕ່​ມາ​ດຕະຖານ​ ​
ສໍາລັບ​ເຄຶ່ອງຂອງ​ທີ່​ວາງ​ຂາຍ​ໃນ​ຕ່າງປະ​ເທດຈະ​ດີກ​ວ່າໃນຈີນ ຄື​ພວກ​ເຂົາ
ເຈົ້າຕ້ອງ​ຮັກສາ​ໄວ້​ໃຫ້​ຢູ່​ໃນ​ລະດັບ​ມາດຕະຖານ​ສາກົນ.”

ເພື່ອ​ເລາະ​ຊື້​ເຄຶ່ອງຕື່ມ​ອີກ​ນັ້ນ ບ່ອນ​ຢຸດ​ແວ່​ແຫ່ງ​ຕໍ່​ໄປສໍາລັບ​ກຸ່ມ​ນັກ​ທ່ອງ ທ່ຽວ​ຂອງ
ນາງ ​ກໍ​ຄື​ເມືອງ​ລັສ​ເວ​ກັສ.

ເບິ່ງວີດິໂອລາຍງານຂ່າວເປັນພາສາອັງກິດ

XS
SM
MD
LG